spot_img
Homeຂ່າວທ້ອງຖິ່ນຫ້ອງການ ທວຖ ເມືອງຫຼາ ແຂວງອຸດົມໄຊ ອອກແຈ້ງການແລ້ວ!

ຫ້ອງການ ທວຖ ເມືອງຫຼາ ແຂວງອຸດົມໄຊ ອອກແຈ້ງການແລ້ວ!

Published on

ອີງຕາມເນື້ອໃນການຊີ້ແຈງໃນນາມຕ່າງໜ້າພາກສ່ວນທີ່ກ່ຽວຂ້ອງ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງຫຼາ ໄດ້ລົງເກັບກຳຂໍ້ມູນນຳພວກກ່ຽວ ແລະ ຂໍຊີ້ແຈງຄືນຕໍ່ກັບ ທ້າວ ສີແກ້ວ ອາຍຸ 29 ປີ, ສັນຊາດ ລາວ, ຊົນເຜົ່າ ອາຄາ, ອາຊີບ ປະຊາຊົນ, ປັດຈຸບັນຢູ່ບ້ານ ກົກໄມ້ໃຫຍ່, ເມືອງຫຼາ, ແຂວງອຸດົມໄຊ ຂໍແກ້ຂ່າວກ່ຽວກັບການລົງຮູບພາບ Pre-wedding( ພີເວດດິງ ) ກ່ອນການແຕ່ງດອງ ເຊີ່ງໄດ້ເຮັດໃຫ້ການຈັດຕັ້ງ ແລະ ສັງຄົມແຕກຕື່ນ. ຕໍ່ກັບບັນຫານີ້ ຈຶ່ງໄດ້ອະນຸຍາດຊີແຈ້ງຄືນຕໍ່ການຈັດຕັ້ງ-ສັງຄົມຮັບຮູ້ເຖິງເຫດຜົນ ແລະ ຄວາມເປັນຈິງ.

ໃນເບື້ອງຕົ້ນຜູ້ກ່ຽວໄດ້ແຕ່ງດອງກັບນາງ ອີກຸງ ໂດຍຖືກຕ້ອງຕາມກົດໝາຍໃນປີ 2010 ມາຮອດປັດຈຸບັນເປັນ ເວລາ 12 ປີກວ່າ ແຕ່ຜູ້ເປັນເມຍບໍ່ສາມາດມີລູກໄດ້ເນື່ອງຈາກວ່າ: ນາງ ອີກຸງ ( ເມຍ ) ມີສຸຂະພາບບໍ່ແຂງແຮງ ມາຮອດຕົ້ນເດືອນ ເມສາ ປີ 2023 ຜູ້ເປັນເມຍ ພ້ອມດ້ວຍຍາດຕິພີ່ນ້ອງທັງສອງຝ່າຍ ຈຶ່ງໄດ້ປຶກສາຫາລື ແລະເອກະພາບກັນໂດຍໃຫ້ ທ້າວ ສີແກ້ວ ເອົາເມຍເພີ່ມຕື່ມອີກໜຶ່ງຄົນ ຕາມຮີດຄອງປະເພນີຂອງຊົນເຜົ່າອາຄາ.

ໂດຍພື້ນຖານແລ້ວ ການກະທໍາໃນຄັ້ງນີ້ອາດບໍ່ເໝາະສົມ ແລະ ບໍ່ຖືກຕ້ອງສອດຄ່ອງຕາມຮີດຄອງປະເພນີອັນດີງາມຂອງຊາດລາວ, ທັງເປັນການລະເມີດລະບຽບກົດໝາຍຂອງບ້ານເມືອງ.

ໂດຍອີງໃສ່ຮີດຄອງປະເພນີຂອງຊົນເຜົ່າອາຄາທີ່ເຄີຍປະຕິບັດກັນມາຫຼາຍເຊັ່ນຄົນ ໂດຍສະເພາະແມ່ນຮີດຄອງປະເພນີຜູ້ຊາຍສາມາດມີເມຍຫຼາຍຄົນໄດ້ແມ່ນຍ້ອນເຫດຜົນຕົ້ນຕໍ່ດັ່ງລຸ່ມນີ້:

  1. ຜູ້ເປັນເມຍມີສຸຂະພາບບໍ່ແຂງແຮງ;
  2. ໄດ້ຮັບການເຫັນດີ ແລະ ອະນຸຍາດຈາກຜູ້ເປັນເມຍຜູ້ທີ່ໜຶ່ງ ແລະ ຍາດຕິພີ່ນ້ອງທັງສອງຝ່າຍ;
  3. ໄດ້ຮັບການເຫັນດີຂອງຜູ້ທີ່ຈະເປັນເມຍໃໝ່ ໂດຍປາສະຈາກການບັງຄັບນາບຂູ່ແຕ່ຢ່າງໃດ.
    ຕໍ່ກັບບັນຫາດັ່ງກ່າວນີ້, ຜູ້ກ່ຽວຈຶ່ງມີຄວາມຈຳເປັນຕ້ອງເອົາເມຍເພີ່ມອີກໜຶ່ງຄົນ ເພື່ອມາສ້າງສາພັດທພະນາຄອບຄົວ ແລະ ເບິ່ງແຍງສຸຂະພາບຂອງເມຍຜູ້ທີ່ໜຶ່ງ.
ດັ່ງນັ້ນ, ອົງການຈັດຕັ້ງທີ່ກ່ຽວຂ້ອງຈຶ່ງໄດ້ຊີ້ແຈ້ງຄືນຕໍ່ການຈັດຕັ້ງ-ສັງຄົມໃຫ້ເຂົ້າໃຈ ຕໍ່ສະພາບຄວາມເປັນຈິງ. ຫວັງວ່າການຈັດຕັ້ງ -ສັງຄົມຈະໃຫ້ອາໄພຕໍ່ການກະທໍາຂອງຜູ້ກ່ຽວດ້ວຍ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...