spot_img
Homeຂ່າວທ້ອງຖິ່ນເງື່ອນໄຂເຂົ້າ-ອອກ​ ນະຄອນຫຼວງວຽງຈັນ​ແຕ່ນີ້ຮອດ 20​ ພຶດສະພານີ້

ເງື່ອນໄຂເຂົ້າ-ອອກ​ ນະຄອນຫຼວງວຽງຈັນ​ແຕ່ນີ້ຮອດ 20​ ພຶດສະພານີ້

Published on

ພະແນກສາທາລະນະສຸກ,​ ນະຄອນຫຼວງວຽງຈັນແຈ້ງການເຖິງ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ແລະ ການຈັດຕັ້ງ ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ​ ເລື່ອງການອະນຸຍາດເອກະສານເດີນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນ ແຕ່ນີ້ເຖິງວັນທີ 20 ພຶດສະພາ 2021​ ຈະຕ້ອງໄດ້ປະກອບເອກະສານຂໍອະນຸຍາດ ເດີນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນ, ລາຍລະອຽດດັ່ງນີ້:

I. ການປະກອບເອກະສານ:
1. ພະນັກງານໄປວຽກທາງລັດຖະການຢູ່ຕ່າງແຂວງ: ໃບອະນຸຍາດຢັ້ງຢືນ ຫຼື ໃບແຕ່ງຕັ້ງ ຈາກກົມກອງ.​
2. ນິຕິບຸກຄົນ ຫຼື ບໍລິສັດເອກະຊົນ ໃຫ້ເຮັດໃບສະເໜີຈາກບໍລິສັດ.​
3. ບຸກຄົນ ຫຼື ປະຊາຊົນທົ່ວໄປ ແມ່ນໃຫ້ເຮັດໃບສະເໜີຜ່ານນາຍບ້ານ, ກໍລະນີມີຍາດພີ່ນ້ອງເຈັບເປັນ ຕ້ອງມີໃບຢັ້ງຢືນຈາກໂຮງໝໍ ຫຼື ຖ້າຄົນເຈັບຢູ່ເຮືອນ ແມ່ນໃຫ້ມີໃບຢັ້ງຢືນຈາກນາຍບ້ານ.
4. ຄົນຕ່າງແຂວງທີ່ມາຄ້າງຢູ່ນະຄອນຫຼວງວຽງຈັນ ຢາກກັບຄືນຖີ່ນຖານ ຕ້ອງມີ ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື​ ໃບຢັ້ງຢືນທີ່ຢູ່ ຈາກປົກຄອງທ້ອງຖີ່ນ (ບ້ານ,ເມືອງ ຫຼື ແຂວງ).
5. ສໍາລັບຊາວຕ່າງປະເທດ ທີ່ເຂົ້າມາ ສປປ ລາວ ທີ່ອາໃສຢູ່ນະຄອນຫຼວງວຽງຈັນ ພາຍໃນ 01 ເດືອນ ໃຫ້ມືໃບຢັ້ງຢືນ ກວດໂຄວິດ-19 ຈາກສູນວິເຄາະລະບາດວິທະຍາ.
II. ເງື່ອນໄຂທີ່ອະນຸຍາດ :
1. ບຸກຄົນ, ນິຕິບຸກຄົນ ພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ຈະເດີນທາງອອກໄປຕ່າງແຂວງ ທຸກຄົນຈະຕ້ອງໄດ້ຮັບການຢັ້ງຢືນຈາກ ການປົກຄອງທ້ອງຖີ່ນ (ບ້ານ, ເມືອງ ຫຼື ແຂວງ) ປາຍທາງ; ສ່ວນການເຂົ້າມານະຄອນຫຼວງວຽງຈັນ ຈະຕ້ອງມີອະນຸຍາດ ຈາກສະເພາະກິດແຂວງກ່ຽວຂ້ອງກ່ອນ.
2. ຂະບວນລົດຜູ້ນຳ, ລົດແພດສົ່ງຄົນເຈັບ, ລົດກູ້ໄພ, ລົດດັບເພີງ ແລະ ລົດຄະນະສະເພາະກິດ ສາມາດເຂົ້າ-ອອກ ໄດ້ເລີຍ .
3. ຄົນຂັບລົດ ຂົນສົ່ງສິນຄ້າ ແມ່ນໃຫ້ຜ່ານ ອະນຸຍາດຈາກພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ), ຖ້າມີບຸກຄົນອື່ນໄປນຳລົດດັ່ງກ່າວ ຕ້ອງໄດ້ມາຜ່ານພະແນກສາທາລະນະສຸກນະຄອນຫຼວງວຽງຈັນ.
4. ສະຖານທີ່ພົວພັນເອກະສານ ຢູ່ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ, ສົ່ງເອກະສານ ຜ່ານທາງ WhaApp 020​ 59194224, 02076280640 (ບໍ່ຮັບການຢືນເອກະສານໂດຍກົງ).
ໜາຍເຫດ: ເນື້ອໃນເອກະສານຈະຕ້ອງແຈ້ງຈຸດປະສົງເຫດຜົນຄວາມຈໍາເປັນ, ສະຖານທີ່, ປະເພດພາຫະນະ, ເລກທະບຽນ, ຊື່ຜູ້ຂັບລົດ, ເບີໂທລະສັບ, ຈຳນວນຄົນທີ່ຈະເດີນທາງຮ່ວມ, ກຳນົດວັນທີ່ໄປ ແລະ ກັບ ຢ່າງຈະແຈ້ງ, ພ້ອມຕິດຄັດເອກະສານໃຫ້ຄົບຖ້ວນຕາມທີ່ໄດ້ລະບຸຢູ່ຂ້າງເທິງ.
ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...