spot_img
Homeຊີວິດແລະຄວາມຮັກຮັກໄດ້ ແຕ່ຢູ່ຄຽງຂ້າງບໍ່ໄດ້

ຮັກໄດ້ ແຕ່ຢູ່ຄຽງຂ້າງບໍ່ໄດ້

Published on

ມີບ່າວສາວຄູ່ໜຶ່ງຮັກກັນມາເປັນເວລາດົນກວ່າ 2 ປີ ຝ່າຍຍິງເປັນຄົນໃນຄອບຄົວທີ່ມີຖານະທຳມະດາປານກາງ ບໍ່ຮັ່ງ ແລະ ກໍ່ບໍ່ທຸກ ສ່ວນຝ່າຍຊາຍຢູ່ໃນຖານະຄ່ອນຂ້າງລຳບາກກວ່າຝ່າຍຍິງຫຼາຍ ໂດຍສະເພາະຝ່າຍຊາຍຈະມີບັນຫາເລື່ອງເງິນຢູ່ເປັນປະຈຳ ແຕ່ຝ່າຍຍິງກໍ່ຍິນດີສານສຳພັນກັບຝ່າຍຊາຍຍ້ອນຝ່າຍຊາຍເປັນຄົນດີ ແລະ ມີຄວາມຂະຫຍັນໃນການທຳມາຫາກິນ ຕະຫຼອດໄລຍະສອງປີທີ່ພວກເຂົາຄົບກັນກໍ່ມີຄວາມສຸກດີ ຕ່າງຝ່າຍກໍ່ໝັ່ນໄປມາຫາສູ່ຄອບຄົວຂອງກັນ ແລະ ກັນ ໂດຍຕ່າງຝ່າຍກໍ່ບໍ່ໄດ້ສະແດງທ່າທີອຶດອັດຄອບຄົວຂອງອີກຝ່າຍ

ເມື່ອເວລາຜ່ານໄປ 2 ປີປາຍ ທາງຝ່າຍຊາຍກໍ່ຮູ້ສຶກໝັ້ນໃຈໃນຕົວແຟນສາວຂອງຕົນເອງວ່າສາມາດເຂົ້າກັບຄອບ ຄົວຂອງຕົນເອງໄດ້ ເນື່ອງຈາກເບິ່ງຄຳເວົ້າ ແລະ ການກະທຳຂອງແຟນສາວກໍ່ບໍ່ມີທ່າທີວ່າຈະລັງກຽດຄອບຄົວຂອງລາວເລີຍແມ່ນແຕ່ນ້ອຍດຽວ, ມີມື້ໜຶ່ງໃນເລລາທີ່ພວກເຂົານັ່ງຫຼິ້ນນຳກັນສອງຕໍ່ສອງທີ່ສວນສາທາລະນະ ມື້ນັ້ນເປັນມື້ທີ່ອາກາດດີ ທ້ອງຟ້າແຈ່ມໃສ ແລະ ຄົນໃນສວນສາທາລະນະກໍ່ບໍ່ຫຼາຍປານໃດ ຝ່າຍຊາຍຈິ່ງໄດ້ຕັດສິນໃຈລົມເລື່ອງການສ້າງອານາຄົດຮ່ວມກັບຝ່າຍຍິງ ຝ່າຍຊາຍໄດ້ບັນຍາຍແຜນການສ້າງອານາຄົດທີ່ສົດໃສກັບແຟນສາວດ້ວຍສີໜ້າຍິ້ມແຍ້ມແຈ່ມໃສ ແລະ ຝ່າຍຍິງກໍ່ຟັງດ້ວຍສີໜ້ານິ້ງໆ ປ່ອຍໃຫ້ແຟນໜຸ່ມຂອງຕົນເອງເວົ້າຈົນສຸດ ໂດຍທີ່ນາງບໍ່ໄດ້ອອກຄຳຄິດເຫັນຫຍັງກ່ຽວກັບເລື່ອງນີ້

