spot_img
Homeມຸມຂ່າວ AECລາວ-ຈີນ ສືບຕໍ່ຊຸກຍູ້ ການຮ່ວມມືຮອບດ້ານ ຢ່າງມີປະສິດທິຜົນ

ລາວ-ຈີນ ສືບຕໍ່ຊຸກຍູ້ ການຮ່ວມມືຮອບດ້ານ ຢ່າງມີປະສິດທິຜົນ

Published on

ໂດຍຕອບສະໜອງ ຕາມການເຊື້ອເຊີນ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ລີ ເຄີ້ສຽງ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາຊົນຈີນ ໄດ້ຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 8-9 ກັນຍາ 2016 ເພື່ອເປັນການເສີມ ຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ດີງາມ ແລະການຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

     ພິທີຕ້ອນຮັບ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 8 ກັນຍາ 2016 ທີ່ສໍານັກງານ ນາຍົກລັດຖະມົນຕີ ຢ່າງສົມກຽດ ແລະເຕັມໄປດ້ວຍບັນຍາກາດ ແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ. ພາຍຫລັງສໍາເລັດ ພິທີຕ້ອນຮັບແລ້ວ ກໍໄດ້ມີການພົບປະສອງຝ່າຍ ລາວ-ຈີນ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ສະແດງຄວາມຍິນດີ ແລະຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງສອງພັກ-ສອງລັດ ແລະປະຊາຊົນສອງຊາດ ໃນໄລຍະຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ ແລະ ລົງເລິກໃນວຽກງານຕົວຈິງຫລາຍດ້ານ ເຊິ່ງເຫັນໄດ້ຈາກການ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະກັນ ຂອງຄະນະຜູ້ແທນຂັ້ນສູງ ຂອງສອງປະເທດ ໂດຍສະເພາະ ແມ່ນການຢ້ຽມຢາມຢ່າງ ເປັນທາງການທີ່ ສປ ຈີນ ຂອງເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໃນເມື່ອບໍ່ດົນມານີ້.

ສອງຝ່າຍເຫັນດີສືບຕໍ່ ຊຸກຍູ້ຮ່ວມກັນ ໃນການພົວພັນຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ, ເຊິ່ງໃນປີຜ່ານມາມູນຄ່າ ການຄ້າສອງຝ່າຍໄດ້ບັນລຸເຖິງ 3 ຕື້ກວ່າໂດລາສະຫະລັດ, ການລົງທຶນຂອງບັນດາ ວິສາຫະກິດຂອງຈີນ ຢູ່ລາວ ຈັດຢູ່ໃນອັນດັບ 1 ລວມມີ 765 ໂຄງການ, ລວມມູນຄ່າ 7 ຕື້ກວ່າໂດລາສະຫະລັດ, ຈໍານວນນັກທ່ອງທ່ຽວຈີນ ເຂົ້າມາສປປ ລາວ ຫລາຍກວ່າ 1 ລ້ານເທື່ອຄົນ. ໃນນີ້, ໂຄງການຮ່ວມມືທີ່ພົ້ນເດັ່ນ ແລະເປັນລັກສະນະປະຫວັດສາດ ແຫ່ງການພົວພັນສອງຝ່າຍ ລາວ-ຈີນ ແມ່ນຜົນສໍາເລັດຂອງການສົ່ງດາວທຽມລາວ ດວງທໍາອິດຂຶ້ນສູ່ວົງໂຄຈອນ ແລະ ໂຄງການກໍ່ສ້າງ ທາງລົດໄຟ ລາວ-ຈີນ; ສອງຝ່າຍເຫັນດີ ຈະຈັດກິດຈະກໍາຕ່າງໆ ຮ່ວມກັນຢ່າງເປັນຂະບວນຟົດຟື້ນ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 55 ປີ ໃນປີ 2016 ນີ້ໃຫ້ມີ ຄວາມໝາຍສໍາຄັນ ແລະ ມີຜົນສໍາເລັດດີ; ເຫັນດີຊຸກຍູ້ພາກສ່ວນກ່ຽວຂ້ອງ ຂອງສອງຝ່າຍ ສືບຕໍ່ເອົາໃຈໃສ່ຈັດຕັ້ງ ປະຕິບັດບັນດາ ແຜນວຽກຕ່າງໆ ຮ່ວມກັນ ໂດຍສະເພາະແມ່ນການຮ່ວມມື ກັນຄົ້ນຄ້ວາ ເພື່ອເຮັດໃຫ້ແຜນພັດທະນາ ເສດຖະກິດ-ສັງ ຄົມ 5 ປີຄັ້ງທີ 8 ຂອງລາວ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 13 ຂອງ ຈີນ ເຊື່ອມເຂົ້າກັນ ໂດຍປິ່ນອ້ອມຍຸດທະສາດ “ໜຶ່ງແລວທາງ” ຂອງຈີນວາງອອກ ກັບນະໂຍບາຍຫັນປະເທດລາວ ຈາກປະເທດທີ່ບໍ່ມີ ທາງອອກສູ່ທະເລ ເປັນປະເທດເຊື່ອຈອດຂອງສປປ ລາວ.

ສອງຝ່າຍຍັງເພີ່ມທະວີ ການໄປມາຫາສູ່ກັນ ລະຫວ່າງການນໍາຂັ້ນສູງ, ສືບຕໍ່ເສີມຂະຫຍາຍການຮ່ວມມື ໃນການແລກປ່ຽນທິດສະດີ ແລະຈັດກອງປະຊຸມ ສໍາມະນາທິດສະດີປະຈໍາປີ ລະຫວ່າງພັກ, ການແລກປ່ຽນຄະນະພະນັກງານໄປທັດສະນະສຶກສາ ແລະຝຶກອົບຮົມໃນຂົງເຂດຕ່າງໆ ລະຫວ່າງອົງການຈັດຕັ້ງ ອ້ອມຂ້າງສູນກາງ, ຂັ້ນທ້ອງຖິ່ນ ແລະ ອົງການຈັດຕັ້ງມະຫາຊົນ ຂອງສອງພັກ ໃຫ້ກ້າວສູ່ທັງທາງເລິກ ແລະ ທາງກວ້າງ, ຍົກສູງຄຸນນະພາບ ແລະ ລະດັບການຮ່ວມມື ຕາມທິດແຫ່ງການເພີ່ມທະວີ ການຮ່ວມມືຍຸດທະສາດ ຮອບດ້ານຍາວນານ ແລະ ພົວພັນຕາມທິດ 4 ດີ. ພ້ອມນັ້ນ, ສອງຝ່າຍຕີລາຄາສູງ ຕໍ່ການຮ່ວມມືຢ່າງມີປະສິດທິຜົນຂອງ ສອງຝ່າຍໃນວຽກງານພາກພື້ນ ແລະ ສາກົນ.

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...