spot_img
Homeຂ່າວທ້ອງຖິ່ນລາວສະເໜີອົງການແຮງງານສາກົນ ຊ່ວຍເຫຼືອລາວໃນການແກ້ໄຂຜົນກະທົບດ້ານແຮງງານ

ລາວສະເໜີອົງການແຮງງານສາກົນ ຊ່ວຍເຫຼືອລາວໃນການແກ້ໄຂຜົນກະທົບດ້ານແຮງງານ

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ສປປ ລາວ ສະເໜີອົງການແຮງງານສາກົນ ຊ່ວຍເຫຼືອແກ້ໄຂຜົນກະທົບດ້ານແຮງງານ ໃນໂອກາດເຂົ້າຮວ່ມກອງປະຊຸມທາງໄກ ສະໄໝພິເສດ (Video conference) ຂອງ​ລັດຖະມົນຕີແຮງງານ ອາຊຽນກ່ຽວກັບການຮັບມືຈາກຜົນກະທົບຂອງພະຍາດໂຄວິດ-19 ຕໍ່ຜູ້ອອກແຮງງານ ແລະ ການຈ້າງງານ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2020.

ໃນໂອກາດກອງປະຊຸມດັ່ງກ່າວ ທ່ານ ປອ ຄຳແພງ ໄຊສົມແແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີອົງການແຮງງານສາກົນ ພິຈາລະນາແນະນຳດ້ານນະໂຍບາຍ ແລະ ການຊ່ວຍເຫຼືອດ້ານເຕັກນິກ-ວິຊາການ ແລະ ແຫຼ່ງທຶນເພື່ອມາແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19 ໃຫ້ມີປະສິດທິຜົນດີຂຶ້ນ ແລະ ຍັງໄດ້ສະເໜີຕໍ່ບັນດາປະເທດສະມາຊິກອາຊຽນ ທີ່ມີຜູ້ອອກແຮງງານລາວ ໄປເຮັດວຽກຢູ່ປະເທດສະມາຊິກໃດໜຶ່ງ ທີ່ຍັງຢູ່ ຫຼື ກັບຄືນປະເທດແລ້ວ, ຂໍໃຫ້ມີການປະຕິບັດນະໂຍບາຍການອຸດໜູນຕ່າງໆ ຕາມກົດໝາຍທີ່ກ່ຽວຂ້ອງຂອງປະເທດນັ້ນ.

ປອ ຄຳແພງ ໄຊສົມແແພງ ກ່າວຕື່ມວ່າ ເຖິງແມ່ນວ່າຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ປະເທດພວກເຮົາຈະບໍ່ມີຫຼາຍ ແຕ່ຜົນກະທົບທີ່ມີຕໍ່ເສດຖະກິດ-ສັງຄົມ ພາຍໃນປະເທດ ກໍ່ມີຫຼາຍດ້ານ ເຊັ່ນ: ເປັນຕົ້ນການປິດຫົວໜ່ວຍແຮງງານ, ຫົວໜ່ວຍທຸລະກິດ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງທາງທຸລະກິດ ໂດຍເຮັດໃຫ້ຜູ້ອອກແຮງງານຈຳນວນຫຼາຍ ຕ້ອງໄດ້ພັກວຽກ,​ ມີຫຼາຍຫົວໜ່ວຍທຸລະກິດທີ່ມີຄວາມຈຳເປັນໃນການຫຼຸດຜ່ອນການຜະລິດ ກໍ່ມີຄວາມສ່ຽງໃນການຍົກເລີກສັນຍາແຮງງານ ມີຫຼາຍຫົວໜ່ວຍທຸລະກິດ ບໍ່ສາມາດຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານໄດ້ໃນເວລາທີ່ຍັງບໍ່ສາມາດດໍາເນີນກິດຈະການ ໂດຍສະເພາະແມ່ນຂະແໜງບໍລິການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ອື່ນໆ.

ສໍາລັບຂະແໜງອຸດສາຫະກໍາຈໍານວນໜຶ່ງຍັງສາມາດຮັກສາກໍາມະກອນໄວ້ໂດຍການຫຼຸດຄ່າແຮງງານ ທີ່ເຄີຍໄດ້ຮັບປົກກະຕິລົງ. ພ້ອມກັນນັ້ນ,​ ຜູ້ອອກແຮງງານລາວ ຈຳນວນໜຶ່ງແສນກວ່າຄົນໄດ້ເດີນທາງກັບຈາກຕ່າງປະເທດ ເຊິ່ງມີຜົນກະທົບຕໍ່ຄ່າແຮງງານ ແລະ ຊີວິດການເປັນຢູ່ຂອງເຂົາເຈົ້າ. ບັນຫານີ້, ເປັນພຽງຜົນກະທົບໃນໄລຍະເບື້ອງຕົ້ນເທົ່ານັ້ນ, ຖ້າຫາກສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ຍັງແກ່ຍາວໄປຕື່ມ ຈະມີສິ່ງທ້າທາຍອັນໃຫຍ່ຫຼວງໃຫ້ແກ່ລັດຖະບານ ທີ່ຈະຕ້ອງໄດ້ຫາວິທີການແກ້ໄຂ ຊຶ່ງຕາມການຄາດຄະເນໃນເບື້ອງຕົ້ນເຫັນວ່າ ຜົນກະທົບຂອງພະຍາດໂຄວິດ-19 ຫາກມີການແກ່ຍາວ ຈະເຮັດໃຫ້ອັດຕາການວ່າງງານພາຍໃນປະເທດ​ ເພີ່ມຂຶ້ນຈາກອັດຕາປົກກະຕິ 2% ຂຶ້ນເປັນ 25%.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...