spot_img
Homeຂ່າວທ້ອງຖິ່ນສະຫວັນນະເຂດ ມີແຜນຈະປູກປ່າ 3.000 ເຮັກຕາ ເພື່ອເຮັດໃຫ້ອັດຕາປົກຫຸ້ມຂອງປ່າເພີ່ມຂຶ້ນ

ສະຫວັນນະເຂດ ມີແຜນຈະປູກປ່າ 3.000 ເຮັກຕາ ເພື່ອເຮັດໃຫ້ອັດຕາປົກຫຸ້ມຂອງປ່າເພີ່ມຂຶ້ນ

Published on

ທ່ານ ບົວຜັນ ບຸນວິໄລ ຮອງຫົວໜ້າຂະແໜງປ່າໄມ້ ແຂວງສະຫວັນນະເຂດໃຫ້ສຳພາດແກ່ນັກຂ່າວວ່າ:
ສຳລັບໃນປີນີ້ ແຂວງສະຫວັນນະເຂດ ມີແຜນການປູກໄມ້ໃຫ້ໄດ້ຈຳນວນ 3.000 ເຮັກຕາ ຊຶ່ງໄລຍະການຫ້າງຫາກະກຽມການປູກໄມ້ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດໃນປີນີ້ ທາງຂະແໜງປ່າໄມ້ແຂວງ ໄດ້ຈັດສົ່ງພະນັກງານວິຊາການຂອງຕົນຈຳນວນໜຶ່ງລົງຊຸກຍູ້ໃຫ້ຫ້ອງການກະສິກຳ-ປ່າໄມ້ເມືອງຕ່າງໆສົມທົບກັບ
ອຳນາດການປົກຄອງຂອງເມືອງໄດ້ຫາກຫາກະກຽມການປູກໄມ້ໃນປີນີ້ໃຫ້ເປັນຂະບວນກວ້າງຂວາງ
ຊຶ່ງໃນນີ້ສາມາດ ຜະລິເບັ້ຍໄມ້ຊະນິດຕ່າງໆເພື່ອຕອບສະຫນອງໃຫ້ການປູກໄດ້ແລ້ວຈຳນວນ 30.000 ກວ່າ ເບັ້ຍ,

ຊຶ່ງການປູກໄມ້ໃນປີນີ້ ສ່ວນຫລວງຫລາຍແມ່ນເນັ້ນໃສ່ການປູກໄມ້ພື້ນເມືອງເປັນສ່ວນຫລາຍ ເປັນຕົ້ນແມ່ນໄມ້ແຕ້ຄ່າ, ໄມ້ຂະຍູງ,ໄມ້ປະດົງ,ໄມ້ດູ່,ໄມ້ສົ້ມຝາດ,ໄມ້ຍາງ ໄປພ້ອມດັບການປູກໄມ້ໃນປີນີ້ ທາງຂະແໜງປ່າໄມ້ແຂວງ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ດຳເນີນການຟຶ້ືນຟູປ່າໄມ້ ແບບທຳມະຊາດສົມທົບກັບການປູກເສີມ
ໃນບາງເຂດຂອງພື້ນທີ່ຂອງປ່າສະຫງວນ,ປ່າປ້ອງກັນ ເຂດຕົ້ນນ້ຳລຳທານ ແຄມສາຍນ້ຳ ແລະອາງເກັບນ້ຳ ທັງນີ້ເພື່ອເປັນການຟື້ນຟູແລະປົກປັກຮັກສາສິ່ງແວດລ້ອມໃນເຂດທ້ອງຖິ່ນຂອງຕົນຊຶ່ງມີແຜນການຟື້ນຟູປ່າ
ຈຳນວນ 62.745 ເຮັກຕາ, ໃນນີ້ໃນເຂດປ່າຜະລິດຈຳນວນ 6.669 ເຮັກຕາແລະນອກສາມປະເພດປ່າ
ຈຳນວນ 56.076 ເຮັກຕາ.

ຂ່າວແຈ້ງຕື່ມວ່າ:ໃນຫວ່າງມໍ່ໆມານີ້ ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ອອກຄຳສັ່ງແນະນຳສະບັບໜຶ່ງທີ່ວ່າ:
ໃຫ້ອົງການປົກຄອງເມືອງໃນທົ່ວແຂວງ,ພະແນກກະສິດຳແລະປ່າໄມ້ແຂວງ, ພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ
ທະຫານແຂວງ, ປກສ ແຂວງບັນດາຂະແໜງການທຸກຂັ້ນ ອົງການປົກຄອງບ້ານ ແລະການຈັດຕັ້ງ
ສັງຕົມຕ່າງໆປຸກລະດົມຂະບວນການພາຍໃນ ນຳໃຊ້ກຳລັງແລະທຶນຮອນເທົ່າທີ່ມີເພື່ອເຂົ້າຮ່ວມແລະ
ຈັດຕັ້ງປະຕິບັດແຜນການປູກໄມ້ແລະຟື້ນຟູປ່າໄມ້ ເພື່ອເປັນສິນຄ້າ ເປັນຊັບສົມບັດລວມ ແລະເພື່ອປົກປັກຮັກສາ
ສິ່ງແວດລ້ອມໃນເຂດຊຸມຊົນ ແລະທ້ອງຖິ່ນຂອງຕົນດ້ວຍຄວາມເປັນເຈົ້າການແລະມີຄວາມຮັບຜິດຊອບ
ແລະບັນດານັກລົງທຶນພາຍໃນແລະຕ່າງປະເທດ

ສ່ວນບຸກຄົນທີ່ໄດ້ຮັບອຸມັດໃຫ້ສຶບຕໍ່ ບຸກເບີກເນື້ອທີ່ ແລະລົງທຶນປູກໄມ້ເປັນສິນຄ້າ ກໍຂຸ້ນຂ້ຽວລົງມືຈັດຕັ້ງ
ປະຕິບັດຕາມແຜນອະນຸມັດ ສ່ວນບັນດາໂຮງງານປຸງແຕ່ງໄມ້ ແລະບັນດາໂຮງງານທີ່ນຳໃຊ້ໄມ້ເປັນວັດຖຸດິບ
ແລະເປັນພະລັງງານເຂົ້າໃນການຜະລິດ ຕ້ອງໄດ້ປະຕິບັດພັນທະໃນການປູກໄມ້ທົດແທນ ໂດຍສ້າງເປັນສວນ
ປູກໄມ້ຂອງຕົນເອງຢ່າງໜ້ອຍ 3 ເຮັກຕາຂຶ້ນໄປ ກໍ່ລະນີໂຮງງານຫລືຫົວໜ່ວຍທຸລະກິດໃດ ຫາກບໍ່ມີເນື້ອທີ່ເປັນຂອງຕົວເອງ ກໍ່ໃຫ້ມີການປະສານກັບອົງການປົກຄອງເມືອງແລະບ້ານທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ສັນຍາຮ່ວມກັນກັບປະຊາຊົນ ຜູ້ທີ່ມີເນື້ອທີ່ແລະສົນໃຈຢາກປູກໄມ້ເປັນສິນຄ້າດັ່ງນີເປັນຕົ້ນ.

ທີ່ມາ www.facebook.com/savanhphathana

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...