spot_img
Homeຊີວິດແລະຄວາມຮັກເລື່ອງຂອງການຢູ່ກ່ອນແຕ່ງ ແລະ ການແຕ່ງກ່ອນຢູ່ຂອງຍິງ-ຊາຍ

ເລື່ອງຂອງການຢູ່ກ່ອນແຕ່ງ ແລະ ການແຕ່ງກ່ອນຢູ່ຂອງຍິງ-ຊາຍ

Published on

ໃນຄໍລຳ ຊີວິດ ກັບ ຄວາມຮັກ ວັນນີ້ແອັດມນຈະມາເວົ້າກ່ຽວຄວາມຮັກຂອງຄູ່ຮັກ ໃນເລື່ອງການຢູ່ນຳກັນກ່ອນແຕ່ງງານ ແລະ ແຕ່ງງານກ່ອນຈະມາໃຊ້ຊີວິດຮ່ວມກັນ ເລື່ອງຂອງຄວາມຮັກຄວາມຈິງແລ້ວມັນບໍ່ມີອັນໃດຖືກ ຫຼື ຜິດຕາຍຕົວ ເພາະສ່ວນໃຫຍ່ແລ້ວແມ່ນໃຊ້ຫົວໃຈຕັດສິນຫຼາຍກວ່າຫຼັກການ ເຊິ່ງມື້ນີ້ເຮົາມີຜົນການສຳຫຼວດຄວາມຄິດເຫັນຂອງຝ່າຍລະຫວ່າງ ຄູ່ຮັກຝ່າຍຢູ່ກ່ອນແຕ່ງ ກັບ ກຸ່ມຄູ່ຮັກທີ່ແຕ່ງງານກັນກ່ອນຈິ່ງມາໃຊ້ຊີວິດຮ່ວມກັນ ມານຳສະເໜີໃຫ້ແຟນເພສໄດ້ອ່ານກ່ຽວກັບເຫດຜົນຂອງທັງສອງຢ່າງນີ້ ເອົາເປັນວ່າເຮົາມາອ່ານນຳກັນເລີຍ 

๑.ຢູ່ກ່ອນແຕ່ງ ເພາະ

          ๑.  ຈະໄດ້ສຶກສານິໃສເລິກໆຂອງກັນ ແະກັນກ່ອນວ່າຈະສາມາດຢູ່ນຳກັນໄປຕະຫຼອດຊີວິດໄດ້ ຫຼື ບໍ່

          ๒.  ສະພາບສັງຄົມ ແລະ ເສດຖະກິດທີ່ບໍ່ອຳນວຍໃຫ້ທັງສອງຄົນຈັດງານແຕ່ງດອງກ່ອນຈະມາຢູ່ນຳກັນ

          ๓.  ຖ້າຮັກກັນແທ້ບໍ່ວ່າຈະຢູ່ນຳກັນກ່ອນແຕ່ງ ຫຼື ແຕ່ກ່ອນຢູ່ນຳກັນກໍ່ມີຄ່າເທົ່າກັນ

          ๔.  ເມື່ອແຕ່ງກັນກ່ອນຢູ່ນຳກັນ ບາດມີອຸປະສັກເຂົ້າມາກໍ່ຫຍຸ້ງຍາກກັບການເລີກລາກັນ

          ๕.  ຫາກແຕ່ງງານກັນກ່ອນຈິ່ງມາຢູ່ນຳກັນຈະບໍ່ມີຄວາມລະມັດລະວັງເລື່ອງເອົາລູກ ເທົ່າກັບຄູ່ທີ່ຢູ່ກັນກ່ອນແຕ່ງ ຫາກເກີດມີລູກແລ້ວຖ້າເກີດມີບັນຫາຊີວິດເຂົ້າກັນບໍໄດ້ກໍ່ຈະມີຜົນກະທົບຕໍ່ລູກ 

  ๒.ແຕ່ງກ່ອນຢູ່ ເພາະ 

          ๑. ສືບທອດປະເພນີອັນດີງາມ ແລະ ເປັນຕົວຢ່າງທີ່ດີໃຫ້ແກ່ລຸ້ນຕໍ່ໆໄປ 

          ๒. ເຊື່ອມສາຍສຳພັນລະຫວ່າງຍາດພີ່ນ້ອງທັງສອງຝ່າຍໃຫ້ມີຄວາມແໜ້ນແຟ້ນກັນຂຶ້ນ 

          ๓.  ມີກຽດສັກສີທັງຕົນເອງ, ຄົນຮັກ ແລະ ພໍ່ແມ່ພີ່ນ້ອງ 

          ๔. ເມື່ອຕັດສິນໃຈແຕ່ງງານກັນແລ້ວກໍ່ໝັ້ນໃຈແລ້ວວ່າຈະຜ່ານຜ່າອຸຜະສັກຕ່າງໆໄປນຳກັນຈົນເຖິງວິນາທີ

              ສຸດທ້າຍທີ່ເຮັດໄດ້ 

          ๕. ບົ່ງບອກເຖິງຝ່າຍຊາຍຮັກຝ່າຍຍິງຫຼາຍກວ່າຄວາມຕ້ອງການທາງອາລົມ 

          ๖. ຄວາມຮັກມີຫຼັກປະກັນ, ມີການຜູກມັດ ບໍ່ແມ່ນຮັກແບບຫຼິ້ນໆ

 

ຂໍ້ມູນຈາກ: https://www.dek-d.com/board/view/1136293/
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...