ຕົກເດິກມາຝ່າຍຍິງນອນບໍ່ຫຼັບ ເພາະຄິດທົບທວນໄປມາເຖິງຄຳເວົ້າຂອງແຟນໜຸ່ມທີ່ເວົ້າກັບຕົນເອງ ນາງຮູ້ສຶກລັງເລໃນເລື່ອງການແຕ່ງງານກັບແຟນໜຸ່ມ ໃນໃຈເລິກໆນາງກໍ່ຮູ້ສຶກດີໃຈທີ່ແຟນໜຸ່ມຂໍແຕ່ງງານ ເພາະນາງກໍ່ຮູ້ສຶກຮັກຜູ້ຊາຍຄົນນີ້ຫຼາຍ ແຕ່ອີກໃຈໜຶ່ງນາງກໍ່ຮູ້ສຶກລັງເລໃຈ ບໍ່ຢາກແຕ່ງງານກັບຜູ້ຊາຍຄົນນີ້ ຍ້ອນນາງຕິສະພາບຄອບຄົວຂອງຝ່າຍຊາຍ ນອກຈາກຄອບຄົວແຟນໜຸ່ມຈະທຸກແລ້ວ ແມ່ ແລະ ແມ່ຂອງແຟນໜຸ່ມຍັງມັກສ້າງແຕ່ໜີ້ສິນມາໃຫ້ແຟນໜຸ່ມຂອງລາວຮັບໃຊ້ເປັນປະຈຳ ເພາະແມ່ຂອງແຟນໜຸ່ມເປັນຄົນມັກຊື້ເລກຫຼາຍ ແລະ ມັກຕິດໜີ້ເລກຈົນມີຄົນມາຖາມຄ່າເລກຕະຫຼອດ ສ່ວນອ້າຍກໍ່ມັກຫຼິ້ນໄພ້ ແຖມຍັງຕິດຢາເສບຕິດອີກ ຖ້ານາງຈະບອກໃຫ້ແຟນໜຸ່ມເລືອກລະຫວ່າງ ແມ່ ກັບ ອ້າຍ ແລະ ລາວ ແຟນໜຸ່ມຂອງລາວຄົງຈະລຳບາກໃຈຫຼາຍ ຄົງຈະເລືອກບໍ່ໄດ້ແນ່ນອນ ແລະ ນາງກໍ່ຄິດວ່າຖ້າແຕ່ງກັບຜູ້ຊາຍຄົນນີ້ ຊີວິດອານາຄົດຂ້າງຈະເປັນແນວໃດ? ຈະມີຢູ່ມີກິນບໍ່? ຈະທຸກໃຈບໍ່? ຈະມີຄວາມສຸກບໍ່? ແຕ່ງງານກັນແລ້ວຊີວິດຄູ່ຈະໄປກັນລອດບໍ່? ໄດ້ຜົວທຸກໝູ່ ແລະ ພີ່ນ້ອງຈະເວົ້າເຢີ້ຍບໍ່? ເພາະທັງໝູ່ ແລະ ຄອບຄົວຂອງນາງກໍ່ບໍ່ເຄີຍຮູ້ຈັກຖານະທີ່ແທ້ຈິງຂອງແຟນນຸ່ມນາງເລີຍ ໂອ໊ຍຍຍຍ! ແຮງຄິດແຮງປວດຫົວປວດໃຈ, ຄວາມສັບສົນວຸ້ນວາຍໄດ້ລັ່ງໄຫລເຂົ້າມາວົນວຽນໃນສະໝອງຂອງນາງຕະຫຼອດທັງຄືນຈົນນອນບໍ່ຫຼັບ ແລະ ໃນທີ່ສຸດນາງກໍ່ຕັດສິນໃຈເລືອກຕາມຄວາມຮູ້ສຶກແທ້ໆຂອງນາງ ຄືຜູ້ຊາຍຄົນທີ່ນາງຮັກມາຕະຫຼອດ 2 ປີ ຍັງບໍ່ແມ່ນຜູ້ຊາຍທີ່ນາງຢາກໃຊ້ຊີວິດຮ່ວມນຳ ແຕ່ເມື່ອຄິດເຖິງສຳພັນກ່ອນເກົ່າທີ່ດີນຳກັນຕະຫຼອດມານາງກໍ່ຮູ້ສຶກເສຍດາຍຜູ້ຊາຍຄົນນີ້ຫຼາຍ ແຕ່ນາງກໍ່ບໍ່ສາມາດໄປຢືນຢູ່ຄຽງຂ້າງຊາຍຄົນໃນທາງນະຊີວິດຄູ່ຂອງຊາຍຄົນນັ້ນໄດ້ແທ້ໆ

