spot_img
Homeຂ່າວຕ່າງປະເທດອີກ 3 ເດືອນຕໍ່ໜ້າ ຄ່າເງິນໃນອາຊີ ອາດຖືກກົດດັນໃຫ້ຫຼຸດລົງ

ອີກ 3 ເດືອນຕໍ່ໜ້າ ຄ່າເງິນໃນອາຊີ ອາດຖືກກົດດັນໃຫ້ຫຼຸດລົງ

Published on

ຄ່າເງິນໃນອາຊີມີແນວໂນ້ມຕິດຂັດໄລຍະ 3 ເດືອນ ຕໍ່ໜ້າຫາກທະນາຄານກາງສະຫະລັດຂຶ້ນດອກເບ້ຍ

ຄ່າເງິນໃນອາຊີອາດໄດ້ຮັບຜົນກະທົບໃນອີກ 3 ເດືອນຕໍ່ໜ້າ ຫຼັງຈາກ ນາງ ເຈເນັດ ເຍລເລນ ປະທານທະນາຄານກາງສະຫະລັດ ປະກາດເມື່ອວັນທີ 26 ສິງຫາ ຜ່ານມານີ້ ໃນກໍລະນີການເພີ່ມອັດຕາດອກເບ້ຍ ທ່າມກາງການຄາດເດົາ ທີ່ມີແນວໂນ້ມວ່າອາດຈະມີຂຶ້ນໃນຕົ້ນເດືອນໜ້າ ໂດຍການຖະແຫຼງການຂອງປະທານ ເຟດ ຈະເພີ່ມຄວາມຜັນຜວນທາງເສດຖະກິດໄປອີກ 3 ເດືອນ ໂດຍນັກວິເຄາະເສດຖະກິດ ກ່າວວ່າ ການລະດົມທຶນຂອງກອງທຶນສະຫະລັດຈະເພີ່ມຂຶ້ນ ແລະ ເຮັດໃຫ້ຄ່າເງິນໃນອາຊີ ຖືກກົດດັນໃຫ້ຫຼຸດລົງ

ບາງປະເທດໃນອາຊີຍິນດີຈະປ່ອຍໃຫ້ເງິນທຶນໄຫລອອກ ສຳລັບການແລກປ່ຽນ ເພື່ອສົ່ງເສີມການສົ່ງອອກ ທີ່ໄດ້ປະໂຫຍດຈາກທີ່ຄ່າເງິນອ່ອນແອລົງ ສຳລັບການປະຊຸມຄັ້ງຕໍ່ໄປຂອງທະນາຄານກາງສະຫະລັດ ຈະມີຂຶ້ນອີກໃນວັນທີ 20-21 ກັນຍາ ທີ່ຈະມາເຖິງນີ້ ຫຼັງຈາກທີ່ຍີ່ປຸ່ນປະກາດຜົນທົບທວນ ແລະ ພິຈາລະນານະໂຍບາຍແລ້ວ
ຂ່າວຈາກ: http://news.sanook.com/

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...