spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ກວດກາການຄ້າ ຍຶດໄດ້ສິນຄ້າຫ້າມຈຳໜ່າຍ

ເຈົ້າໜ້າທີ່ກວດກາການຄ້າ ຍຶດໄດ້ສິນຄ້າຫ້າມຈຳໜ່າຍ

Published on

1240605

ເພື່ອເຮັດໃຫ້ບັນດາຫົວໜ່ວຍທຸລະກິດໃນທົ່ວສັງຄົມ ຫັນເຂົ້າສູ່ລະບຽບການເປັນກ້າວໆ, ແນໃສ່ໃຫ້ວຽກງານກວດກາການຄ້າມີຄວາມເຂັ້ມແຂງ ແລະ ໄດ້ເຄື່ອນໄຫວຢ່າງປົກກະຕິ. ມາໃນວັນທີ 3 ກັນຍາຜ່ານມານີ້, ເຈົ້າໜ້າທີ່ກວດກາການຄ້າແຂວງສະຫວັນນະເຂດ ສົມທົບກັບເຈົ້າໜ້າທີ່ກວດກາການຄ້າເມືອງອາດສະພັງທອງ, ສອງຄອນ, ຈຳພອນ, ໄກສອນພົມວິຫານ ແລະ ອຸທຸມພອນ ພ້ອມກັນລົງກວດກາສິນຄ້າເຂດເທດສະບານເມືອງອາດສະພັງທອງ ຊີ້ຍັງພົບເຫັນການຄ້າຂາຍທີ່ບໍ່ຖືກຕ້ອງຕາມລະບຽບໃນຫຼາຍຮ້ານ.
ຕາມການໃຫ້ສຳພາດຂອງທ່ານ ແສງພະຈັນ ພັນມະນີວົງ ຮອງຫົວໜ້າໜ່ວຍງານກວດກາ ແລະ ປົກປ້ອງຜູ້ຊົມໃຊ້ ໄດ້ເຜີຍວ່າ: ເປົ້າໝາຍທີ່ເຈົ້າໜ້າທີ່ກວດກາການຄ້າພວກເຮົາລົງມາປະຕິບັດຢູ່ໃນເມືອງນີ້, ຕົ້ນຕໍເນັ້ນໃສ່ຮ້ານຄ້າທີ່ຂາຍຈັກຕັດໄມ້ ແລະ ເຄື່ອງອາໄຫລ່; ເຊິ່ງຈາກການລົງເຄື່ອນໄຫວຕົວຈິງ ກໍໄດ້ພົບເຫັນສິນຄ້າຫ້າມຈຳ ໜ່າຍວາງຂາຍຢູ່ໃນຮ້ານຄ້າຈຳນວນໜຶ່ງ ໂດຍສະເພາະຮ້ານຊາວຕ່າງປະເທດ (ຈີນ) ສາມາດອາຍັດສິນຄ້າຜິດລະບຽບຫຼາຍລາຍການຄື: ຈັກສິຕິນ 8 ເຄື່ອງ, ອາໄຫຼ່ຈັກສະຕິນ 5 ແກັດ, ໃບເລື່ອຍວົງເດືອນ 33 ແກັດ, ໃບມີດ-ດາບໃຫຍ່+ດາບນ້ອຍ 20 ອັນ, ຢາສູບ BASTOS, ຢາສູບກາມ້າ 20 ຊອງ, ເບຍຮູດາ (ເບຍຫວຽດນາມ) 10 ແກັດ ແລະ ສິນຄ້າໝົດອາຍຸອີກຈຳນວນໜຶ່ງ, ລວມມູນຄ່າທັງໝົດກວ່າ 46 ລ້ານກີບ. ນອກນັ້ນຍັງພົບເຄື່ອງຊ໊ອດໄຟຟ້າ ແລະ ເລົາປືນຕື່ມອີກ. ສຳລັບມາດຕະການຕໍ່ກັບຜູ້ກະທຳຜິດ ທາງເຈົ້າໜ້າທີ່ພວກເຮົາ ຈະໄດ້ເຮັດບົດບັນທຶກກ່າວເຕືອນ ຖ້າວ່າພົບເຫັນຄັ້ງຕໍ່ໄປ ຈະໄດ້ປັບໄໝຕາມລະບຽບຫຼັກການຢ່າງເຂັ້ມງວດ. ພິເສດໃນການລົງກວດກາສິນຄ້າທີ່ເມືອງອາດສະພັງທອງຂອງເຈົ້າໜ້າທີ່ກວດກາການຄ້າເທື່ອນີ້, ຍັງກວດພົບໄມ້ຫວງຫ້າມຈຳນວນໜຶ່ງ ທີ່ຖືກຊຸກເຊື່ອງໄວ້ໃນຮ້ານອາຫານຂອງຊາວຫວຽດນາມ ມາໃນປະຈຸບັນ, ພວກເຮົາກໍໄດ້ອາຍັດໄມ້ດັ່ງກ່າວໄວ້ແລ້ວ, ພ້ອມຈະໄດ້ຂໍທິດຊີ້ນຳຈາກຂັ້ນເທິງ ເພື່ອດຳເນີນການໃນຂັ້ນຕໍ່ໄປ. ດ້ານສິນຄ້າເຄື່ອງຂອງຕ່າງໆ ທີ່ຍຶດໄດ້ຈາກບັນດາຫ້າງຮ້ານນັ້ນ,ພາກສ່ວນກ່ຽວຂ້ອງແມ່ນໄດ້ມີການທ້ອນໂຮມ ແລະ ເກັບໄວ້ເປັນຢ່າງດີ ເພື່ອສະເໜີເຈົ້າແຂວງທຳລາຍ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...