spot_img
Homeຂ່າວພາຍ​ໃນເພື່ອຫຍັງ? ຈິ່ງສະຫງວນແລວທາງລົດໄຟ ລາວ-ຈີນ ໄວ້ເບື້ອງລະ 50 ແມັດ

ເພື່ອຫຍັງ? ຈິ່ງສະຫງວນແລວທາງລົດໄຟ ລາວ-ຈີນ ໄວ້ເບື້ອງລະ 50 ແມັດ

Published on

ນັບວ່າເປັນປະເດັນທີ່ສັງຄົມໃຫ້ ຄວາມສົນໃຈຫຼາຍພໍສົມຄວນ ແລະເກີດມີຫຼາຍຄຳຖາມຂຶ້ນມາກ່ຽວກັບການສະຫງວນແລວທາງໂຄງການກໍ່ສ້າງທາງ ລົດໄຟລາວ-ຈີນ ໄວ້ເບື້ອງລະ 50 ແມັດ ຕໍ່ບັນຫາ ແລະບັນດາຄຳຖາມທີ່ສັງຄົມຕັ້ງຂຶ້ນ ກໍຄືບັນດາສະມາຊິກສະພາແຫ່ງຊາດ ໂດຍທາງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ອອກມາຊີ້ແຈງໃຫ້ຄວາມກະຈາງແຈ້ງວ່າການທີ່ຕ້ອງສະຫງວນໄວ້ ກໍເພື່ອມາດຖານເຕັກນິກຂອງແລວທາງລົດໄຟ, ທັງເພື່ອຄວາມປອດໄພໃນເວລາແລ່ນ ເພາະເປັນລົດໄຟຄວາມໄວສູງທີ່ສຳຄັນຍັງຈະສ້າງເປັນທາງຄູ່ໃນອະນາຄົດ ຊຶ່ງຈຳເປັນຕ້ອງໃຊ້ພື້ນທີ່ກວ້າງຂຶ້ນ.

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນໄດ້ ຊີ້ແຈງຂໍ້ຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດໃນວັນທີ 26 ຕຸລາຜ່ານ ມາກ່ຽວກັບໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ກ່ຽວກັບກຳນົດການທີ່ແນ່ນອນໃນການກໍ່ສ້າງ ເປັນຫຍັງຈຶ່ງຮັກສາເນື້ອທີ່ດິນຈຳນວນ 50 ແມັດ ຕາມ ແລວທາງລົດໄຟຕໍ່ຂໍ້ຊັກຖາມດັ່ງກ່າວ ທ່ານລັດຖະມົນຕີກໍ່ໄດ້ຊີ້ແຈງວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນແມ່ນ ໂຄງການຮ່ວມມືລະຫວ່າງສອງພັກ, ສອງລັດຖະບານ ລາວ-ຈີນ ເປັນໂຄງການບຸລິມະສິດຂອງສອງລັດຖະບານ ຊຶ່ງການຈັດຕັ້ງປະຕິບັດ

ໂຄງການແມ່ນລັດວິສາຫະກິດຕາງໜ້າ ຂອງສອງປະເທດລົງທຶນຮ່ວມກັນ ໃນນີ້ລັດວິສາຫະກິດຝ່າຍຈີນຖືຮຸ້ນ 70% ແລະລັດວິສາຫະກິດຝ່າຍລາວຖືຮຸ້ນ 30%, ປະຈຸບັນທາງໂຄງການໄດ້ສຳເລັດການປະມູນຈັດຊື້-ຈັດຈ້າງເພື່ອຈັດ ຫາຜູ້ຮັບເໝົາກໍ່ສ້າງ ແລະທີ່ປຶກສາແລ້ວ ແລະໃນວັນທີ 24 ຕຸລາ 2016 ກໍໄດ້ ມີການເຊັນສັນຍາການກໍ່ສ້າງ ແລະທີ່ປຶກສາ, ຫຼັງຈາກນັ້ນກໍຈະກ້າວເຂົ້າສູ່ ການກະກຽມໃຫ້ແກ່ການກໍ່ສ້າງ ຊຶ່ງຄາດວ່າຈະໄດ້ລົງມືກໍ່ສ້າງໃນເດືອນທັນວາ 2016 ນີ້ ຄາດສຳເລັດໃນປີ 2021.

