Homeຊີວິດແລະຄວາມຮັກວິທີສັງເກດຄົນໂສດແທ້ ຫຼື ໂສດບາງເວລາ

ວິທີສັງເກດຄົນໂສດແທ້ ຫຼື ໂສດບາງເວລາ

Published on

ໃນຄໍລຳ ຊີວິດ ກັບ ຄວາມຮັກ ມື້ນີ້ເຮົາຈະມານຳສະເໜີ ວິທີສັງເກດຄົນໂສດແທ້ ຫຼື ໂສດບາງເວລາ ມາຝາກກັນ ເພາະປັດຈຸບັນນີ້ມີກຸ່ມຈຳພວກໂສດເວລາແຟນເຜີນັ້ນມີຫຼາຍ ເຊິ່ງເວົ້າມາລະຮູ້ສຶກ ຈີ໊ດໆໆຂຶ້ນທັນທີ ຖ້າຫາກໃຜເຄີຍມີຄົນໂສດບໍ່ສະໜິດຕັວະວ່າ ໂສດສະໜິດ ບາດຈັບໄດ້ແລ້ວສຸດທ້າຍກໍ່ຖິ້ມເຮົາໄປ ຄົງຈະເຂົ້າໃຈຄວາມຮູ້ສຶກນັ້ນດີ ເພື່ອເປັນການປ້ອງກັນບໍ່ໃຫ້ເກີດເຫດການແບບນີ້ຂຶ້ນກັບຕົວເອງ ເຮົາມາຮູ້ຈັກວິທີສັງເກດຄົນໂສດແທ້ ຫຼື ໂສດບາງເວລາພ້ອມກັນເລິຍ

ພຶດຕິກຳຂອງຄົນໂສດສະໜິດຈະມີດັ່ງຕໍ່ໄປນີ້:

  1. ຄົນໂສດສ່ວນຫຼານມັກເຮັດໂຕຕິດເພື່ອນ, ຕິດແຟນ ຕິດທ່ຽວ ຕາມພາສາຄົນໂສດ
  2. ຖ້າຄົນທີ່ມາຈີບເຮົາບໍ່ມີຫຍັງໃນກໍໃຜ່ ເມື່ອເວລາເຮົາ Add Friend ໄປ ເຂົາຈະຟ້າວຕອບຮັບເຮົາຢ່າງໄວ ແລະ ຈະໂພສຮູບຖ່າຍຄູ່ກັບເຮົາລົງເຟສບຸກຂອງເຂົາໄດ້ໂດຍບໍ່ລັງເລໃຈເລີຍ
  3. ບອກທີ່ຢູ່ກັບເຮົາຢ່າງຊັດເຈນ ເຮົາສາມາດໄປຫາເຂົາໄດ້ທຸກຍາມທີ່ເຮົາຢາກໄປ
  4. ໂທລະສັບມືຖືຂອງເຂົາເຮົາມາສາມາດຈັບບາຍໄດ້, ຫຼິ້ນມືຖືຂອງເຂົາໄດ້
  5. ເຂົາຈະບໍ່ໄວ້ໃຈເຮົາ ບໍ່ວ່າເຂົາຈະພົບກັບເລື່ອງໃດມາ ເຂົາກໍ່ມັກຈະມາເລົ່າສູ່ເຮົາຟັງສະເໝີ
  6. ສ່ວນຫຼາຍຄົນໂສດມັກຈະແຊັດຂໍ້ຄວາມຫາ ແລະ ລົມໂທລະສັບເຮົາກ່ອນເກືອບທຸກຄັ້ງ ເພາະຄົນໂສດຈະເປັນຄົນຄ່ອນຂ້າງເຫງົາດັ່ງນັ້ນຈິ່ງມັກຫາເພື່ອນລົມນຳສະເໝີ
  7. ສາມາດໄປທ່ຽວກັບເຮົາ ຫຼື ພາເຮົາໄປທ່ຽວ ໄປອອກງານສັງຄົມກັບເຂົາໄດ້ໂດຍບໍ່ມີທ່າທີລັງເລ, ອຶດອັດ,​ ລະແວງ
  8. ມັກຖ່າຍຮູບຄູ່ກັບເຮົາ ແລະ ໂພສຕ໌ໂຊເພື່ອນໃນເຟສບຸກ
  9. ທ່າທາງຄຳເວົ້າຂອງຄົນໂສດກໍ່ເປັນລັກສະນະທຳມະດາ ບໍ່ໄດ້ຫອບເອົາຄາລົມນ້ຳອ້ອຍນ້ຳຕານມາເວົ້າໃຫ້ຫວານຫູຊວນໃຫ້ເພີ້ຝັນໄປຕາມຄຳເວົ້ານັ້ນ

ສິ່ງທີ່ກ່າວມາຂ້າງເທິງນັ້ນກໍ່ເປັນທິດສະດີຂອງຄົນໂສດບາງສ່ວນ ເມື່ອຮູ້ແລ້ວກໍ່ລອງນຳໄປສັງເກດຄົນທີ່ທ່ານກຳລັງສົນໃຈຢູ່ວ່າ ເປັນແບບໃດ ຖ້າຄົນທີ່ທ່ານກຳລັງສົນໃຈ ຫຼື ກຳລັງຄົນຢູ່ ບໍ່ໄດ້ມີພຶດຕິກຳທີ່ກ່າວມາຂ້າງເທິງນີ້ ກໍ່ຄິດທຳໃຈໄວ້ແນ່ກໍ່ດີ ແຕ່ທຸກຢ່າງມັນກໍ່ບໍ່ແນ່ນອນສະເໝີໄປ ເພາະກົນລະຍຸດການຈີບຂອງແຕ່ລະຄົນມັນຕ່າງກັນ ບາງຄົນໂສດແຕ່ເຮັດໂຕມີລັບລົມຄົມໃນເກີນໄປຈົນຄົນເບິ່ງແລ້ວຄິດວ່າບໍ່ໂສດກໍ່ມີ ບາງຄົນມີແຟນແລ້ວແຕ່ຈີບນຽນ ຈົນຫາຈັບຜິດບໍ່ໄດ້ກໍ່ມີ ອັນນີ້ກໍ່ແລ້ວແຕ່ເວນກຳວ່າຈະພົບຄົນແບບໃດເຂົ້າມາຈີບ ແຕ່ເຖິງຢ່າງໃດແອັດມິນກໍ່ຂໍໃຫ້ທຸກຄົນໂຊກດີ ສົມຫວັງໃນຄວາມຮັກເດີ້
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...