spot_img
Homeຂ່າວຕ່າງປະເທດຫຼາຍພັນຄົນລວມກຸ່ມປະທ້ວງຕໍ່ຕ້ານການລັອກດາວໃນອົດສະຕາລີ

ຫຼາຍພັນຄົນລວມກຸ່ມປະທ້ວງຕໍ່ຕ້ານການລັອກດາວໃນອົດສະຕາລີ

Published on

ແຫຼ່ງຂ່າວ AGE ລາຍງານວ່າ: ຜູ້ຕໍ່ຕ້ານການລັອກດາວຫຼາຍພັນຄົນປະຕິເສດການສວມໃສ່ຜ້າປິດປາກ-ດັງ ຈັບກຸ່ມກັນເດີນຂະບວນປະທ້ວງໃນບັນດາເມືອງໃຫຍ່ຕ່າງໆຂອງອົດສະຕາລີ ເຊັ່ນ ຊິດນີ ແລະ ເມລເບິ້ນ ເພື່ອຮຽກຮ້ອງໃຫ້ເຈົ້າໜ້າທີ່ຢຸດຕິການລັອກດາວ ທັງທີ່ຈຳນວນຜູ້ຕິດເຊື້ອໂຄວິດ-19 ເພີ່ມສູງຂຶ້ນເປັນປະຫວັດການໃນຊິດນີ, ທາງເຈົ້າໜ້າທີ່ໄດ້ເຕືອນເຖິງປັນຫາທີ່ກຳລັງກໍ່ຕົວຂຶ້ນ ແລະ ອາດແກ່ຍາວໄປອີກດົນ.

ທ່ານ ເບຣດ ຊັດຕັນ, ຫົວໜ້າໜ່ວຍງານສາທາລະນະສຸກ ປະຈຳລັດວິກຕໍເຣຍ ກ່າວວ່າ: ການກະທຳຂອງກຸ່ມຄົນດັ່ງກ່າວແມ່ນກົງກັນຂ້າມກັບ “ເສລີພາບ” ທີ່ພວກເຂົາຮຽກຮ້ອງ, ເນື່ອງຈາກເສລີພາບທີ່ສຳນັ້ນກໍຄື ການດຳລົງຊີວິດໂດຍປັດສະຈາກການຕິດເຊື້ອໂຄວິດ, ຍິ່ງພະຍາດນີ້ຄົງຢູ່ໃນໂລກດົນນານເທົ່າໃດ ກໍຍິ່ງເຮັດໃຫ້ຄວາມເປັນອິດສະລະຖືກກີດກັ້ນຫຼາຍຂຶ້ນເທົ່ານັ້ນ.

ຊິດນີ ກຳລັງຢູ່ພາຍໃຕ້ການປະຕິບັດຕາມມາດຕະການລັອກດາວເປັນອາທິດທີຫ້າ ເນື່ອງຈາກມີຜູ້ຕິດເຊື້ອໃໝ່ເພີ່ມ 163 ລາຍ, ຂະນະທີ່ທາງການປະກາດປິດເມືອງເມລເບິ້ນຍັງບໍ່ເຖິງ 10 ວັນ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...