ສຳລັບການຊົດເຊີຍຕໍ່ຜູ້ທີ່ໄດ້ຮັບຜົນ ກະທົບຈາກໂຄງການນັ້ນ ປະຈຸບັນອຳນາດການປົກຄອງນະຄອນຫຼວງວຽງ ຈັນ ໄດ້ມີຄະນະກຳມະການໄກ່ເກ່ຍ ແລະ ເວນຄືນທີ່ດິນສຳລັບໂຄງການແລ້ວ ຊຶ່ງທາງຄະນະກຳມະການໄດ້ດຳເນີນ ການປະສານສົມທົບກັບບັນດາບ້ານ ແລະປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໃນບາງບ້ານແລ້ວ, ສ່ວນວ່າງົບປະມານ ການຊົດເຊີຍຕໍ່ຜູ້ທີ່ຖືກຜົນກະທົບນັ້ນ ໂດຍອີງຕາມສັນຍາຮ່ວມມື ວ່າດ້ວຍການ ຮ່ວມມືພັດທະນາພື້ນຖານໂຄງລ່າງທາງລົດໄຟ ແລະໂຄງການທາງລົດໄຟລາວ-ຈີນ ລະຫວ່າງສອງລັດຖະບານແມ່ນ ນອນຢູ່ໃນງົບປະມານທີ່ກຳນົດໄວ້ໃນ ບົດສຶກສາຄວາມເປັນໄປໄດ້ໂຄງການ ແລະໄດ້ລວມເຂົ້າຢູ່ໃນມູນຄ່າຂອງໂຄງ ການແລ້ວ.

ຕໍ່ບັນຫາທີ່ວ່າໂຄງການທາງລົດໄຟ ລາວ-ຈີນ ສະຫງວນແລວທາງລົດໄຟ ໄວ້ເບື້ອງລະ 50 ແມັດ ເພື່ອຫຍັງນັ້ນ ແມ່ນມີຢູ່ 4 ຈຸດປະສົງຫຼັກຄື: 1. ສະຫງວນໄວ້ເປັນມາດຖານເຕັກນິກຂອງ ທາງລົດໄຟຂອງ ສປ ຈີນ, 2. ເພື່ອຄວາມປອດໄພໃນເວລາແລ່ນລົດໄຟ ເພາະລົດໄຟຄວາມໄວສູງ ເພື່ອສະກັດກັ້ນສັດຜ່ານ ແລະຕົ້ນໄມ້ລົ້ມທັບ ແລະອື່ນໆ, 3. ເນື່ອງຈາກວ່າປະຈຸບັນເປັນເສັ້ນທາງດ່ຽວ ຈຶ່ງສະຫງວນໄວ້ ເພື່ອສ້າງເປັນທາງຄູ່ໃນ ອະນາຄົດ, 4. ໃນການສະຫງວນໄວ້ນີ້ ແມ່ນບໍ່ໄດ້ເອົາໄປດຳເນີນກິດຈະການອື່ນໃດໆ, ສະຫງວນໄວ້ສຳລັບນຳໃຊ້ ເປັນແລວທາງລົດໄຟສະເພາະເທົ່ານັ້ນ.

ຊຶ່ງປະຈຸບັນໂຄງການກໍ່ສ້າງທາງລົດ ໄຟລາວ-ຈີນ ແມ່ນປະກອບມີບໍລິສັດຜູ້ຮັບເໝົາ 5 ບໍລິສັດຄື: ບໍລິສັດວິສະວະກຳ ກໍ່ສ້າງທາງລົດໄຟ ເລກ 5 ສປ ຈີນ, ບໍລິສັດວິສະວະກຳກໍ່ສ້າງທາງລົດໄຟສາກົນ ສປ ຈີນ, ບໍລິສັດວິສະວະກຳກໍ່ສ້າງ ທາງລົດໄຟເລກ 8 ສປ ຈີນ, ບໍລິສັດຊີໂນ ໄຮໂດຣ ຈຳກັດ ແລະບໍລິສັດກໍ່ສ້າງໄຟຟ້າ ສປ ຈີນ ຈຳກັດ, ສ່ວນບໍລິສັດທີ່ປຶກສາ ຄວບຄຸມການກໍ່ສ້າງມີ 3 ບໍລິສັດ ປະກອບມີບໍລິສັດທີ່ປຶກສາວິສະວະກຳກໍ່ສ້າງທຽນສິນ, ບໍລິສັດທີ່ປືກສາ CIECC ຮ່ວມກັບ Gansu Tieke ແລະບໍລິສັດທີ່ປຶກສາວິສະວະກຳສາງເສີງເຫີນານ, ສຳລັບທີ່ປຶກສາພາກສ່ວນທີສາມມີບໍລິສັດທີ່ປຶກສາກວດກາເຕັກນິກວູຫານເທຍເຈິງ, ສະຖາບັນທີ່ປຶກສາກວດກາເຕັກນິກ ລົດໄຟ ສປ ຈີນ ແລະບໍລິສັດທີ່ປຶກສາຊົງ ເທຍ ສີຊຸນ ປັກກິ່ງ ໂດຍບັນດາບໍລິສັດແມ່ນໄດ້ມີພີທີເຊັນສັນຍາໃນວັນທີ 24 ຕຸລາ 2016 ທີ່ນະຄອນຫຼວງວຽງຈັນ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...