spot_img
Homeຂ່າວການພັດທະນາຫຼວງພະບາງ ຈະມີໂຮງແຮມ 5 ດາວແຫ່ງທຳອິດ!

ຫຼວງພະບາງ ຈະມີໂຮງແຮມ 5 ດາວແຫ່ງທຳອິດ!

Published on

ບໍລິສັດ ຊີເອເອັມຊີອີ ວິສະວະກອນ ຈຳກັດ ສປ ຈີນ (CAMCE) ແລະ ກຸ່ມບໍລິສັດກຣິດຕິພົງຈຳກັດຂອງ ສປປ  ລາວ

ໄດ້ຮ່ວມມືກັນລົງທຶນ ໂຄງການອານານທາຣາຣີສອດ ແລະ ສະປາຫຼວງພະບາງ ຊຶ່ງເປັນໂຄງການໂຮງແຮມ ແລະ ຣີສອດ

ລະດັບ 5​ ດາວ ແຫ່ງທຳອິດ ທີ່ຈະຖືກສ້າງຂຶ້ນທີ່ເມືອງ ແລະ ແຂວງຫຼວງພະບາງ.

 

13870886990
ຮູບຈຳລອງໂຄງການອານານທາຣາຣີສອດ ແລະ ສະປາຫຼວງພະບາງ ຈາກເວັບໄຊຂອງ CAMCE (www.camce.com.cn)

 

ພິທີເປີດໂຄງການດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 29 ມີຖຸນາ ຜ່ານມາ ທີ່ແຂວງຫຼວງພະບາງ ໂດຍການໃຫ້ກຽດເຂົ້າຮ່ວມ

ຂອງ ທ່ານ ດຣ. ຄຳແພງ ໄຊສົມແພງ ເຈົ້າແຂວງຫຼວງພະບາງ, ທ່ານ ກວນຮົວປິງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ

ປະຈຳ ສປປ ລາວ, ບັນດາແຂກຖືກເຊີນ ພ້ອມດ້ວຍບໍລິສັດລົງທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

ໂຄງການອານານທາຣາຣີສອດ ແລະ ສະປາຫຼວງພະບາງ ຕັ້ງຢູ່ແຄມແມ່ນ້ຳຂອງເຂດບ້ານຊຽງແກ້ວ ເມືອງຫຼວງພະບາງ

ມີເນື້ອທີ່ທັງໝົດ 60 ພັນຕາແມັດ, ໃນນັ້ນ ເນື້ອທີ່ກໍ່ສ້າງໂຄງການມີ 20 ພັນຕາແມັດ ຊຶ່ງໂຄງການ ປະກອບມີຫ້ອງພັກ

ທີ່ໄດ້ມາດຕະ ຖານ 80 ຫ້ອງ, ຫ້ອງຊົມວິວ 4 ຫ້ອງ, ວິນລາ ພ້ອມສະລອຍນ້ຳ 17 ຫຼັງ,  ສູນປະຊຸມ 1 ຫ້ອງ,ສູນອາຫານ 4

ຫ້ອງ, ສູນສະປາ 1 ຫ້ອງ, ພ້ອມດ້ວຍອຸປະກອນ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໂດຍໂຄງການນີ້ ຈະໃຊ້ເງິນລົງທຶນ

ປະມານ 320 ຕື້ກວ່າກີບ ຫຼື (40 ລ້ານໂດລາສະຫະລັດ) ແລະ ຈະໃຊ້ເວລາກໍ່ສ້າງປະມານ 18 – 24 ເດືອນນັບແຕ່ມື້ໄຂໂຄງ

ການເປັນຕົ້ນໄປ.

 

ໂຄງການດັ່ງກ່າວ ໄດ້ຖືກອອກແບບສະຖາປັດຕິຍະກຳ ຂອງອາຊີຕາເວັນອອກສ່ຽງໃຕ້ ແລະ  ທິວທັດທີ່ສວຍງາມທີ່ມີລັກ

ສະນະເຂດຮ້ອນ, ສະແດງໃຫ້ເຫັນເຖິງ ສັນຕິພາບ ແລະ ຄວາມງຽບສະຫງົບຂອງສາສະໜາພຸດພື້ນເມືອງ. ພາຍຫຼັງກໍ່ສ້າງ

ສຳເລັດແລ້ວ ມັນຈະສ້າງໂອກາດໃຫ້ຄົນໃນທ້ອງຖິ່ນ ໄດ້ມີວຽກເຮັດງານທຳ ແລະ ເຮັດໃຫ້ເມືອງຫຼວງພະບາງມີໂຮງແຮມ

ແລະ ຣີສອດທີ່ສວຍງາມ, ຫຼູຫຼາ ພ້ອມທີ່ຈະສະໜອງການບໍລິການ ທີ່ພັກຜ່ອນກາຍ ແລະ ໃຈ, ສະໜອງການບໍລິການສະ

ຖານທີ່ປະຊຸມໃຫ້ແກ່ເຂດອາຊີຕະເວັນອອກສ່ຽງໃຕ້ ແລະ ກາຍເປັນໂສມໜ້າໃໝ່ ໃນເຂດທ່ອງທ່ຽວອາຊີຕາເວັນອອກ

ສຽງໃຕ້.

13870886991
ແຜນວາດໂດຍລວມ ຂອງໂຄງການອານານທາຣາຣີສອດ ແລະ ສະປາຫຼວງພະບາງ ຈາກເວັບໄຊຂອງ CAMCE (www.camce.com.cn)

 

ແຫຼ່ງຂ່າວ: www.pasaxon.org.la

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...