spot_img
Homeຂ່າວເຫດການຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ສຳເລັດການຢ້ຽມຢາມ ສປ ຈີນ

ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ສຳເລັດການຢ້ຽມຢາມ ສປ ຈີນ

Published on

 

ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳເສດຖະກິດການຜະລິດ ແລະ ການຈໍລະຈອນ ແລະ

ຄະນະ ໄດ້ສຳເລັດການເຂົ້າຮ່ວມການວາງສະແດງສາກົນ ຄັ້ງທີ 18 ແລະ ກອງປະຊຸມເສວະນາສາກົນດ້ານການລົງທຶນ

ແລະ ການຄ້າ ປີ 2014 ຢູ່ນະຄອນເຊຍເມິນ ແຂວງຟູຈ້ຽນ ສປ ຈີນ ຕາມຄຳເຊີນ ຂອງທ່ານ ຊູ ຊູ ລິນ ເຈົ້າແຂວງຟູຈ້ຽນ

ສປ ຈີນ ໂດຍມີຜູ້ເຂົ້າຮ່ວມທີ່ມາຈາກ 110 ປະເທດ ແລະ ເຂດແຄວ້ນ ພ້ອມອົງການຈັດຕັ້ງສາກົນຈຳນວນໜຶ່ງເຊັ່ນ:

UNIDO, IFC.

 

ກອງປະຊຸມດັ່ງກ່າວຈັດຂຶ້ນ ເພື່ອແລກປ່ຽນຄຳຄິດຄຳເຫັນ ແລະ ປະສົບການກ່ຽວກັບການພັດທະນານິຄົມເສດຖະກິດ

ເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດຂອງປະເທດຕ່າງໆໃຫ້ໄວ ແລະ ໄດ້ຮັບໝາກຜົນຫລາຍກວ່າເກົ່າ ແລະ ແນ

ໃສ່ສົ່ງເສີມການພົວພັນຮ່ວມມື, ການລົງທຶນ ແລະ ການຄ້າລະຫວ່າງແຂວງຟູຈ້ຽນກັບຕ່າງປະເທດ. ໃນໂອກາດນີ້,

ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ມີຄຳເຫັນຕໍ່ກອງປະຊຸມຮ່ວມກັບຮອງນາຍົກລັດຖະມົນຕີ ວັງຢາງ ຂອງ ສປ ຈີນ

ເຊິ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍແຂວງຟູຈ້ຽນ ທີ່ໄດ້ຮັບຜົນສຳເລັດອັນໃຫຍ່ຫລວງ ໃນການຈັດຕັ້ງປະຕິບັດນະໂຍບາຍ

ປະຕິຮູບ ແລະ ການເປີດປະຕູສູ່ໂລກພາຍນອກ ພຽງໄລຍະ 30 ກວ່າປີມານີ້, ແຕ່ໄດ້ເຮັດໃຫ້ເສດຖະກິດຂອງແຂວງມີ

ການເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ຢູ່ໃນແຖວໜ້າຂອງ ສປ ຈີນ ໂດຍມີລາຍຮັບສະເລ່ຍຕໍ່ຫົວຄົນຫລາຍເຖິງ

10.000 ໂດລາສະຫະລັດຕໍ່ປີ.

 

ພ້ອມດຽວກັນນັ້ນ, ທ່ານຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ຍົກໃຫ້ເຫັນແນວທາງ ແລະ ຜົນສຳເລັດແຫ່ງ

ການປ່ຽນແປງໃໝ່ທາງເສດຖະກິດ ແລະ ການເປີດກວ້າງການຮ່ວມມືກັບຕ່າງປະເທດຂອງ ສປປ ລາວ ຕະຫລອດໄລ

ຍະ 20 ກວ່າປີຜ່ານມາ. ທ່ານຮອງນາຍົກ ກໍໄດ້ຍົກໃຫ້ເຫັນເຖິງທ່າໄດ້ປຽບທາງທີ່ຕັ້ງຂອງປະເທດທີ່ຢູ່ໃຈກາງຂອງອະນຸ

ພາກພື້ນ, ການສ້າງສະພາບແວດລ້ອມທີ່ອຳນວຍແກ່ການລົງທຶນ, ການສ້າງເຂດເສດຖະກິດພິເສດ ແລະ ເຂດເສດ

ຖະກິດສະເພາະທີ່ມີຫລາຍຮູບແບບຕ່າງກັນ, ພ້ອມທັງໄດ້ເນັ້ນເຖິງຄວາມສຳຄັນຂອງການເປັນຄູ່ຮ່ວມມືຍຸດທະສາດ

