spot_img
Homeວັນນະກຳເລື່ອງສັ້ນເຈົ້າສາວແວມພາຍ...ຕອນທີ 6 ຢ່າແຕະຕ້ອງນາງ

ເຈົ້າສາວແວມພາຍ…ຕອນທີ 6 ຢ່າແຕະຕ້ອງນາງ

Published on

ຕອນທີ 6 ຢ່າແຕະຕ້ອງນາງ

ຣິສຊາສ໌ ຍ່າງອອກຈາກຫ້ອງນອນຫຼັງພົບກັບ ອາຮິຊ່າ ມັນພໍເຮັດໃຫ້ເຂົາອາລົມດີຂຶ້ນມາໄດ້ພຽງບໍ່ດົນ ເຂົາກໍ່ຕ້ອງກັບສູ້ພາວະຕຶງຄຽດ

ໃນຫ້ອງເຮັດວຽກ

“4-5 ວັນມານີ້ມີກຸ່ມແວມພາຍອອກເຄື່ອນໄຫວທີ່ດິນແດນໜັກຂຶ້ນກວ່າໄລຍະຜ່ານມາ… ຂ່າວແຈ້ງມາວ່າມີມະນຸດຫາຍຕົວໄປເປັນຈຳນວນຫຼາຍ ໂດຍສະເພາະຍິງສາວບໍລິສຸດ…! ຫຼາຍວັນມານີ້ເກີດການປະທະກັນຂອງແວມພາຍຝ່າຍເຮົາ ກັບຝ່າຍກົງກັນຂ້າມ ເຖິງແມ່ນວ່າພວກເຮົາຈະສາມາດເຈັບເປັນ ແລະ ຈັບຕາຍພວກມັນໄດ້ຫຼາຍສິບຕົນ ແຕ່ທາງຂອງພວກເຮົາກໍ່ມີແວມພາຍບາດເຈັບ ແລະ ຕາຍໄປບໍ່ໜ້ອຍຄືກັນ” ວິນລ້ຽມລາຍງານໃຫ້ຜູ້ເປັນຜູ້ນຳໄດ້ຮັບຮູ້ສະພາບເຫດການ

“ສົ່ງແວມພາຍສີມືດີຈຳນວນ 20 ຕົນ ລົງໄປສົບທົບກັບແວມພາຍທີ່ປະຈຳການຢູ່ໃນແດນມະນຸດ…! ຖ້າຈັບເປັນພວກມັນຍາກ ກໍ່ ຂ້າພວກມັນຖິມໃຫ້ໝົດ” ຣິສຊາສ໌ອອກຄຳສັ່ງດ້ວຍສີໜ້ານິ້ງເດົາອາລົມຍາກ

“ຮັບຊາບ” ວິ້ນລ້ຽມກົ້ມຫົວນ້ອມຮັບຄຳສັ່ງ

“ແລ້ວເລື່ອງສອບສວນໃນຄຸກໄດ້ເລື່ອງແນວໃດແນ່” ເຂົາເອີ່ຍຖາມພ້ອມຈ້ອງໜ້າວິນລ້ຽມດ້ວຍສາຍຕາເຢັນຊາເດົາອາລົມຍາກ

“ພວກມັນສາລະພາບວ່າເຮັດຕາມຄຳສັ່ງຂອງຜູ້ມີອຳນາດ ມະນຸດທີ່ນຳມາຈະຖືກສົ່ງໄປຖວາຍໃນຫ້ອງລັບ ແຕ່ຈະເອົາໄປເຮັດຫຍັງນັ້ນພວກມັນບໍ່ຮູ້”

“ແລ້ວພວກມັນບອກເຈົ້າບໍ່ວ່າໃຜເປັນຜູ້ສັ່ງການ”

“ພວກມັນບອກວ່າບໍ່ຮູ້ຊື່ ເພາະພວກມັນເອີ້ນບຸກຄົນເຫຼົ່ານັ້ນວ່າ…ຜູ້ມີອຳນາດ” ວິນລ້ຽມຕອບກັບຜູ້ນຳດ້ວຍນ້ຳສຽງໜັກແໜ້ນ

“ຜູ້ມີອຳນາດ…ໃຜກັນ” ຣິສຊາສ໌ພາງເວົ້າງຶມງຳໃນລຳຄໍຂອງເອົານິ້ວມືເຄາະລົງໜ້າໂຕະເບົາໆພາງຄິດຫາຄຳຕອບ

