Homeຂ່າວພາຍ​ໃນສວນສະໜາມ ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 65 ປີ

ສວນສະໜາມ ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 65 ປີ

Published on

20140116132604
20140116132653
20140116133528

ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 65 ປີ (20/1/1949-20/1/2014) ທີ່​ໄດ້​ໝູນວຽນ​ມາ​ຄົບຮອບ​ອີກ​ວາລະ​ໜຶ່ງ ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຈັດ​ພິທີ​ສວນສະໜາມ ສະແດງ​ໃຫ້​ເຫັນ​ເຖິງ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ເຂັ້ມແຂງ​ກຽມພ້ອມ​ສູ້​ຮົບ​ຂອງ​ກອງທັບ​ປະຊາຊົນ​ລາວ​ຂຶ້ນ ຕອນ​ເຊົ້າ​ວັນ​ທີ 16 ມັງກອນ 2014 ນີ້ ທີ່​ວິທະຍາຄານ​ນາຍ​ທະຫານ​ບົກ ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ພົນ​ໂທ ຈູມ​ມາລີ ໄຊ​ຍະ​ສອນ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະທານ​ປະເທດ ບັນດາ​ສະຫາຍ​ກົມ​ການເມືອງ​ສູນ​ກາງ​ພັກ ກໍ່​ຄື​ການ​ນຳ​ພັກ-ລັດ ນາຍ ແລະ ພົນທະຫານ ຕຳຫຼວດ ຕະຫຼອດ​ຮອດ​ມວນ​ຊົນ​ທົ່ວ​ໄປ ເຂົ້າ​ຮ່ວມ​ຊົມ​ຢ່າງ​ຫຼວງຫຼາຍ.

ໃນ​ພິທີ​ສະຫາຍ ພົນ​ຕີ ສຸ​ວອນ ເລືອງ​ບຸນ​ມີ ກຳມະການ​ສູນ​ກາງ​ພັກ ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ກະຊວງ​ປ້ອງ​ກັນ​ປະເທດ​ໄດ້​ຂຶ້ນ​ກ່າວ ຊຶ່ງ​ບາງ​ຕອນ​ສະຫາຍ​ໄດ້​ກ່າວ​ວ່າ: ຕະຫຼອດ​ໄລຍະ 38 ປີ​ແຫ່ງ​ການ​ປະຕິບັດ ສອງ​ໜ້າທີ່​ຍຸດ​ທະ​ສາດ​ຂອງ​ພັກ​ຄື: ປົກ​ປັກ​ຮັກສາ ແລະ ສ້າງສາ​ປະເທດ​ຊາດ ກອງທັບ​ປະຊາຊົນ​ລາວ ໄດ້​ກາຍເປັນ​ກຳລັງ​ຫຼັກ​ແຫຼ່ງ ໃນ​ການ​ປະຕິບັດ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ ຕິດ​ພັນ​ກັບ​ການ​ພັດທະນາ​ຊົນນະບົດ​ຮອບດ້ານ​ຂອງ​ພັກ ເດັດດ່ຽວ​ເດີນ​ຕາມ​ແນວທາງ​ປ່ຽນແປງ​ໃໝ່​ຂອງ​ພັກ ຮັກສາ ແລະ ເສີມ​ຂະຫຍາຍ​ທາດ​ແທ້​ປະຕິວັດ ມູນເຊື້ອ​ອັນ​ດີງາມ ເຝິກຝົນ​ຫຼໍ່​ຫຼອມ​ທັດສະນະ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ຕັ້ງໜ້າ​ປັບປຸງ​ກໍ່ສ້າງ​ກຳລັງ​ຂອງ​ຕົນ ໃຫ້​ນັບ​ມື້​ເຂັ້ມແຂງ​ໃນ​ທຸກ​ດ້ານ ຮູ້ຈັກ​ອີງໃສ່​ກຳລັງ​ແຮງ​ສັງ​ລວມ​ຂອງ​ທົ່ວ​ປວງ​ຊົນ ຫັນ​ເອົາ​ກຳລັງ​ລົງ​ສູ່​ຮາກ​ຖານ​ຢ່າງ​ແຂງແຮງ ປັບປຸງ​ອຳນາດ​ການ​ປົກຄອງ​ຢູ່​ຮາກ​ຖານ ຊ່ວຍເຫຼືອ​ປະຊາຊົນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ເຮັດ​ໃຫ້​ສະພາບ​ຢູ່​ຮາກ​ຖານ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ ປະຊາຊົນ​ບັນດາເຜົ່າ​ມີ​ຄວາມ​ເຊື່ອ​ໝັ້ນ ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ ແລະ ເຊື່ອ​ໝັ້ນ​ຕໍ່​ກອງທັບ ພ້ອມ​ກັນ​ທຳ​ມ້າງ​ກົນອຸບາຍ​ຍຸດ​ທະ​ສາດ​ຫັນປ່ຽນ​ໂດຍ​ສັນຕິ ການ​ກໍ່​ຄວາມ​ບໍ່​ສະຫງົບ ການ​ກໍ່​ການ​ລຸກຂຶ້ນ​ໂຄ່ນ​ລົ້ມ ແຊກ​ຊຶມ ແລະ ການເຄື່ອນໄຫວ​ເກາະ​ຜິດ​ບຽບ​ຢຶດ​ຊາຍ​ແດນ ຂອງ​ອິດ​ທິ​ກຳລັງ​ປໍ​ລະ​ປັກ​ໄດ້​ຢ່າງ​ທັນ​ການ ຮັກສາ​ຄວາມ​ສະຫງົບ​ທາງ​ດ້ານ​ການເມືອງ ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຂອງ​ສັງຄົມ​ໄດ້​ເປັນ​ຢ່າງ​ດີ.

