spot_img
Homeຂ່າວພາຍ​ໃນສ່ອງເບິ່ງ! ຄວາມຮູ້ກ່ຽວກັບການປະກັນໄພ

ສ່ອງເບິ່ງ! ຄວາມຮູ້ກ່ຽວກັບການປະກັນໄພ

Published on

ຄໍາວ່າ: “ປະກັນໄພ” ສໍາລັບຜູ້ທີ່ມີລົດໃຫຍ່ທີ່ໄດ້ເຮັດສັນຍາປະກັນໄພລົດ, ປະກັນຊີວິດ ຫຼື ບັນດາບຸກຄົນທົ່ວໄປ, ບໍລິສັດຕ່າງໆ ທີ່ໄດ້ເຮັດປະກັນໄພກໍຈະຮູ້ດີວ່າມັນໝາຍເຖິງຫຍັງ?, ມີຄວາມສໍາຄັນແນວໃດ? ແລະ ການເຮັດປະກັນໄພນັ້ນມີປະໂຫຍດແນວໃດ? ເຊິ່ງມື້ນີ້, ຜູ້ຂຽນກໍຈະມາເວົ້າກ່ຽວກັບປະກັນໄພໃຫ້ທ່ານຜູ້ອ່ານໄດ້ຮູ້ກັນ ເພື່ອອາດຈະເປັນຂໍ້ມູນທີ່ດີທີ່ທ່ານຜູ້ອ່ານທີ່ກໍາລັງຊອກຫາອ່ານຢູ່.

ການປະກັນໄພໝາຍເຖິງຫຍັງ?

ການປະກັນໄພ ໝາຍເຖິງການບໍລິຫານຄວາມສ່ຽງຕໍ່ໄພຕ່າງໆ ທີ່ອາດຈະເກີດຂຶ້ນກັບຜູ້ໄດ້ຊື້-ຜູ້ຮັບປະກັນໄພທີ່ໄດ້ຈ່າຍຄ່າທໍານຽມປະກັນໄພໃຫ້ແກ່ຜູ້ປະກັນໄພ ໂດຍການຊົດເຊີຍຄ່າເສຍຫາຍດ້ວຍສິນປະກັນໄພ ຕາມທີ່ໄດ້ຕົກລົງກັນໄວ້ໃນສັນຍາປະກັນໄພ ເຊິ່ງຜູ້ທີ່ຊື້-ຜູ້ຮັບປະກັນໄພແມ່ນບຸກຄົນ ຫຼື ນິຕິບຸກຄົນ, ອົງການຈັດຕັ້ງທີ່ເຮັດສັນຍາປະກັນໄພ ແລະ ຈ່າຍຄ່າທໍານຽມຄົບຖ້ວນຕາມສັນຍາ ແລະ ແນ່ນອນຜູ້ທີ່ໄດ້ຮັບຜົນປະໂຫຍດກໍແມ່ນບຸກຄົນທີ່ກ່າວມາ ເພື່ອຮັບເອົາສິດທົດແທນປະກັນໄພ ຫຼື ສິນປະກັນໄພຕາມສັນຍາທີ່ກໍານົດໄວ້.

ປະເພດຂອງການປະກັນໄພ: ມີ 2 ປະເພດຄື: ການປະກັນໄພຊີວິດ ແລະ ການປະກັນໄພທົ່ວໄປ

  • ການປະກັນໄພຊີວິດ ແມ່ນການປະກັນໄພທີ່ພົວພັນເຖິງການຄໍ້າປະກັນຄວາມສ່ຽງຕະຫຼອດຊີວິດຂອງຜູ້ຊື້ປະກັນໄພ ຫຼື ຜູ້ຮັບການປະກັນໄພເວລາເສຍຊີວິດ ໂດຍມີຫຼາຍຮູບແບບຄື: ປະກັນໄພຕະຫຼອດຊີວິດ, ປະກັນສະສົມທຶນ, ປະກັນຊີວິດແບບສະສົມ, ແບບຈ່າຍເປັນງວດ ແລະ ປະກັນໄພຄຸ້ມກັນຊີວິດ.
  • ການປະກັນໄພທົ່ວໄປ ເປັນການປະກັນໄພທາງຊັບສິນ, ຄວາມຮັບຜິດຊອບທາງແພ່ງຕໍ່ບຸກຄົນທີ່ສາມ ແລະ ປະກັນໄພອື່ນທີ່ບໍ່ແມ່ນການປະກັນຊີວິດ ເຊິ່ງມີຫຼາຍຮູບແບບຄື: ປະກັນໄພອຸບັດຕິເຫດ ແລະ ການປິ່ນປົວບຸກຄົນທີ່ຖືກອຸບັດຕິເຫດ; ສຸຂະພາບ; ຊັບສິນ; ສິນຄ້າ, ເຄື່ອງຂອງຜ່ານແດນທາງລົດ, ທາງເຮືອ, ທາງລົດໄຟ ແລະ ທາງອາກາດ; ປະກັນໄພເຮືອບິນ, ພະຫະນະທີ່ແລ່ນດ້ວຍເຄື່ອງຈັກ; ອັກຄີໄພ ແລະ ສະຖານທີ່ຜະລິດວັດຖຸລະເບີດ; ຊັບສິນຂອງລັດ; ຄວາມສ່ຽງດ້ານທຸລະກິດ; ດ້ານກະສິກໍາ ແລະ ປ່າໄມ້; ອຸບັດຕິໄພ ແລະ ໄພພິບັດ.