ຫຼັງຈາກວັນທີ່ຝ່າຍໄດ້ເວົ້າກ່ຽວກັບແຜນການສ້າງອານາຄົດຮ່ວມກັບຝ່າຍຍິງ ຝ່າຍຊາຍກໍ່ສັງເກດເຫັນພຶດຕິກຳທີ່ປ່ຽນໄປຂອງຝ່າຍຍິງເທື່ອລະເລັກລະໜ້ອຍ ຈາກເມື່ອກ່ອນລາວເຄີຍເປັນຄົນທີ່ຖືກໃຈແຕ່ດຽວນີ້ກາຍເປັນວ່າເຮັດຫຍັງ,​ ເວົ້າຫຍັງບໍ່ຜິດໃຈນາງໄປໝົດທຸກຢ່າງ ແຟນສາວທີ່ເຄີຍເວົ້ານົວຫົວມ່ວນກໍ່ກາຍເປັນຄົນປາກຮ້າຍເວົ້າກະແທກແດກດັນ,​ໂທລະສັບຫາກໍ່ບໍ່ມັກຮັບສາຍ, ຮັບສາຍກໍ່ບໍ່ມັກເວົ້າ, ສົ່ງຂໍ້ຄວາມຫາກໍ່ບໍ່ຕອບ, ນັດໄປທ່ຽວກໍ່ບໍ່ໄປນຳ, ເມື່ອກ່ອນເຄີຍມາກິນເຂົ້າເຮືອນດຽວນີ້ຊວນກໍ່ບໍ່ມາແລ້ວ ມີຫຼາຍຄັ້ງທີ່ຝ່າຍຊາຍພະຍາຍາມລົມຫາສາເຫດເຖິງຄວາມປ່ຽນແປງກັບຝ່າຍຍິງ ແຕ່ກໍ່ບໍ່ໄດ້ຄຳຕອບ ເມື່ອເວລາຜ່ານໄປປະມານ 3 ເດືອນຝ່າຍຊາຍກໍ່ສາມາດເຂົ້າໃຈໄດ້ເລີຍວ່າ ຝ່າຍຍິງບໍ່ຕ້ອງການສ້າງອານາຄົດຮ່ວມກັບຕົນເອງ ເຖິງແມ່ນວ່າຝ່າຍຍິງບໍ່ຕອບດ້ວຍຄຳເວົ້າ ແຕ່ກໍ່ຕອບດ້ວຍການກະທຳ ໃນເມື່ອຝ່າຍຍິງເລືອກທີ່ຈະຍ່າງໄປຈາກຕົນເອງດ້ວຍເຫດຜົນທີ່ຮັບສະພາບຕົນເອງ ແລະ ຄອບຄົວຕົນເອງບໍ່ໄດ້ ຝ່າຍຊາຍກໍ່ຍອມປ່ອຍຝ່າຍຍິງໄປຕາມທາງທີ່ນາງຕ້ອງການ ເຖິງລາວຈະເຈັບປວດໃຈພຽງໃດ ແຕ່ຖ້າເລື່ອງມັນຈົບ ຝ່າຍຊາຍກໍ່ຍອມ ເພາະດີກວ່າຢື້ຄວາມສຳພັນຂອງທັງສອງໄວ້ ເພາະຖ້ານານຕັດໃຈກໍ່ແຮງທໍລະມານຫຼາຍ ໂດຍສະເພາະແມ່ນຄວາມຮູ້ສຶກຂອງຝ່າຍທີ່ຖືກຖິ້ມ.

ແຕ່ງໂດຍ: ແອັດມິນ ປັອກເລັກ ລາວໂພສຕ໌

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...