spot_img
Homeຂ່າວພາຍ​ໃນລາວ-ຫວຽດນາມ ລົງນາມເອກະສານຮ່ວມມືສອງຝ່າຍ 14 ສະບັບ

ລາວ-ຫວຽດນາມ ລົງນາມເອກະສານຮ່ວມມືສອງຝ່າຍ 14 ສະບັບ

Published on

ສປປ ລາວ ແລະ ສສ. ຫວຽດນາມ ໄດ້ລົງນາມ ແລະ ແລກປ່ຽນເອກະສານຮ່ວມມື ຈຳນວນ 14 ສະບັບ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ ແລະ ຫວຽດນາມ, ໃນນີ້ມີ 7 ເອກະສານຂອງພາກລັດ ແລະ 7 ເອກະສານຂອງພາກເອກະຊົນ.

ພິທີລົງນາມເອກະສານຮ່ວມມືສອງຝ່າຍດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2021 ທີ່ທຳນຽບປະທານປະເທດ, ໃຫ້ກຽດເປັນສັກຂີພິຍານໃນການລົງນາມເອກະສານ ກ່ຽວກັບການຮ່ວມມືສອງຝ່າຍ ຈໍານວນ 14 ສະບັບນີ້, ໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ໂດຍມີບັນດາຄະນະຜູ້ແທນຂັ້ນສູງລາວ ແລະ ຫວຽດນາມເຂົ້າຮ່ວມ.

7 ເອກະສານຂອງພາກລັດປະກອບມີ ຄື: ບົດບັນທຶກວ່າດ້ວຍໂຄງການກໍ່ສ້າງ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ ແລະ ໜັງສືເຈດຈໍານົງວ່າດ້ວຍການຮ່ວມມືກອບກູ້ໄພ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ ແລະ ຫວຽດນາມ, ບົດບັນທຶກເພີ່ມເຕີມແຜນການຮ່ວມມືປະຈໍາປີ 2020 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ. ຫວຽດນາມ, ບົດບັນທຶກການຮ່ວມມື ລະຫວ່າງຫ້ອງວ່າການປະທານປະເທດ ໄລຍະ 2021-2025, ແຜນການຮ່ວມມື ປີ 2022 ລະຫວ່າງ ສອງກະຊວງຍຸຕິທໍາ ໃນຂົງເຂດກົດໝາຍ ແລະ ຍຸຕິທໍາ, ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ສະກັດກັ້ນ, ຕ້ານຢາເສບຕິດ ລະຫວ່າງ ສອງກະຊວງປ້ອງກັນຄວາມສະຫງົບ ແລະ ຂໍ້ຕົກລົງຮ່ວມມື ລະຫວ່າງ ແຂວງໄຊສົມບູນ ແລະ ແຂວງບັກຢາງ.

ສຳລັບ 7 ເອກະສານຂອງພາກເອກະຊົນ ປະກອບມີ: ສັນຍາສຳປະທານພັດທະນາບໍ່ແຮ່ ຢູ່ເມືອງບໍລິຄັນ ແຂວງບໍລິຄຳໄຊ, ສັນຍາການສໍາຫຼວດແຮ່ກົ່ວ ແລະ ແຮ່ຕິດພັນ ຢູ່ເຂດບ້ານນ້ຳສາງ ເມືອງປາກກະດິງ ແຂວງບໍລິຄຳໄຊ, ບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດທະນາເຂື່ອນໄຟຟ້ານ້ຳຕົກ ຢູ່ສາຍນ້ຳມ້າ ແຂວງຫົວພັນ, ບົດບັນທຶກການຮ່ວມມືສຶກສາ ການຊື້-ຂາຍໄຟຟ້າ ຈາກເຂື່ອນໄຟຟ້ານຳອູ ແລະ ເຂື່ອນໄຟຟ້ານ້ຳງື່ມ 4, ບົດບັນທຶກການຮ່ວມມືສຶກສາ ການຊື້-ຂາຍໄຟຟ້າ ຈາກເຂື່ອນໄຟຟ້ານ້ຳຈຽນ, ບົດບັນທຶກການຮ່ວມມືສຶກສາ ການຊື້-ຂາຍໄຟຟ້າ ຈາກເຂື່ອນໄຟຟ້ານ້ຳເຊກອງ 5, ນ້ຳງ່ອນ 1 ແລະ ນ້ຳງ່ອນ 2 ແລະ ບົດບັນທຶກການຮ່ວມມືສຳຫຼວດ, ຂຸດຄົ້ນ ແລະ ແປຮູບແຮ່ທາດ.

ຂໍ້ມູນຈາກ: ໜັງສືພິມປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...