spot_img
Homeຂ່າວພາຍ​ໃນສານຕັດສິນຈຳຄຸກຕະຫຼອດຊີວິດ - ປັບໄໝ 500 ລ້ານ ຜູ້ຄ້າຢາເສບຕິດລາຍໃຫຍ່ທາງພາກໃຕ້

ສານຕັດສິນຈຳຄຸກຕະຫຼອດຊີວິດ – ປັບໄໝ 500 ລ້ານ ຜູ້ຄ້າຢາເສບຕິດລາຍໃຫຍ່ທາງພາກໃຕ້

Published on

Capture1 (Small)

 

ສານ​ປະ­ຊາ­ຊົນ​ແຂວງ​ຈຳປາ​ສັກ ໄດ້​ຕັດ­ສິນ​ຄະ­ດີ​ລາຍ​ໃຫຍ່ສອງ​ຜູ້​ຕ້ອງ​ຫາ​ຄ້າ­ຂາຍ​ຢາ​ເສບຕິດ

​ຈຳ­ນວນ 8 ພັນ​ເມັດ ໃສ່​ໂທດຕັດ​ອິດສະ­ຫຼະ­ພາບ​ໃຫ້​ຈຳ​ຄຸກ​ຕະຫລອດ​ຊີ­ວິດ ພ້ອມ​ທັງ​ປັບ​ໄໝ

​ເງິນຜູ້​ລະ 500 ລ້ານ​ກີບ.

ສານ​ປະ­ຊາ­ຊົນ​ແຂວງ​ຈຳ­ປາ​ສັກ​ ໄດ້ຕັດ­ສິນ​ຄະ­ດີ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ ແກ່ສອງຜູ້​ຕ້ອງ​ຫາ​ຄື

ທ້າວ ກິ​ແສງ ອາ­ຍຸ 44 ປີ, ສັນ­ຊາດ​ລາວ ອາ­ຊີບ​ຄ້າ­ຂາຍ ບ້ານ​ຢູ່​ໂພນ​ສັນ ເມືອງ​ໂພນ​ທອງ ແລະ

ທ້າວ ສຸກ ອາ­ຍຸ 39 ປີ, ສັນ­ຊາດ​ລາວ ອາ­ຊີບ​ເຮັດ​ນາ ​ຢູ່​ບ້ານ​ທົດ​ສອບ ເມືອງປະ­ທຸມ​ພອນ ແຂວງ

​ຈຳ­ປາ​ສັກ, ທັງ​ສອງຄົນ​ຖືກ​ຈັບ​ໃນ​ຂໍ້​ຫາ​ຄ້າ­ຂາຍ​ຢາ​ເສບ​ຕິດ ແລະ ມີ​ຢາ​ບ້າ​ຄອບ​ຄອງ​ຈຳ­ນວນ

4 ມັດມີ​ຈຳ­ນວນ 8 ພັນ​ເມັດ, ມີ​ນ້ຳ­ໜັກ 716 ກຣາມ ຊຶ່ງ​ທັງ​ສອງ​ຄົນ​ໄດ້​ຖືກ​ກັກ​ຕົວ​ໃນວັນ​ທີ

19  ກັນ­ຍາ 2013 ແລະ ສານ​ໄດ້ຕັດ­ສິນ​ອິດສະ­ຫຼະ­ພາບ​ພວກ​ກ່ຽວ​ຕະຫຼອດ​ຊີ­ວິດ, ພ້ອມ​ທັງ​ໄດ້

​ປັບ​ໄໝ​ເງິນ​ຜູ້ລະ 500 ລ້ານ​ກີບ, ຢຶດ​ຂອງ​ກາງ​ມີ​ລົດເກັງ ທີ່​ພວກ​ຈຳ­ເລີຍ​ທັງ​ສອງ​ນຳ​ໃຊ້​ເຂົ້າໃນ

​ການ​ກະ­ທຳ​ຜິດ ​ເຂົ້າ​ເປັນ​ຊັບ​ສົມ­ບັດຂອງ​ລັດ ​ຕາມ​ຄຳ​ຕັດ­ສິນ​ຂອງ​ສານ​ປະ­ຊາຊົນແຂວງ​ຈຳ­ປາ​

ສັກ ເລກ​ທີ 951/ ຂຕອ ລົງ​ວັນ​ທີ 15 ກໍ­ລະ­ກົດ 2014.

ຊຶ່ງ​ການ​ຕັດ­ສິນ​ໂທດ​ດັ່ງ­ກ່າວ​ໄດ້​ມີຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ມື້­ວານ​ນີ້ (15 ກໍ ລະ​ກົດ 2014) ທີ່​ສານ​

ປະ­ຊາ­ຊົນ​ແຂວງຈຳ­ປາ​ສັກ ຊຶ່ງ​ເປັນ​ການ​ຕັດ­ສິນ​ຄະ­ດີ​ຢາເສບ​ຕິດ​ລາຍ​ໃຫຍ່​ປະ­ຈຳ​ປີ 2014 ເພື່ອ

ປະ­ຕິ­ບັດ​ຕາມ​ລະ­ບຽບ​ກົດ­ໝາຍ​ຢ່າງ​ເຂັ້ມງວດ ເຮັດ​ໃຫ້​ກຸ່ມ​ຄົນ​ທີ່​ກຳ­ລັງ​ຄ້າ­ຂາຍຢາ​ດັ່ງ­ກ່າວ​ມີ​

ຄວາມ​ຢ້ານ​ກົວ​ຕໍ່​ກັບ​ໂທດຂອງ​ການ​ຄ້າ­ຂາຍ​ຢາ​ເສບ​ຕິດ.

ແຫຼ່ງຂ່າວ: ໜັງສືພິມເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...