Homeນານາສາລະວິທີປະຢັດນ້ຳມັນລົດ

ວິທີປະຢັດນ້ຳມັນລົດ

Published on

ໃນຍຸກສະໄໝນີ້ອັນໃດປະຢັດໄດ້ກໍ່ຄວນປະຢັດ ຄົນທີ່ໃຊ້ລົດຕ່າງກໍ່ຮູ້ດີວ່າເວລານ້ຳມັນລົງ ລົງພຽງໜ້ອຍ ແຕ່ເວລານ້ຳມັນຂຶ້ນພັດຂຶ້ນຫຼາຍກີບຢູ່ ດັ່ງນັ້ນມື້ນີ້ໃນຄໍລຳ ສາລະໜ້າຮູ້ ແອັດມິນກໍ່ເລີຍ ມີວິທີທີ່ຊ່ວຍໃຫ້ຄົນມີລົດປະຢັດນ້ຳມັນມາຝາກ ເຊິ່ງຈະເຮັດແນວໃດນັ້ນ ເຮົາມາຮູ້ຈັກນຳກັນເລີຍ

1. ຢ່າຂັບລົດໄວ ເພາະການຂັບລົດໄວຈົນເກີນໄປຈະເຮັດໃຫ້ສິ້ນເປືອງນ້ຳມັນຫຼາຍ ບໍ່ຄວນຂັບລົດເກີນ 80 ກມ/ຊມ ເພາະມັນຈະຊ່ວຍໃຫ້ທ່ານປະຢດນ້ຳມັນໄດ້ເຖິງ 10-15%

2. ຄວນອອກລົດຢ່າງຄ່ອຍໆອອກ ຢ່າອອກຕົວລົດໄວແບບລົດແຂ່ງ ເພາະການອອກຕົວລົດແຮງ ແລະ ໄວ ຈະເຮັດໃຫ້ສິ້ນເປືອງນ້ຳມັນລົດຫຼາຍ ແລະ ຍັງເຮັດໃຫ້ສິ້ນສ່ວນຂອງເຄື່ອງຈັກລຸ້ຍຫ້ຽນໄວອີກດ້ວຍ

3. ໃຊ້ຄວາມໄວຢ່າງສະໜ່ຳສະເໜີຕະຫຼອດການເດີນທາງ

4. ການຂັບລົດຄວນມີການຄາດການໄວ້ລ່ວງໜ້າເມື່ອໃກ້ຮອດທາງແຍກ, ທາງໂຄ້ງ ຫຼື ທາງມ້າລາຍ ຄວນຈະຄ່ອຍໆຫຼຸດຜ່ອນຄວາມໄວແຕ່ໄກໆໄວ້ ບໍ່ແມ່ນເມື່ອມາຮອດຈຸດແລ້ວຈິ່ງລຸດຄວາມໄວລົງບາດດຽວ

5. ກຳນົດການໃຊ້ລົດ ຄອບຄົວໜຶ່ງ ເມື່ອຕ້ອງເດີນທາງໄປທາງດຽວກໍ່ຄວນໄປພ້ອມກັນ ປະຢັດນ້ຳມັນດີ

6. ຕ້ອງເລືອກໃຊ້ເສັ້ນທາງທີ່ໄປຮອດຈຸດໝາຍໄດ້ໄວທີ່ສຸດ

7. ມອດຈັກລົດທຸກເທື່ອເມື່ອຈອດລົດ ຫາກຕ້ອງມີການລໍຖ້າ 3-4 ນາທີຂຶ້ນໄປ ກໍ່ຄວນດັບເຄື່ອງກ່ອນ

8. ການອຸ່ນເຄື່ອງຍົນໃນຕອນເຊົ້າ ຄວນອຸ່ນເຄື່ອງປະມານ 1-2 ນາທີ ກ່ອນທີ່ຈະໃຊ້ລົດ

9. ຄວນໃຊ້ເຄື່ອງປັບອາກາດເທົ່າທີ່ຈຳເປັນ ເພາະການໃຊ້ເຄື່ອງປັບອາກາດຈະເຮັດໃຫ້ເຄື່ອງຍົນທຳງານໜັກ ແລະ ມີຄວາມສິ້ນເປືອງນ້ຳມັນເຊື້ອງເພີງເຖິງ 10%

10.ລົມຢາງຕີນລົດໃຫ້ຢູ່ໃນຕາມກຳນົດມາດຕະຖານ ທັງຕີນໜ້າຕີນຫຼັງ ເພາະຖ້າຢາງຕີນລົດອ່ອນເກີນໄປຈະເຮັດໃຫ້ໜ້າຢາງມີຄວາມສຽດສີຫຼາຍ ເຮັດໃຫ້ສິ້ນເປືອງນ້ຳມັນຫຼາຍຄືກັນ

11.ມີການກວດສະພາບຂອງລົດ ເຄື່ອງຍົນ ແລະ ອຸປະກອນຕ່າງໆໃຫ້ຢູ່ຕາມມາດຕະຖານທີ່ກຳນົດໄວ້

12.ໝັ່ນກວດເຊັກໝໍ້ກອງສະເໝີ ເພາະໝໍ້ກອງເປັນສ່ວນສຳຄັນໃນການທີ່ຈະຖ່າຍເທອາກາດເຂົ້າໄປເຮັດປະຕິກິລິຍາພາຍໃນເຄື່ອງ ຖ້າມັນອຸດຕັນຈະເຮັດໃຫ້ເຄື່ອງຍົນທຳງານໜັກກວ່າປົກກະຕິ ແລະ ຈະສິ້ນເປືອງນ້ຳມັນຫຼາຍຂຶ້ນ

13.ຢ່າບັນທຸກນ້ຳໜັກເກີນ ເພາະຈະເຮັດໃຫ້ເຄື່ອງຍົນກິນນ້ຳມັນຫຼາຍຂຶ້ນ ແລະ ຍັງລຸ້ຍຫ້ຽນໄວອີກຕ່າງຫາກ

14.ຢ່າລືມປົດເບກມື ຖ້າເປັນລົດຮຸ່ນເກົ່າ ແລະ ຢ່າລາກເກຍລົດໂດຍບໍ່ຈຳເປັນ ຄວນປ່ຽນເກຍຕາມຈັງຫວະ ແລະ ຮອບຄວາມໄວໃນການໃຊ້ງານ ເພາະການລາກເກຍດົນໆ ຈະເຮັດໃຫ້ເຄື່ອງຍົນທຳງານໜັກ ກິນນ້ຳມັນຫຼາຍຂຶ້ນ

15.ເລືອກໃຊ້ນ້ຳມັນລໍ່ລື່ນທີ່ເໝາະສົມ ແລະ ມີການປ່ຽນນ້ຳມັນເຄື່ອງເມື່ອເຖິງເວລາກຳນົດ ຈະຊ່ວຍຖະໜອມເຄື່ອງຍົນໄດ້ຫຼາຍ

16.ຢ່າບັນທຸສິ່ງຂອງເທິງຫຼັງຄາໂດຍບໍ່ຈຳເປັນ ເພາະຈະເກີດແຮງຕ້ານ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...