spot_img
Homeນານາສາລະເປີດເພງສຽງດັງລົບກວນຄົນອື່ນໃນເວລາຫຼັບນອນ! ພຶດຕິກຳທີ່ບໍ່ສົມຄວນເຮັດ

ເປີດເພງສຽງດັງລົບກວນຄົນອື່ນໃນເວລາຫຼັບນອນ! ພຶດຕິກຳທີ່ບໍ່ສົມຄວນເຮັດ

Published on

ພຶດຕິກຳການເປີດເພງສຽງດັງ ຫຼື ສົ່ງສຽງດັງໃນຮູບແບບຕ່າງໆໃນຍາມວິການ (ເດິກດື່ນທ່ຽງຄືນ) ເກີນໂມງທີ່ທາງລະບຽບບ້ານເມືອງກຳນົດໄວ້ຄືບໍ່ໃຫ້ໃຊ້ສຽງດັງເກີນ 23:00 -24:00ໂມງນັ້ນ ຖືເປັນການລົບກວນເວລາພັກຜ່ອນຂອງຄົນອື່ນ. ໃນທາງດ້ານຂອງສັງຄົມການຢູ່ຮ່ວມກັນຖືວ່າເປັນເລື່ອງທີ່ເສຍມາລະຍາດອີກຮູບແບບໜຶ່ງ ມັບປຽບເໝືອນການບໍ່ເຄົາລົບເວລາພັກຜ່ອນຂອງຄົນອື່ນ ແລະ ເປັນການບໍ່ເຄົາລົບກົດລະບຽບຂອງບ້ານເມືອງ.

ຜູ້ຂຽນສັງເກດເຫັນວ່າ ໃນສັງຄົມບ້ານເຮົາຍັງມີກຸ່ມຄົນປະເພດໜຶ່ງທີ່ເຫັນແກ່ຄວາມມ່ວນຊື່ນເກີນໄປ ໂດຍບໍ່ຄຳນຶງເຖິງຈິດໃຈຂອງເພື່ອນບ້ານທີ່ຢູ່ບໍລິເວນອ້ອມຂ້າງ,​ ລະບຽບການບ້ານເມືອງກໍ່ມີລະບຸໄວ້ຢ່າງຊັດເຈນ ແຕ່ກໍ່ລະເມີດໂດຍບໍ່ເຄົາລົບກົດລະບຽບ ສາເຫດທີ່ຄົນກຸ່ມນີ້ບໍ່ເຄົາລົບກົດລະບຽບ ອາດເປັນຍ້ອນການບັງຄັບໃຊ້ລະບຽບດັ່ງກ່າວນັ້ນ ໂດຍສະເພາະຂັ້ນບ້ານ ເຊິ່ງເປັນຂັ້ນຮາກຖານທີ່ຕິດແທດກັບພື່ນທີ່ຍັງຖືເບົາໃນການແກ້ໄຂບັນຫານີ້ຢ່າງຈິງຈັງ ແລະ ຜູ້ທີ່ມີພຶດຕິກຳມັກເປີດເພງສຽງດັງເກີນກຳນົດການ ແລະ ດັງເກີນ ໃນຍາມຫຼັບນອນຂອງຄົນອື່ນກໍ່ຂາດຈິດສຳນຶກ ຂາດຄວາມເຫັນໃຈ ຂາດຄວາມເກງໃຈເພື່ອນບ້ານ ແມ່ນຢູ່ວ່າຕົນເອງບໍ່ໄດ້ເປີດເພງສຽງດັງທຸກມື້ດົນໆເປີດ ແຕ່ທ່ານຮູ້ ຫຼື ບໍ່ວ່າ? ມົນລະພິດທາງສຽງນັ້ນ ເປັນອັນຕະລາຍຕໍ່ສຸຂະພາບຫຼາຍ ໂດຍສະເພາະກັບຄົນເຮັດວຽກເມື່ອຍ, ຄົນເຖົ້າ, ເດັກນ້ອຍ, ຄົນປ່ວຍ. ເພາະສຽງດັງຈົນເກີນໄປມັນສາມາດສົ່ງຜົນອັນຕະລາຍຕໍ່ຈິດໃຈ ແລະ ຕໍ່ຮ່າງກາຍໄດ້ເຊັ່ນ:
1. ຜົນກະທົບທາງດ້ານຈິດໃຈເມື່ອມີສຽງດັງລົບກວນ
– ກໍ່ໃຫ້ເກີດອາການຫງຸດງິດ, ລຳຄານ, ປະສາດ.
– ກໍ່ໃຫ້ເກີດການປ່ຽນແປງທາງດ້ານອາລົມ.
– ກໍ່ໃຫ້ເກີດຈິດປ່ວງ, ເສຍສະມາທິ.
2. ຜົນກະທົບຕໍ່ສະພາບຮ່າງກາຍ
– ເຮັດໃຫ້ຫົວໃຈເຕັ້ນແຮງ, ອັດຕາການຫາຍໃຈປ່ຽນແປງ
– ເຮັດໃຫ້ເກີດກຣົດໃນກະເພາະຫຼາຍກວ່າປົກກະຕິ ເຊິ່ງອາດກາຍເປັນໂຣກກະເພາະໄດ້.
– ເຮັດໃຫ້ຄວາມດັນເລືອດສູງ.
– ເຮັດໃຫ້ກ້າມເນື້ອກະຕຸກເກີດອາການເມື່ອຍ
– ເຮັດໃຫ້ນອນບໍ່ຫຼັບ
– ເຮັດໃຫ້ປະສາດຫູເສື່ອມ ອາດເຖິງຂັ້ນເປັນພິການຫູໄດ້.
3. ຜົນຂອງການເຮັດວຽກ ຖ້າຫາກນອນບໍ່ເຕັມອື່ມຍ້ອນກາງຄືນຖືກສຽງຫຼົບກວນ ຈະສົ່ງຜົນໃຫ້ສະໝອງທຳງານຊ້າກວ່າປົກກະຕິ ຄິດວຽກບໍ່ອອກ ປະສິດຕິພາບຂອງການເຮັດວຽກຈະຫຼຸດລົງ, ສຳລັບຜູ້ທີ່ຍັງຮຽນກໍ່ຈະເຮັດໃຫ້ຮຽນບໍ່ເຂົ້າໃຈຍ້ອນສະໝອງ ແລະ ຮ່າງກາຍຕ້ອງການພັກຜ່ອນໃນມື້ຕໍ່ມາ. ນອກຈາກນີ້, ກໍ່ເປັນສາເຫດທີ່ເຮັດໃຫ້ຫຼັບໃນ ໃນເວລາຂັບລົດ ອາດເຮັດໃຫ້ເກີດອຸບັດຕິເຫດໄດ້.