ລວມ​ຄວາມ​ວ່າ ຕະຫຼອດ​ກວ່າ​ເຄິ່ງ​ສະຕະວັດ​ແຫ່ງ​ການ​ຕໍ່ສູ້ ແລະ ເຄື່ອນ​ໄຫວ​ຢ່າງ​ລຽນຕິດ ໃນ​ເງື່ອນໄຂ​ທີ່​ຫຍຸ້ງຍາກ​ລຳບາກ ແລະ ທຸລະກັນດານ​ທີ່​ສຸດ​ນັ້ນ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ກອງທັບ​ປະຊາຊົນ​ລາວ ໄດ້​ເຮັດ​ສຳເລັດ​ພາລະກິດ​ປະຕິວັດ ແລະ ເຮັດ​ຫຼ້ອນ​ພາລະ​ກຳ​ປະຫວັດສາດ​ອັນ​ໜັກໜ່ວງ​ຂອງ​ພັກ ທີ່​ມອບ​ໝາຍ​ໃຫ້​ຢ່າງ​ສະຫງ່າ​ງາມ ສ້າງ​ຜົນງານ​ອັນ​ດີເດັ່ນ ວິລະ​ກຳ​ອັນ​ລ້ຳ​ເລີດ​ປະດັບ​ໄວ້ໜ້າ​ປະຫວັດສາດ​ຂອງ​ຊາດ​ຢ່າງ​ສົມ​ກຽດ ສ້າງ​ມູນເຊື້ອ​ອັນ​ດີງາມ ເພື່ອ​ໃຫ້​ຄົນ​ຮຸ່ນ​ຫຼັງ​ໄດ້​ສຶກ​ສາ​ຮ່ຳຮຽນ​ເອົາ ສະນັ້ນ ກອງທັບ​ປະຊາຊົນ​ລາວ ຈຶ່ງ​ສົມ​ແລ້ວ​ທີ່​ໄດ້​ຮັບ​ນາມມະຍົດ ເປັນ​ກອງທັບ​ວິລະ​ຊົນ​ຂອງ​ຊາດ​ລາວ​ວິລະ​ຊົນ ໄດ້​ຮັບ​ຄຳ​ສັນລະເສີນ​ຈາກ​ພັກ-ລັດ ກອງທັບ​ຍາມ​ໃດ​ກໍ່​ນຳ​ໜ້າ​ໃນ​ທຸກ​ວຽກ​ງານ ເດັດດ່ຽວ​ຜ່ານ​ຜ່າ​ອຸປະສັກ ຕີ​ເອົາ​ຊະນະ​ສັດຕູ​ທຸກ​ໂຕ ສຳເລັດ​ທຸກ​ໜ້າທີ່ ສົມ​ເປັນ​ກຳລັງ​ແກ່ນສານ​ທີ່​ເຂັ້ມແຂງ​ຂອງ​ການ​ປະຕິວັດ ເປັນ​ເຄື່ອງມື​ອັນ​ແຫຼມ​ຄົມ​ຂອງ​ພັກ.

