spot_img
Homeຂ່າວຕ່າງປະເທດເລຂາທິການໃຫຍ່ນາໂຕ້ລະບຸ ກຳລັງຫາລືເປີດເຈລະຈາກັບຣັດເຊຍ ເພື່ອຫລີກລ່ຽງເຫດຮຸນແຮງ!

ເລຂາທິການໃຫຍ່ນາໂຕ້ລະບຸ ກຳລັງຫາລືເປີດເຈລະຈາກັບຣັດເຊຍ ເພື່ອຫລີກລ່ຽງເຫດຮຸນແຮງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ມັງກອນນີ້ວ່າ ໃນມື້ວານນີ້ (28 ມັງກອນ) ທ່ານ ເຈນສ໌ ສະໂຕເຕັນເບີກ ເລຂາ​ທິການ​ໃຫຍ່​ ອົງການສົນທິສັນຍາ​ປ້ອງກັນແອັດ​ແລນ​ຕິ​ກ​ເໜືອ ຫລື ນາໂຕ້ (NATO) ໄດ້ອອກມາຢັ້ງຢືນ​ວ່າ ກຸມສຳພັນທະ​ມິດ​ນີ້ ກຳລັງ​ປຶກສາ​ຫາລື​ກັນ ກ່ຽວກັບການ​ເປີດ​ການ​ເຈ​ລະ​ຈາ​​ກັບຣັດ​ເຊຍ ຢ່າງ​ເປັນ​ທາງ​ການຄືນ​ໃໝ່ ຫລັງ​ຈາກທີ່ການ​ພົວພັນ​ລະຫວ່າງສອງຝ່າຍ​ຖື​ກຢຸດ​ສະ​ງັກ ພາຍຫລັງ​ເກີດວິ​ກິດ​ການ​ຢູປະເທດອູ​ແກຣນ ​ເມື່ອ​​ເດືອນເມສາປີ 2014 ຜ່ານມາ.

ທ່ານ​ເລຂາທິການ​ໃຫຍ່ນາໂຕ້ ໄດ້​ເນັ້ນ​ໜັກ​ວ່າ ກຸ່ມສຳພັນທະ​ມິດນາໂຕ້ ​ແລະ ຣັດ​ເຊຍ ຕ້ອງ​ໄດ້ສ້າງຄວາມ​ກະຈ່າງ​ແຈ້ງ ​ເພື່ອ​ຫລີ​ກລ່ຽງການ​ເຂົ້າ​ໃຈ​ຜິດ ແລະ ​ເກີດເຫດການຮຸນແຮງ ດັ່ງເຫດ​ການກອງທັບ​ອາກາດຕວກກີ ຊຶ່ງເປັນສະມາຊິກ​ຫລັກ​ແຫ​ລ່ງຂອງນາໂຕ້ ໄດ້ຍິງ​​ເຮືອບິນທະ​ຫານ​ຂອງຣັດ​ເຊຍ ຕົກ​ຢູ່​ເຂດ​ຊາຍ​ແດນປະເທດຊີຣີ ​ເມື່ອ​ເດືອນພະຈິກປີ 2015 ຜ່ານມາ.

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...