ຜົນເສຍຂອງການພັກຜ່ອນບໍ່ພຽງພໍມີຫຼາຍປະການຄືທີ່ກ່າວມາຂ້າງເທິງນີ້. ສະນັ້ນ, ຫາກທ່ານໃດມີພຶດຕິກຳມັກເປີດເພງ ຫຼື ສົ່ງສຽງດັງໃນເວລາຫຼັບນອນຂອງຄົນອື່ນ ຄວນຄຳນຶງເຖິງຜົນເສຍ ແລະ ເຫັນໃຈ, ເກງໃຈຄົນອື່ນໃຫ້ຫຼາຍຂຶ້ນ ພ້ອມເຄົາລົບກົດລະບຽບບ້ານເມືອງນຳກັນ ແລະ ຜູ້ທີ່ມີໜ້າທີ່ຮັກສາກົດລະບຽບກໍ່ຄວນໃຊ້ສິດຂອງທ່ານໃນການປະຕິບັດໜ້າທີ່ຢ່າງຈິງຈັງ ເພື່ອຫຼຸດຜ່ອນບັນຫາດັ່ງກ່າວ, ເລື່ອງແບບນີ້ທຸກຄົນສາມາດປັບປ່ຽນພຶດຕິກຳຂອງຕົນເອງໄດ້ ໂດຍບໍ່ຕ້ອງໃຫ້ມີຝ່າຍໃດຝ່າຍໜຶ່ງບອກ ຈົນເປັນສາເຫດຂອງການບາດໝາງໃຈກັນລະຫວ່າງເພື່ອນບ້ານ. ສັງຄົມຈະມີຄວາມສະຫງົບ ແລະ ໜ້າຢູ່ຂຶ້ນ ຫາກເຮົາເລີ່ມຕົ້ນທີ່ຕົວຂອງເຮົາກ່ອນ ແລະ ມີສະຕິໃນການເປີດເພງ ຫຼື ລົມກັນ ເມື່ອຮອດຍາມເວລາສົມຄວນແລ້ວກໍ່ຄວນເບົາສຽງລົງ ເພື່ອບໍ່ເປັນການລົບ ກວນຄົນອື່ນ.

ຂຽນໂດຍ: ພຸດສະດີ ສາຍນໍ້າມັດ (ນັກຂຽນລາວໂພສ)
ອ້າງອີງຜົນກະທົບທາງດ້ານມົນລະພິດທາງສຽງ:www.rmuti.ac.th

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...