spot_img
Homeມຸມຂ່າວ AECອາຊຽນຈະປັບປຸງລະບຽບການຕ່າງໆ ໃນສັນຍາການຄ້າເສລີ

ອາຊຽນຈະປັບປຸງລະບຽບການຕ່າງໆ ໃນສັນຍາການຄ້າເສລີ

Published on

20141020093846

 

ວັນ​ທີ 20-21 ຕຸລາ 2014 ກະຊວງ​ອຸດສາຫະກຳ ແລະ ການຄ້າ ຈັດ​ກອງ​ປະຊຸມ​ອາ​ນຸ​ກຳ​ມະການ ​ວ່າ​ດ້ວຍ​ແຫຼ່ງ​ກຳເນີດ​ສິນ

ຄ້າ ພາຍ​ໃຕ້​ສັນຍາ​ການ​ຄ້າ​ດ້ານ​ສິນຄ້າ​ອາ​ຊຽນ ຄັ້ງ​ທີ 16 ທີ່​ໂຮງແຮມດອນ​ຈັນ​ພາ​ເລດ ນະຄອນຫຼວງວຽງ​ຈັນ ໂດຍ​ເປັນ​

ປະທານ​ຂອງທ່ານ ເຂັມ​ເດັດ ສີ​ຫາ​ວົງ ຮອງຫົວໜ້າ​ກົມ​ນຳ​ເຂົ້າ ແລະ ສົ່ງອອກ ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ເຊິ່ງ​

ມີ​ຄະນະ​ຜູ້​ແທນຈາກ​ບັນດາ​ປະເທດ​ສະມາຊິກ​ອາຊຽນ 10 ປະເທດ​ເຂົ້າ​ຮ່ວມ.

 

ກອງ​ປະຊຸມ​ຄັ້ງ​ນີ້ ເພື່ອ​ປຶກສາ​ຫາລື​ກັບ​ບັນດາ​ປະເທດ​ສະມາຊິກ​ອາ​ຊຽນ ​ກ່ຽວ​ກັບ​ການ​ປັບປຸງລະບຽບ​ການ​ຕ່າງໆ ​ໃນ​ສັນ

ຍາການ​ຄ້າ​ເສລີ​ອາ​ຊຽນ ​ໃຫ້​ມີ​ເນື້ອໃນ​ຄົບ​ຖ້ວນ ແລະ ຮັດກຸມ​ກວ່າເກົ່າ ໂດຍ​ສະເພາະແມ່ນ​ວຽກງານ​ຕ່າງໆ ​ທີ່​ຕິດ​ພັນ​ກັບ

​ລະບຽບແຫຼ່ງ​ກຳເນີດ​ສິນຄ້າເຊັ່ນ: ການປັບປຸງ​ສັນຍາ​ການ​ຄ້າ​ເສລີ​ອາຊຽນ ​ໃຫ້​ສາມາດ​ຮອງ​ຮັບ​ການອອກ​ໃບຢັ້ງຢືນ​ແຫຼ່ງ

​ກຳເນີດ​ສິນຄ້າ​ ຜ່ານ​ລະບົບ​ອີ​ເລັກ​ໂຕຣ​ນິກ ການ​ເຈລະຈາ​ເພື່ອ​ລົບ​ລ້າງ​ມູນຄ່າ FOB ແລະ From D ໃນ​ທຸກກໍລະນີ​ທີ່​ໄດ້​ຍົກ

​ຂຶ້ນ ໂດຍ​ປະເທດສະມາຊິກ​ອາ​ຊຽນ ເຊັ່ນ: ສິງ​ກາໂປ ບຣູ​ໄນ ແລະ ມາ​ເລ​ເຊຍ ອີກດ້ານ​ໜຶ່ງ​ການ​ຈັດ​ກອງ​ປະຊຸມ​ຄັ້ງນີ້​ ກໍ່​ເປັນ

​ການ​ປັບປຸງ​ຂັ້ນ​ຂອດ​ການດຳເນີນ​ເອກະສານ​ໃຫ້​ກະທັດ​ຮັດ ແລະ ມີ​ຄວາມ​ສະດວກ​ຂຶ້ນ ພ້ອມນັ້ນ ກໍ່​ເພື່ອ​ລາຍ​ງານ​ຄວາມ

​ຄືບໜ້າ​ກ່ຽວ​ກັບ​ວຽກ​ງານ ​ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ຜ່ານ​ມາ ເຊັ່ນ: ໂຄງການທົດ​ລອງ​ຢັ້ງຢືນ​ແຫຼ່ງ​ກຳເນີດ​ດ້ວຍຕົວ​ເອງ.

 

ຜົນສຳເລັດ​ກອງ​ປະຊຸມ​ຄັ້ງ​ນີ້ ແມ່ນ​ຈະ​ໄດ້​ນຳໄປ​ລາຍ​ງານ​ຕໍ່ກອງ​ປະຊຸມຄະນະ​ກຳມະການ​ປະສານ​ງານ​ຈັດ​ຕັ້ງ​ປະຕິບັດ​ສັນຍ

າການ​ຄ້າ ດ້ານ​ສິນຄ້າ​ອາ​ຊຽນ ຄັ້ງທີ 16 ທີ່​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 22-24 ຕຸລາ 2014 ເພື່ອ​ຮັບຮອງ​ເອົາ​ຜົນ​ຂອງ​ການ​ປຶກ

ສາຫາລື​ ຂອງ​ກອງ​ປະຊຸມ​ອະນຸ​ກຳມະ​ການ ວ່າ​ດ້ວຍ​ແຫຼ່ງ​ກຳເນີດສິນຄ້າ ​ພາຍ​ໃຕ້​ສັນຍາ​ການ​ຄ້າດ້ານ​ສິນຄ້າ​ອາ​ຊຽນ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...