spot_img
Homeຂ່າວການພັດທະນາສະຫນາມບິນວັດໄຕ ກຽມຄວາມພ້ອມທຸກດ້ານ ຮອງຮັບກອງປະຊຸມສຸດຍອດອາຊຽນໃນຕົ້ນເດືອນຫນ້າ

ສະຫນາມບິນວັດໄຕ ກຽມຄວາມພ້ອມທຸກດ້ານ ຮອງຮັບກອງປະຊຸມສຸດຍອດອາຊຽນໃນຕົ້ນເດືອນຫນ້າ

Published on

ກົມການບິນ ພົນລະເຮືອນ ແລະ ບັນດາຂະແໜງການທີ່ຂຶ້ນກັບ ໄດ້ເລັ່ງເອົາໃຈໃສ່ຝຶກອົບຮົມພະນັກງານ ເພີ່ມອຸປະກອນຕ່າງໆ, ພ້ອມທັງປັບປຸງບັນດາພື້ນຖານໂຄງລ່າງທີ່ເຫັນວ່າຈຳເປັນ ແລະ ເລັ່ງໃສ່ປົວແປງຖະໜົນຫົນທາງບໍລິເວນສະໜາມບິນ. ອັນສຳຄັນແມ່ນການຮັກສາຄວສາມປອດໄພ ເພື່ອຮອງຮັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ທີ່ ສປປ ລາວ ຈະເປັນເຈົ້າພາບໃນຕົ້ນເດືອນຫນ້ານີ້.

ສະຫນາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ຖືເປັນປະຕູດ່ານຕ້ອນຮັບແຂກສຳຄັນ ເມື່ອມີກອງປະຊຸມໃຫຍ່ລະດັບຕ່າງໆ. ດັ່ງນັ້ນການຮັກສາຄວາມປອດໄພ ແລະ ກຽມພ້ອມສິ່ງອໍານວຍຄວາມສະດວກຮອງຮັບເປັນສິ່ງສຳຄັນທີ່ສຸດ. ຫລ້າສຸດທ່ານ ວັນເພັງ ຈັນທະພອນ ຫົວໜ້າກົມການບິນ ພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວກັບທີມຂ່າວເສດຖະກິດ-ການຄ້າວ່າ: ວຽກງານກົມການບິນ ພົນລະເຮືອນ ເປັນວຽກງານໜຶ່ງທີ່ສຳຄັນ ເພື່ອຮັບໃຊ້ກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວເປັນເຈົ້າພາບ, ໂດຍສະແມ່ນການກຽມສະຖານທີ່ຈອດຍົນພິເສດຂອງບັນດາປະມຸກລັດ ຫຼື ຜູ້ແທນຂອງບາງປະເທດທີ່ຈະນຳໃຊ້ເຮືອບິນສ່ວນຕົວ, ກະກຽມຄຸ້ມຄອງການບິນພົນລະເຮືອນ, ການຈໍລະຈອນທາງອາກາດ ແລະ ສະໜາມບິນ, ປະສານ ແລະ ອຳນວຍຄວາມສະດວກໃຫ້ແກ່ຍົນພິເສດຂອງບັນດາຄະນະຜູ້ແທນແຕ່ລະປະເທດ, ປັບປຸງຫ້ອງຮັບຮອງ ແລະ ຖະໜົນຫົນທາງຕາມບໍລິເວນສະໜາມບິນໃຫ້ມີຄວາມສະອາດ ແລະ ງາມຕາ.

ປັດຈຸບັນຄວາມພ້ອມດ້ານສະໜາມບິນເຮົາແມ່ນສາມາດຮອງຮັບເຮືອບິນຂະໜາດໂບອິ້ງ 747 ແລະ ເຮືອບິນຂະໜາດຕ່າງໆຈຳນວນ 44 ລຳ, ໃນນັ້ນມີ B 747 ຈຳນວນ 8 ລຳ, B757 ຈຳນວນ 16 ລຳ, B 737 ຈຳນວນ 18 ລຳ ແລະ ATR 2 ລຳ.

 

ຂ່າວຈາກ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...