spot_img
Homeຂ່າວຕ່າງປະເທດເງິນຢວນຈີນ ຢູ່ໃນອັນດັບທີ 4 ຂອງສະກຸນເງິນທີ່ໃຊ້ຫຼາຍທີ່ສຸດໃນໂລກ

ເງິນຢວນຈີນ ຢູ່ໃນອັນດັບທີ 4 ຂອງສະກຸນເງິນທີ່ໃຊ້ຫຼາຍທີ່ສຸດໃນໂລກ

Published on

ໃນວັນທີ 21 ມັງກອນ 2022 ທີ່ຜ່ານມາ ສໍານັກຂ່າວຕ່າງປະເທດ ໄດ້ລາຍວ່າ: ສະມາຄົມເພື່ອການໂທລະຄົມມະນາຄົມທາງການເງິນລະຫວ່າງທະນາຄານໂລກ ຫຼື (SWIFT) ຜູ້ໃຫ້ບໍລິການໂອນເງິນລະດັບໂລກ ໄດ້ລະບຸວ່າ ເງິນຢວນ (RMB) ຂອງປະເທດຈີນ ໄດ້ຖືກຈັດອັນດັບມາຢູ່ອັນດັບທີ 4 ໃນຖານະສະກຸນເງິນທີ່ຖືກນໍາໃຊ້ຫຼາຍທີ່ສຸດໃນໂລກ ໂດຍໄດ້ມີການລະບຸວ່າມູນຄ່າການຊໍາລະຂອງເງິນຢວນເພີ່ມຂຶ້ນ 36.4% ເມື່ອທຽບກັບເດືອນພະຈິກ ປີ 2021. ນອກຈາກນີ້ເງິນຢວນຍັງຢູ່ອັນດັບທີ 6 ທາງດ້ານການໃຊ້ຈ່າຍລະຫວ່າງປະເທດ ຫາກບໍ່ນັບລວມການຊໍາລະເງິນຢູໂຣ.

ທັງນີ້ເງິນຢວນຢູ່ອັນດັບທີ 5 ໃນຖານະສະກຸນເງິນທີ່ຖືກນໍາໃຊ້ຫຼາຍທີ່ສຸດໃນທົ່ວໂລກ ໂດຍຄິດໄລ່ຕາມມູນຄ່າໃນເດືອນພະຈິກ 2021 ໂດຍກວມເອົາ 2.14% ແລະ ເປັນອັນດັບທີ 6 ທາງດ້ານການໃຊ້ຈ່າຍລະຫວ່າງປະເທດ ໂດຍກວມເອົາ 1.38%

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...