ລະຫວ່າງ ສປປ ລາວ ແລະ ສປ ຈີນ ໂດຍສະເພາະການກະກຽມສ້າງເຂດພັດທະນາເສດຖະກິດຊາຍແດນຮ່ວມກັນຢູ່

ຈຸດດ່ານບໍ່ເຕ່ນ ແຂວງຫລວງນ້ຳທາ ກັບຈຸດດ່ານບໍ່ຫານ ແຂວງຢຸນນານ ແລະ ເຂດພັດທະນາ ກວມລວມໄຊເສດຖາ

ຢູ່ນະຄອນຫລວງວຽງຈັນ ກໍຄືການນຳໃຊ້ເສັ້ນທາງຄຸນມິງ-ບາງກອກ ທີ່ຜ່ານດິນລາວ ແລະ ໂຄງການເສັ້ນທາງລົດໄຟ

ລາວ-ຈີນ ເຊິ່ງຖ້າສ້າງສຳເລັດຈະປະກອບສ່ວນສຳຄັນເຂົ້າໃນການເຊື່ອມໂຍງລະຫວ່າງ ລາວ ກັບ ຈີນ ແລະ ອາຊຽນ.

 

ໃນໄລຍະຢູ່ຢ້ຽມຢາມເຊຍເມິນຄັ້ງນີ້, ຮອງນາຍົກສົມສະຫວາດ ເລັ່ງສະຫວັດ ແລະ ຄະນະຍັງໄດ້ ໄປຢ້ຽມຢາມຫ້ອງການ

ເຂດພັດທະນາເສດຖະກິດຢູ່ຮາຍຊາງ ເຊິ່ງມີຜົນສຳເລັດອັນໃຫຍ່ຫລວງ ໃນການປະຕິບັດນະໂຍບາຍສ້າງເຂດເສດຖະ

ກິດພິເສດ ແລະ ຕົວເມືອງໃໝ່ທັນສະໄໝທີ່ເປັນມິດກັບສິ່ງແວດລ້ອມ; ຢ້ຽມຢາມໂຮງງານຜະລິດເກີບ ຟູກຸຍນຽວ ເຊິ່ງ

ເປັນວິສາຫະກິດເອກະຊົນໃໝ່ທີ່ສຸດຢູ່ນະຄອນສວນໂຈວ ແລະ ພົບປະກັບທ່ານ ເຈິງ ຊິນຈົ່ງ ເຈົ້າຄອງນະຄອນສວນໂຈວ

ເຊິ່ງທັງສອງຝ່າຍໄດ້ເຫັນດີເປັນເອກະພາບໃຫ້ມີການເສີມຂະຫຍາຍການໄປມາຫາສູ່ກັນ, ການສ້າງເມືອງແຮກສ່ຽວ,

ການເປີດຖ້ຽວບິນໂດຍກົງ ແລະ ຊຸກຍູ້ການຮ່ວມມືດ້ານທຸລະກິດນຳກັນ ໂດຍຝ່າຍນະຄອນສວນໂຈວໃຫ້ຄວາມສົນໃຈ

ຕໍ່ການຮ່ວມມືດ້ານກະສິກຳ ເປັນຕົ້ນການປູກເຂົ້າ ແລະ ພືດຜັກປອດສານພິດ ເພື່ອສົ່ງປ້ອນຕະຫລາດ ຢູ່ແຂວງຟູ

ຈ້ຽນ ກໍຄືຄວາມອາດສາມາດໃນການພັດທະນາເຂດເສດຖະກິດຮ່ວມກັນຢູ່ ສປປ ລາວ ເຊິ່ງແຂວງຟູຈ້ຽນມີບົດຮຽນ

ແລະ ປະສົບການສູງໃນດ້ານນີ້ ເພາະເປັນແຂວງໜຶ່ງທີ່ທາງລັດຖະບານຈີນໄດ້ຄັດເລືອກ ໃຫ້ເປັນບ່ອນທົດລອງພັດທະ

ນາເຂດເສດຖະກິດພິເສດຢູ່ທາງພາກຕາເວັນອອກຂອງປະເທດຈີນ, ພາຍຫລັງມີການດຳເນີນນະໂຍບາຍປະຕິຮູບ

ແລະ ການເປີດປະຕູສູ່ພາຍນອກກ່ອນໜ້ານີ້ 30 ກວ່າປີ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...