Homeຂ່າວຕ່າງປະເທດລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 3 ຊາດ​ອາ​ຊຽນ ປະ​ຊຸມ​ສຸກ​ເສີນ​ແກ້​ບັນ​ຫາ​ຄ້າ​ຊາວ​ໂຣ​ຮິນ​ຍາ!

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 3 ຊາດ​ອາ​ຊຽນ ປະ​ຊຸມ​ສຸກ​ເສີນ​ແກ້​ບັນ​ຫາ​ຄ້າ​ຊາວ​ໂຣ​ຮິນ​ຍາ!

Published on

EyWwB5WU57MYnKOuFtPlAvmvk7lkuhpmlzHb40sNZJUpZTG0XRvX1b

ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄທ, ມາ​ເລ​ເຊຍ ແລະ ອິນ​ໂດ​ເນ​ເຊຍ ຮ່ວມ​ປະ​ຊຸມ​ສຸກ​ເສີນ ຫາ​ລື​ແກ້​ບັນ​ຫາ​ຜູ້​ອົບ​ພະ​ຍົບ​ຊາວ​ໂຣ​ຮິ​ຍາ ທີ່​ກຳ​ລັງ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 20 ພຶດ​ສະ​ພາ​ນີ້​ວ່າ ທ່ານ ພົນ​ເອກ ທະ​ນະ​ສັກ ປະ​ຕິ​ມາ​ປ​ຣະ​ກອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ໄທ, ທ່ານ ອາ​ນິ​ຟາ ຣາ​ມັນ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດມາ​ເລ​ເຊຍ ແລະ ທ່ານ​ນາງ ເຣດ​ໂນ ມາ​ຊູ​ດີ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍ ໄດ້​ຮ່ວມ​ປະ​ຊຸມ​ກັນ​ຢູ່​ນະ​ຄອນ​ປຸ​ຕ​ຣາ​ຈາ​ຍາ ປະ​ເທດ​ມາ​ເລ​ເຊຍ ເພື່ອ​ຫາ​ລື​ການ​ແກ້​ໄຂ​ບັນ​ຫາ​ຊາ​ວ​ອົບ​ພະ​ຍົບ​ໂຣ​ຮິນ​ຍາ ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ຂະ​ບວນ​ການ​ຄ້າ​ມະ​ນຸດ.

ແຫລ່ງ​ຂ່າວ​ໄດ້​ລາຍ​ງານ​ວ່າ ການ​ຫາ​ລື​ກັນ​ຂອງ 3 ປະ​ເທດ​ອາ​ຊຽນ​ໃນ​ຄັ້ງ​ນີ້ ແມ່ນ​ໄດ້​ເວົ້າ​ເຖິງ​ບັ​ນ​ຫາ ທີ່​ມີ​ຜູ້​ອົບ​ພະ​ຍົບ​ເກືອບ 3,000 ຄົນ ຈາກ​ປະ​ເທດ​ມຽນ​ມາ ແລະ ບັງ​ກະ​ລາ​ເທດ ຖືກ​ນຳ​ຕົວ​ຂຶ້ນ​ຝັ່ງ​ຢູ່ໄທ, ມາ​ເລ​ເຊຍ ແລະ ອິນ​ໂດ​ເນ​ເຊຍ ໃນ​ຊ່ວງ​ບໍ່​ພໍ​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້ ຫລັງ​ຈາກ​ທີ່​ພວກ​ເຂົາ ໄດ້​ຖືກ​ຖິ້ມ​ໃຫ້​ລອຍ​ລຳ​ຢູ່​ກາງ​ທະ​ເລ ຈາກ​ຂະ​ບວນ​ການ​ຄ້າ​ມະ​ນຸດ ຈົນ​ຕ້​ອງ​ປະ​ເຊີນ​ກັບ​ຊາ​ຕາ​ກຳ​ອັນ​ທຸກ​ຍາກ​ລຳ​ບາກ.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...