Homeຂ່າວທ່ອງທ່ຽວສວນຊາ 400 ປີ ແຂວງຜົ້ງສາລີ ສວນຊາ 400 ປີ ແຂວງຜົ້ງສາລີ ຂ່າວທ່ອງທ່ຽວ Published on 22/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 3270 ທ່ອງທ່ຽວກັບລາວໂພສຕ໌ວັນນີ້ພວກເຮົາຍັງຢູ່ພາກເໜືອເຊັ່ນເຄີຍ ແລະ ໄດ້ຫວນກັບມາທີ່ແຂວງ ຜົ້ງສາລີ ອີກຄັ້ງ ເມື່ອກ່ອນເຮົາໄດ້ພາທຸກທ່ານໄປຮູ້ຈັກສະຖານທີ່ສັກສິດຂອງເມືອງຜົ້ງສາລີ ຄື ພະທາດພູຟ້າ ມາແລ້ວ ແລະ ມື້ນີ້ພວກເຮົາກໍ່ບໍ່ພາດທີ່ຈະພາທຸກທ່ານມາຮູ້ຈັກອີກໜຶ່ງສະຖານທ່ອງທ່ຽວທີ່ສຳຄັນຂອງແຂວງຜົ້ງສາລີ. ໃຜມາທ່ຽວຜົ້ງສາລີນອກຈາກຈະໄປທ່ຽວພະທາດພູ, ວັດຫຼວງອູເໜືອ, ເມືອງຍອດອູ ແລ້ວກໍ່ຢ່າລືມມາທ່ຽວທີ່ບ້ານກໍ ໝູ່ບ້ານທີ່ມີສວນຊາອາຍຸເຖິງ 400 ກ່ວາປີ. Teepflückerin der Phunoy Ethnie pflückt Teeblätter in den Kronen alter Teebäume, Ban Komaen, Phongsali Provinz, Laos ບ້ານກໍແມ່ນ ເປັນບ້ານໜຶ່ງທີ່ຂຶ້ນກັບ ເມືອງຜົ້ງສາລີ, ເປັນບ້ານທີ່ມີປະຫັວດ ການປຸກຊາລ້ຽງຊີບມາແຕ່ດຶກດຳບັນ, ເຊິ່ງເມື່ອກ່ອນ ບ້ານມີຊື່ວ່າ “ບ້ານລຸງຈິງ” ຕາມການບອກເລົ່າຂອງຜູ້ເຖົ້າອາວຸໂສຂອງບ້ານ ໃຫ້ຮູ້ວ່າ ບ້ານກໍແມ່ນ ນັບແຕ່ມື້ສ້າງຕັ້ງມາຮອດປະຈຸບັນໄດ້ 7 ຊົ່ວຄົນແລ້ວ ພ້ອມທັງສະເລ່ຍ ໃສ່ກົກຊາທີ່ປູກ ພ້ອມກັບການສ້າງຕັ້ງບ້ານແມ່ນມີອາຍຸປະມານ 400 ກ່ວາປີແລ້ວ. ສະນັ້ນ ຊາວເມືອງຈຶ່ງເອີ້ນກັນວ່າ “ກົກຊາ 400 ປີ” ຈົນເທົ່າທຸກມື້ນີ້, ໃນປະຈຸບັນນີ້ ການປູກຊາ, ຂາຍຊາ ເປັນອາຊິບຕົ້ນຕໍ ແລະ ຊາ 400 ກ່ວາປີ ມີປະມານ 32.25 ເຮັກຕາ, ລວມມີກົກຊາ 48.373 ກົກ, ເປັນກົກຊາ ທີ່ມີອາຍຸຍາວແຫ່ງດຽວຢູ່ ສປປ ລາວ, ເຊິ່ງມີໄລຍະຫ່າງຈາກເທດສະບານແຂວງ 15 ກິໂລແມັດ ນອກຈາກທ່ານຈະໄດ້ທ່ຽວຊົມສວນຊາ 400 ປີ ທີ່ມີຂະໜາດກ້ວາງຍາວຈົນສຸດສາຍຕາທ່ານ ແລ້ວທ່ານກໍ່ຍັງໄດ້ເຫັນລີລາການເກັບໃບຊາຂອງຊາວບ້ານທີ່ບອກໄດ້ເລີຍວ່າມັນບໍ່ທຳມະດາຄືການເກັບໃບຊາຈາກແຫ່ງອື່ນໆ ເພາະມັນມີບ່ອນນີ້ບ່ອນດຽວເທົ່ານັ້ນ. ການທ່ອງທ່ຽວຍັງບໍ່ສິ້ນສຸດ ແຕ່ມື້ໜ້າພວກເຮົາຈະພາທຸກທ່ານໄປທ່ຽວທາງໃດນັ້ນ ຢ່າລືມຕິດຕາມກັນຕໍ່ໄປເດີ້!!! ແຫລ່ງຂໍ້ມູນຈາກ: ເວັບໄຊ໌ ໂຕະນ້ຳຊາ Tagsທ່ອງທ່ຽວລາວທ່ອງທ່ຽວແຂວງຜົ້ງສາລີບ້ານກໍ ແຂວງຜົ້ງສາລີສວນຊາ 400 ປີ ແຂວງຜົ້ງສາລີແຂວງຜົ້ງສາລີ ບົດຄວາມຫຼ້າສຸດ ຂ່າວກິລາ ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ... 19/07/2025 ຂ່າວຕ່າງປະເທດ ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ... 18/07/2025 ຂ່າວຕ່າງປະເທດ ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:... 18/07/2025 ຂ່າວພາຍໃນ ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya... 17/07/2025