ການປະກັນໄພມີຄວາມສໍາຄັນແນວໃດ?

  1. ຄວາມສໍາຄັນຕໍ່ຜູ້ຊື້-ຜູ້ຮັບປະກັນໄພ: ຊ່ວຍໃນການຄຸ້ມຄອງ, ເປັນຫຼັກປະກັນຄວາມໝັ້ນຄົງໃນຊີວິດ ແລະ ຊັບສິນຂອງຕົນເອງ ແລະ ຄອບຄົວ.
  2. ຄວາມສໍາຄັນຕໍ່ສັງຄົມ: ເປັນຫຼັກປະກັນຄວາມໝັ້ນຄົງໃຫ້ແກ່ຜູ້ຊື້ປະກັນໄພ ພ້ອມທັງຊ່ວຍແບ່ງເບົາພາລະຂອງສັງຄົມ ເຮັດໃຫ້ໝັ້ນໃຈ ເຊິ່ງຖ້າເກີດອຸບັດຕິເຫດ ແລະ ສ້າງຄວາມເສຍຫາຍຜູ້ປະສົບເຫດກໍຈະໄດ້ຮັບການຊົດເຊີຍ.
  3. ຄວາມສໍາຄັນຕໍ່ເສດຖະກິດຂອງປະເທດ: ເງິນທີ່ໄດ້ຈາກການເກັບດອກເບ້ຍປະກັນໄພ ເປັນແຫຼ່ງທຶນທີ່ສໍາຄັນແຫຼ່ງໜຶ່ງຂອງປະເທດໃນການກູ້ຍືມມາລົງທຶນທຸລະກິດ ຫຼື ຂະຫຍາຍທຸລະກິດໃຫ້ມີຄວາມກ້າວໜ້າ. ສໍາລັບບໍລິສັດທີ່ເຮັດທຸລະກິດກ່ຽວກັບການປະກັນໄພ ຈະໄດ້ຮັບການຄຸ້ມຄອງໃນຊັບສິນທີ່ໄດ້ເຮັດປະກັນໄພໄວ້ ແລະ ເຮັດໃຫ້ເກີດຄວາມໝັ້ນຄົງໃນການດໍາເນີນກິດຈະການຂອງຕົນ.

ປະໂຫຍດຂອງປະກັນໄພ

  1. ປະໂຫຍດຕໍ່ຜູ້ຊື້ປະກັນ ຫຼື ຜູ້ທີ່ມີປະກັນໄພ: ໃຫ້ການຄຸ້ມຄອງຕໍ່ບຸກຄົນ, ຄອບຄົວ ແລະ ຊັບສິນຂອງຜູ້ຊື້ປະກັນໄປ; ຊ່ວຍປູກຝັງຈິດສໍານຶກໃຫ້ເປັນນິໄສປະຫຍັດມັດທະຢັດ-ເກັບອ້ອມເງິນຄໍາ ແລະ ຊັບສິນ.
  2. ປະໂຫຍດຕໍ່ທຸລະກິດ: ຊ່ວຍໃຫ້ເກີດຄວາມໝັ້ນຄົງການການປະກອບທຸລະກິດ, ເພີ່ມປະສິດທິພາບໃນການດໍາເນີນທຸລະກິດ ເພາະຜູ້ບໍລິຫານບໍ່ຕ້ອງເສຍເວລາກັງວົນກັບຄວາມສ່ຽງທີ່ຈະເກີດໄພອື່ນໆ. ນອກນັ້ນ, ຍັງຊ່ວຍຫຼຸດຜ່ອນຄວາມສ່ຽງຂອງຜູ້ໃຫ້ກູ້ຢືມຈາກໜີ້ສູນ, ເຮັດໃຫ້ມີສະຖຽນລະພາບໃນຕົ້ນທຶນການຜະລິດ ແລະ ສົ່ງເສີມທຸລະກິດບາງປະເພດໃຫ້ຈະເລີນກ້າວໜ້າ ໂດຍສະເພາະຢ່າງຍິ່ງທຸລະກິດທີ່ມີຄວາມສ່ຽງຕໍ່ການເກີດໄພສູງ.
  3. ປະໂຫຍດຕໍ່ເສດຖະກິດ ແລະ ສັງຄົມ: ຊ່ວຍລະດົມທຶນເພື່ອການພັດທະນາປະເທດ ແລະ ຫຼຸດພະວະຄວາມສ່ຽງທີ່ເກີດຂຶ້ນໃນສັງຄົມ ແລະ ປະເທດຊາດ.

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ກົດໝາຍວ່າດ້ວຍປະກັນໄພ (ສະບັບປັບປຸງ) 2011, ປະກັນໄພລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...