Homeຂ່າວການສຶກສາສສກ ຍັງບໍ່ໄດ້ຮັບຂໍ້ມູນນັກສຶກສາລາວທີ່ລັກໜີຈາກ 3 ສະຖາບັນສຶກສາ ແຂວງ ຮ່າຕິ້ງ

ສສກ ຍັງບໍ່ໄດ້ຮັບຂໍ້ມູນນັກສຶກສາລາວທີ່ລັກໜີຈາກ 3 ສະຖາບັນສຶກສາ ແຂວງ ຮ່າຕິ້ງ

Published on

ວິທະຍຸກະຈາຍສຽງແຫ່ງຊາດ ລາຍງານໃຫ້ຮູ້ວ່າ ກະຊວງສຶກສາທິການ ແລະ ກິລາ ຍັງບໍ່ທັນໄດ້ຮັບຂໍ້ມູນລະອຽດກ່ຽວກັບນັກສຶກສາລາວ ທີ່ລັກໜີອອກຈາກ 3 ສະຖາບັນການສຶກສາ ຢູ່ແຂວງຮ່າຕິ້ງ ສສ ຫວຽດນາມ ທີ່ກັບຄືນມາລາວ ໃນຕົ້ນເດືອນເມສາ 2020 ຜ່ານມາເທື່ອ. ໃນຂະນະທີ່ບັນດາສະຖາບັນການສຶກສາຂອງຫວຽດນາມ ກຳລັງເລີ່ມເປີດການສຶກສາຄືນໃໝ່ ແລະ ຂໍໃຫ້ນັກສຶກສາລາວ ທີ່ສຶກສາ ຢູ່ຫວຽດນາມ ກັບຄືນໄປສຶກສາໄດ້ແລ້ວ.

ອີງຕາມໜັງສືແຈ້ງການ ຈາກພະແນກການພົວພັນຕ່າງປະເທດ ຂອງແຂວງຮ່າຕິ້ງ ສະບັບເລກທີ 238/SNgV-LSBG, ລົງວັນທີ 07/04/2020 ແລະ ໜັງສືລາຍງານຈາກສະຖານກົງສູນໃຫຍ່ລາວ ປະຈໍານະຄອນດານັງ ຂອງຫວຽດນາມ ສະບັບເລກທີ 136/ກສ.ດນ, ລົງວັນທີ 08 ເມສາ 2020 ໃຫ້ຮູ້ວ່າ ມີນັກສຶກສາລາວ ຈໍານວນ 149 ຄົນ ລັກອອກຈາກຫໍພັກ 3 ສະຖາບັນການສຶກສາ ຢູ່ແຂວງຮ່າຕິ້ງ. ຫຼັງຈາກນັ້ນ ກະຊວງ ສຶກສາທິການ ແລະ ກິລາ ໄດ້ແຈ້ງການໃຫ້ພະແນກສຶກສາທິການ ແລະ ກິລາ ບັນດາແຂວງທີ່ກ່ຽວຂ້ອງຕິດຕາມເກັບກໍາຂໍ້ມູນສ່ວນບຸກຄົນຂອງນັກສຶກສາພາຍໃນແຂວງຂອງຕົນທີ່ລັກໜີມາຈາກສະຖານບັນການສຶກສາໃນແຂວງຮ່າຕິ້ງ ຂອງຫວຽດນາມ ໃນຄັ້ງນີ້ ເປັນຕົ້ນ: ຊື່ ແລະ ນາມສະກຸນ, ທີ່ຢູ່ປັດຈຸບັນ, ວັນດືອນປີ ທີ່ຈະກັບຄືນໄປຮຽນຕໍ່ ແລະ ອື່ນໆໂດຍໄດ້ແຈ້ງໄປ 2 ຄັ້ງແລ້ວ ແຕ່ຍັງບໍ່ທັນໄດ້ຮັບຄໍາຕອບໃດເທື່ອ.

ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບໜັງສືຈາກທູດວັດທະນະທໍາລາວ ປະຈໍານະຄອນຫຼວງຮ່າໂນ່ຍ ຂອງຫວຽດນາມ ວ່າ: ບັນດາສະຖາບັນການສຶກສາ ຂອງຫວຽດນາມເລີ່ມເປີດການຮຽນໃໝ່ແລ້ວ ແລະ ຂໍໃຫ້ນັກສຶກສາລາວ ທີ່ເດີນທາງກັບປະເທດກັບຄືນໄປສຶກສາໄດ້ແລ້ວ.

ສໍາລັບ 3 ສະຖານການສຶກສາ ຂອງແຂວງຮ່າຕິ້ງ ຄັ້ງນີ້ທີ່ນັກສຶກສາລາວ ລັກໜີອອກຈາກຫໍພັກ ລວມມີ: ມະຫາວິທະຍາໄລ ຮ່າຕິ້ງ ຈໍານວນ 70 ຄົນ, ວິທະຍາໄລການແພດ ຮ່າຕິ້ງ ຈໍານວນ 53 ຄົນ ແລະ ວິທະຍາໄລເຕັກນິກ ຫວຽດ-ເຢຍລະມັນ ຈໍານວນ 28 ຄົນ. ໃນນີ້ເປັນນັກສຶກສາ ແຂວງຄຳມ່ວນ 52 ຄົນ, ຊຽງຂວາງ 26 ຄົນ, ນະຄອນຫຼວງ 18 ຄົນ, ຈຳປາສັກ 12 ຄົນ, ສະຫວັນນະເຂດ 10 ຄົນ, ວຽງຈັນ 10 ຄົນ, ໄຊສົມບູນ 9 ຄົນ, ບໍລິຄຳໄຊ 3 ຄົນ, ສາລະວັນ 3 ຄົນ, ໄຊຍະບູລິ 2 ຄົນ, ຜົ້ງສາລີ 2 ຄົນ, ຫົວພັນ 2 ຄົນ, ອັດຕະປື 1 ຄົນ ແລະ ຫຼວງພະບາງ 1 ຄົນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...