Homeຂ່າວເຫດການອຸຕຸເຕືອນ! ທ້າຍເດືອນນີ້ອາກາດຈະເຢັນລົງ

ອຸຕຸເຕືອນ! ທ້າຍເດືອນນີ້ອາກາດຈະເຢັນລົງ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 27-30 ຕຸລານີ້, ບໍລິເວນ ຄວາມກົດດັນສູງຂອງອາກາດຈາກປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ເຂດພາກເໜືອ ແລະ ພາກກາງຂອງລາວ, ຊຶ່ງຈະເຮັດໃຫ້ອາກາດເຢັນລົງ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ ແຕ່ລະພາກ.

ສຳລັບພາກເໜືອດ້ານຕາເວັນອອກ: ມີຝົນຕົກກະຈາຍ, ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 14-16 ອົງສາ ແລະ ສູງສຸດ 24-26 ອົງສາ; ພາກເໜືອດ້ານຕາເວັນຕົກ: ອາກາດຈະເຢັນລົງ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ຕອນເຊົ້າ ແລະ ມີຝົນຕົກໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງເປັນບາງໂອ ກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງສຸດ 30-32 ອົງສາ; ນະຄອນຫລວງວຽງຈັນ: ອາກາດເຢັນລົງ ແລະ ມີຝົນຕົກໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 30-32 ອົງສາ; ພາກກາງ: ອາກາດຈະເຢັນລົງ ແລະ ມີຝົນຕົກໃນລະດັບຄ່ອຍຫາປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງ ສຸດ 31-33 ອົງສາ; ພາກໃຕ້: ອາກາດຈະເຢັນລົງ ແລະ ມີຝົນຕົກໃນລະດັບຄ່ອຍຫາປານ ກາງ ພ້ອມມີລົມພັດແຮງເປັນບາງໂອກາດ, ໂດຍສະເພາະແຂວງເຊກອງ ແລະ ອັດຕະປື, ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 32-34 ອົງສາ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...