spot_img
Homeເກັບຕົກ-ເລື່ອງແປກຮືຮາ! ງານແຕ່ງດອງຊາວມາເລຄູ່ນີ້ ໝູ່ເຈົ້າບ່າວ - ເຈົ້າສາວ ແຕ່ງກາຍຊຸບເປີ້ຮີໂຣ່ມາຮ່ວມງານ!

ຮືຮາ! ງານແຕ່ງດອງຊາວມາເລຄູ່ນີ້ ໝູ່ເຈົ້າບ່າວ – ເຈົ້າສາວ ແຕ່ງກາຍຊຸບເປີ້ຮີໂຣ່ມາຮ່ວມງານ!

Published on

wedding_1

ສ້າງສີສັນຮືຮາທົ່ວສັງຄົມອອນລາຍ ເມື່ອງານແຕ່ງດອງຄູ່ບ່າວສາວຊາວມາເລເຊຍ ມີໝູ່ເຈົ້າບ່າວ ແລະ ໝູ່ເຈົ້າສາວ ພາກັນແຕ່ງຊຸດຊຸບເປີ້ຮີໂຣ່ໃນຮູບເງົາ ມາຮ່ວມເປັນສັກຂີພິຍານ ຢ່າງພ້ອມພຽງ.

ສຳນັກຂ່າວຕ່າງປະເທດ ໄດ້ນຳສະເໜີເລື່ອງດັ່ງກ່າວ ໃນມື້ວັນທີ 1 ມິຖຸນານີ້ວ່າ ງານແຕ່ງດອງຂອງຄູ່ບ່າວສາວຊາວມາເລເຊຍຄູ່ໜຶ່ງ ເຊິ່ງຈັດຂຶ້ນໃນວັນທີ 30 ພຶດສະພາຜ່ານມານີ້ ໄດ້ສ້າງສີສັນແປກຕາສ້າງຄວາມຮືຮາທົ່ວສັງຄົມອອນລາຍໃນປັດຈຸບັນ ເມື່ອມີຜູ້ໃຊ້ເຟສບຸກຊື່ Siakap Keli ໄດ້ໂພສຕ໌ຮູບງານແຕ່ງດອງດັ່ງກ່າວ ທີ່ມີໝູ່ເຈົ້າບ່າວ ແລະ ເຈົ້າສາວ ພາກັນແຕ່ງກາຍດ້ວຍຊຸດຊຸບເປີ້ຮີໂຣ່ ແບບຮູບເງົາກາຕູນຍີ່ປຸ່ນ ຢ່າງພ້ອມພຽງຮຽງໜ້າ.

ທັງນີ້ ງານແຕ່ງດອງດັ່ງກ່າວ ໄດ້ເຮັດໃຫ້ຜູ້ທີ່ໄປຮ່ວມງານ ແລະ ລວມທັງຜູ້ທີ່ພົບເຫັນຮູບພາບດັ່ງກ່າວນີ້ ຕ່າງກໍພາກັນອົມຍິ້ມກັບສີສັນສຸດແປກ ຢູ່ໃນງານແຕ່ງດອງຂອງຊາວມາເລເຊຍຄູ່ນີ້ ເຊິ່ງເປັນງານແຕ່ງແບບຊາວມຸດສະລິມ ທີ່ມີການເຄັ່ງຄັດໃນປະເພນີຫລາຍ.

 

wedding_2

wedding_3

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...