ກ໊ອກ! ກ໊ອກ! ກ໊ອກ ສຽງເຄາະປະຕູຫ້ອງດັງສົ່ງສັນຍານວ່າມີຕ້ອງການພົບເຂົາ

ເຂົ້າມາ…!!! ຣິສຊາສ໌ກ່າວອະນຸຍາດໃຫ້ຄົນຢູ່ໜ້າຫ້ອງເຂົ້າມາ

ແອ໊ດ…!!! ປະຕູຄ່ອຍໆເປີດອອກ

“ຂ້ອຍມາລົບກວນທ່ານຫຼືບໍ່” ຄຣິສຕິນສາວແວມພາຍຂາຄູ່ຂອງຣິສຊາສ໌ນາງກ່າວຂຶ້ນພ້ອມຫັນໄປສົບຕາກັບຣິສຊາສ໌ ກ່ອນຍ່າງເຂົ້າມາຫາຊາຍໜຸ່ມຢ່າງອ້ອນແອ້ນ

“ເຈົ້າມີວຽກຫຍັງກັບຂ້ອຍ” ຊາຍໜຸ່ມເອີຍຖາມຍິງສາວດ້ວຍນ້ຳສຽງເຢັນຊາໂດຍທີ່ບໍ່ໄດ້ເບິ່ງໜ້າ

ວິນລ້ຽມຟ້າວຂໍລາອອກຈາກຫ້ອງຍ່າງຮູ້ງານ ເມື່ອສຽງປະຕູປິດລົງ ຄຣິສຕິນບໍ່ລໍຊ້າທີ່ຈະເຂົ້າໄປປະຊິດຕົວຊາຍໜຸ່ມທີ່ນັ່ງຢູ່ຕັ່ງເຮັດວຽກດ້ວຍຫົວໃຈທີ່ຮຽກຮ້ອງ

“ເຫດໃດຊ່ວງນີ້ທ່ານເຖິງບໍ່ມາຫາຂ້ອຍ…” ຍິງສາວພາງເວົ້າພ້ອມຊົບໃບໜ້າງາມລົງໄປຖູໄຖບໍລິເວນກ້ານຄໍລາມມາທີ່ໃບຫູ

“ຂ້ອຍມີວຽກຕ້ອງສະສາງຫຼາຍຢ່າງ ຊ່ວງນີ້ຂ້ອຍບໍ່ມີອາລົມໃນເລື່ອງນັ້ນ” ຊາຍໜຸ່ມຂົ່ມອາລົມໄວ້ໃຫ້ເລິກກ່ອນຈະໃຊ້ມືຂອງເຂົາຢູ່ຕົວນາງອອກຈາກຕົວເຂົາເບົາໆ

“ແຕ່ຂ້ອຍຄິດຮອດຮ່າງກາຍຂອງທ່ານຈົນເກືອບບ້າ” ນາງກ່າວດ້ວຍນ້ຳສຽງອອດອ້ອນ

“ໄວ້ຂ້ອຍຈະໄປຈັດໃຫ້ເຈົ້າຊຸດໃຫຍ່ວັນຫຼັງເດີ້…! ” ຊາຍໜຸ່ມກ່າວຂຶ້ນໃນຂະນະທີ່ໃຊ້ມືຂ້າງໜຶ່ງຂອງເຂົາເສີຍຄາງຂອງຍິງສາວຂຶ້ນມາແລ້ວເຂົາໃຊ້ປາກເຕະທີ່ປາກນາງເບົາໆໜຶ່ງຄັ້ງ

“ແຕ່ວ່າ…” ຍິງສາວຍັງອອດອ້ອນ

“ຊູ່…! ຢ່າດື້” ຊາຍໜຸ່ໃຊ້ນິ້ວຊີ້ໄປກົດທີ່ປາກນາງແລະ ຍົກຍິ້ມໃຫ້ນາງຢ່າງບໍ່ໜ້າໄວ້ໃຈ

ຄຣິສຕິນກຳລັງໃຈອ່ອນກັບຄຳທີ່ຊາຍໜຸ່ມບອກ ແຕ່ຢູ່ດີໆປາຍປະສາດສຳພັດຂອງນາງກໍ່ໄດ້ກິ່ນຫອມແປກ

“ກິ່ນຍິງສາວມະນຸດ” ນາງກ່າວທ້ວງໃນຂະນະເບິ່ງໜ້າຂອງຊາຍໜຸ່ມ “ນາງເປັນໃຜ…ເຫດໃດທ່ານເຖິງເອົາມັນມາໄວ້ໃນປຣາສາດຂອງທ່ານ”

“ເຈົ້າບໍ່ມີສິດຖາມຂ້ອຍໃນເລື່ອງນີ້…!!!” ຊາຍໜຸ່ມຕອບກັບນາງດ້ວຍໃບໜ້ານິ້ງ ແລະ ນ້ຳສຽງເຢັນຊາ

“ເຫດໃດຂ້ອຍບໍ່ມີສິດຖາມທ່ານ…ໃນເມື່ອທ່ານກໍ່ຮູ້ວ່າທ່ານກັບຂ້ອຍເປັນຂອງກັນ ແລະ ກັນມາຕະຫຼອດ 500ປີ”