ການ​ສວນສະໜາມ ສະແດງ​ສິລະ​ປະຍຸດ​ຂອງ​ກຳລັງ​ປະກອບ​ອາວຸດ ໃຫ້ການ​ນຳ​ພັກ-ລັດ ແລະ ມວນ​ຊົນ​ທົ່ວ​ໄປ​ໄດ້​ເບິ່ງ​ໄດ້​ຊົມ​ຄັ້ງ​ນີ້ ມີ​ຈຳນວນ 11 ກ້ອນ​ກຳລັງ​ຄື: ນຳ​ໜ້າ​ດ້ວຍ​ກ້ອນ​ທຸງໄຊ​ກອງທັບ ຕາມ​ດ້ວຍ​ກ້ອນ​ກຳລັງ​ທະຫານ​ບົກ ກ້ອນ​ກຳລັງ​ທະຫານ​ອາກາດ ເຫຼົ່າ​ຮົບ​ຊາຍ​ແດນ ເຫຼົ່າ​ຮົບ​ຕີ​ພິເສດ ທະຫານ​ຮາບ ກອງ​ຊ່າງ​ແສງ ເຫຼົ່າ​ຮົບ​ສື່ສານ ເຫຼົ່າ​ຮົບ​ເສນາ​ຮັກ ກຳລັງ​ທະຫານ​ທ້ອງຖິ່ນ ກອງ​ກຽດ​ຕີ​ຍົດ ສຳລັບ​ການສະແດງ​ຂອງ​ເຫຼົ່າ​ຮົບ​ຕີ​ພິເສດ ໄດ້​ສະແດງ​ໃຫ້​ເຫັນ​ວິຊາ​ຕໍ່ສູ້​ປ້ອງ​ກັນ​ຕົວ​ເອງ​ດ້ວຍ​ມື​ເປົ່າ 35 ຈັ່ງ​ຫວະ ການ​ຕໍ່ສູ້​ປະຈັນບານ ສ່ວນ​ເຫຼົ່າ​ຮົບ​ທະຫານ​ອາກາດ​ກອງພັນ​ໃຫຍ່ 703 ກໍ່​ໄດ້​ມີ​ການສະແດງ​ໂດດ​ຈ້ອງ​ເທິງ​ອາກາດ ຈຳນວນ 8 ຈຸ ຈຸ​ລະ 5 ຄົນ ລວມ​ທັງ​ໝົດ 40 ຄົນ ຍິງ 26 ຄົນ ນອກ​ນີ້​ກໍ່​ຍັງ​ມີ​ກິດຈະກຳ​ອື່ນໆ ອັນ​ໄດ້​ສ້າງ​ບັນ​ຍາ​ເຮັດ​ໃຫ້​ພາຍ​ໃນ​ງານ ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ທາງ​ປະຫວັດສາດ ແລະ ມີ​ຄວາມ​ເບີກບານ​ມ່ວນຊື່ນ ພ້ອມ​ທັງ​ໄດ້​ສ້າງ​ຄວາມ​ສົນໃຈ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ​ເຂົ້າ​ຊົມ.

 

ທີ່ມາ http://www.vientianemai.net/teen/khao/1/11007

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...