spot_img
Homeປະຊາສຳພັນເຊີນຮ່ວມງານພົບປະສິດເກົ່າ ອຸດົມນາຊາຍທອງ ລຸ້ນ 1991-1992 ວັນທີ 16 ທັນວານີ້

ເຊີນຮ່ວມງານພົບປະສິດເກົ່າ ອຸດົມນາຊາຍທອງ ລຸ້ນ 1991-1992 ວັນທີ 16 ທັນວານີ້

Published on

ຮຽນເຊີນເຂົ້າຮ່ວມງານພົບປະສິດເກົ່າ ອຸດົມນາຊາຍທອງ ລຸ້ນສົກປີ 1991-1992 ພາຍໃຕ້ຫົວຂໍ້ ” ຫວນຄືນອະດີດເຍົາໄວ ສ້າງສາຍໄຍຄວາມຜູກພັນ ຮ່ວມກັນພັດທະນາ ” ທີ່ໂຮງຮຽນ ມສ ນາຊາຍທອງ ວັນທີ 16 ທັນວາ 2016 ເລີ່ມແຕ່ເວລາ 13:00 ໂມງ ເປັນຕົ້ນໄປ.

ພາຍໃນງານລວມມີກິດຈະກຳກິລາບານເຕະ ແລະ ກິລາເປຕັງ ເພື່ອຮັດແໜ້ນຄວາມສາມັກຄີ, ຈາກນັ້ນ ຈະມີການມອບເຄື່ອງຊ່ວຍເຫລືອ ປະກອບມີສັງກະສີ ຈຳນວນ 300​ ແຜ່ນ ແລະ ອຸປະກອນກິລາຈຳນວນໜຶ່ງ ລວມມູນຄ່າ 11​ ລ້ານກວ່າກີບ ໃຫ້ແກ່ ໂຮງຮຽນ ມສ ນາຊາຍທອງ ເພື່ອນຳໃຊ້ເຂົ້າໃນການພັດທະນາໂຮງຮຽນ, ຫລັງຈາກນັ້ນ ຈະມີພາເຂົ້າສາມັກຄີ ເພື່ອຮ່ວມມ່ວນຊື່ນ ແລະ ພົບປະສັງສັນກັນ ລະຫວ່າງ ຄູອາຈານ ແລະ ອະດີດສິດເກົ່າທີ່ເຂົ້າຮ່ວມພາຍໃນງານ.

ສົນໃຈຕິດຕໍ່ພົວພັນ ເພື່ອສອບຖາມ ແລະ ເຂົ້າຮ່ວມງານໄດ້ທີ່: ທ່ານ ນິຄົມ ທຸມມະວົງ ໂທລະສັບ 020 22559234.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...