“ຂ້ອຍຄົງຕ້ອງຢ້ຳຄວາມຈຳໃຫ້ເຈົ້າອີກເປັນຄັ້ງທີລ້ານ ວ່າເຮົາສອງຄົນພຽງເອົາມັນແລ້ວກໍ່ຈົບ…ຂ້ອຍບໍ່ເຄີຍໃຫ້ສະຖານະເຈົ້າສູງໄປກວ່າຍິງສາວຄົນອື່ນໆທີ່ຂ້ອຍເຄີຍນອນນຳ”

“ໄດ້…! ໄດ້…! ຂ້ອຍຈະບໍ່ຖາມທ່ານເລື່ອງຂອງນາງອີກ…! ແຕ່ຂ້ອຍຈະຂ້ານາງທັນທີເມື່ອຂ້ອຍເຫັນນາງ” ນາງຕອບກັບດ້ວຍນ້ຳສຽງສັ່ນໆ ແຕ່ໃນແວວຕາເຕັມໄປດ້ວຍຄວາມເຈັບຊ້ຳ

“ຢ່າແຕະຕ້ອງນາງ…ຫາກເຈົ້າຫຍຸ້ງກັບນາງພຽງປາຍເສັ້ນຜົມ…ຂ້ອຍຈະເອົາຊີວິດຂອງເຈົ້າທັນທີ” ຣິສຊາສ໌ກ່າວຂຶ້ນພ້ອມມືໜຶ່ງບີບຄໍນາງດັນເຂົ້າແນບຝາ ຫຼັງຂອງຄຣິສຕິນກະແທກຝາຫ້ອງຢ່າງແຮງ ແລະ ຕອນນີ້ນາງກຳລັງດິ້ນທຸລົນທຸລາຍຢ່າງເຈັບປວດ  ເນື່ອງຈາກຄໍງາມຂອງນາງຖືກຣິສຊາສ໌ບີບໄວ້ແໜ້ນ ໃນຕາຂອງຣິສຊາສ໌ແດງກຳພ້ອມກັບມີເສັ້ນເລືອດດຳຟູແຊກທີ່ຜິວໜ້າອັນຂາວຈີດຂອງເຂົາຢ່າງເຫັນໄດ້ຊັດ ບົ່ງບອກວ່າເຂົາບໍ່ພໍໃຈທີ່ຄຣິສຕິນຂູ່ຈະຂ້າ ອາຣິຊ່າ ສຽງກັດແຂ້ວກຣ໊ອດ..!ກຣ໊ອດ… ກວ່າຣິສຊາສ໌ຈະໄດ້ສະຕິນາງກໍ່ເກືອບຕາຍຄາມືຂອງເຂົາ

“ເຈົ້າໄປໃຫ້ພົ້ນໜ້າຂ້ອຍດຽວນີ້ ຖ້າຂ້ອຍບໍ່ຕ້ອງການເຈົ້າກໍ່ບໍ່ຕ້ອງມາໃຫ້ຂ້ອຍເຮັດໜ້າ” ຊາຍໜຸ່ມກ່າວຂຶ້ນດ້ວຍນ້ຳສຽງກະແທກ

ນີ້ເປັນຄັ້ງທຳອິດທີ່ຣິສຊາສ໌ທຳຮ້າຍນາງເພາະຜູ້ຍິງຄົນອື່ນ ທັງທີ່ຜ່ານມາຕະຫຼອດ 500ປີ ເຖິງນາງຈະເຄີຍຂ້າ ຫຼື ທຳຮ້າຍຜູ້ຍິງຂອງຣິສຊາສ໌ ແຕ່ໜັກສຸດເຂົາພຽງແຕ່ຕັກເຕືອນ ແລະ ທຸກຄັ້ງກໍ່ຈົບລົງດ້ວຍການມີເຊັກສ໌ອັນຮ້ອນແຮງ ແຕ່ເຫດໃດຜູ້ຍິງຄົນນີ້ເຖິງເຮັດໃຫ້ນາງເກືອບຕາຍທັງທີ່ນາງພຽງເອີ່ຍຂູ່ຈະທຳຮ້າຍເທົ່ານັ້ນ ຍິງສາວຟ້າວຍ່າງອອກຈາກປຣາສາດໄປດ້ວຍນ້ຳຕານອງໜ້າ ດ້ວຍອາລົມນ້ອຍໃຈ ແລະ ເສຍໃຈສຸດໆ ພາງຈົ່ມເບົາໆ “ຂ້ອຍຕ້ອງຮູ້ໃຫ້ໄດ້ວ່າມັນເປັນໃຜ…”

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...