Homeຂ່າວນໍ້າຖ້ວມລັດເລັ່ງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ພາກກາງ -ພາກໃຕ້

ລັດເລັ່ງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ພາກກາງ -ພາກໃຕ້

Published on

ໃນ​ລະຫວ່າງວັນ​ທີ 9-12 ສິງຫາ ນີ້, ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​ລົງ​ເຄື່ອນ​ໄຫວມອບ​ເງິນ​ຊ່ວຍ​ເຫລືອ​ເບື້ອງ​ຕົ້ນ ​ໃຫ້​ແກ່​ຜູ້​ປະສົບ​ໄພນ້ຳ​ຖ້ວມ ຢູ່ບັນດາ​ແຂວງພາກ​ກາງ ​ແລະ ພາກ​ໃຕ້ ຄື: ​​ແຂວງບໍລິ​ຄຳ​ໄຊ, ຈຳປາ​ສັກ, ສາລະ​ວັນ, ​ເຊ​ກອງ ​ແລະ ​ແຂວງ​ອັດ​ຕະປື, ມູນ​ຄ່າ 430 ລ້ານ​ກີບ. ​ໃນ​ຂະນະ​ທີ່ ທ່ານ ນາງ ​ໃບ​ຄຳ ຂັດ​ທິຍະ ຮອງລັດຖະ ມົນຕີກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ກໍ​ໄດ້​ໄປ​ມອບ​ເງິນ​ຊ່ວຍ​ເຫລືອ ​ໃຫ້​ແກ່ແຂວງວຽງຈັນ ຈຳນວນ 120 ລ້ານ​ກີບ, ລວມມູນ​ຄ່າ​ທັງໝົດ 550 ລ້ານ​ກີບ.

ແຂວງ​ວຽງຈັນ ມີປະຊາຊົນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພນ້ຳ​ຖ້ວມ​ຢູ່ 3 ​ເມືອງ ຄື: ​ເມືອງ​ຫີນ​ເຫີບ, ໂພນ​ໂຮງ ​ແລະ ​ເມືອງ​ຊະນະ​ຄາມ, ມີ 266 ຄອບຄົວ, 1.320 ຄົນ, ເຂົ້າ​ນາ ​ແລະ ພືດ​ຜັກ​ເສຍ​ຫາຍ​ກວ່າ 100 ​ເຮັກຕາ, ມູນ​ຄ່າ​ຄວາມ​ເສຍ​ຫາຍທັງໝົດ 1 ຕື້​ກວ່າ​ກີບ. ​ກ່ອນໜ້ານີ້ ​ແຂວງ​ວຽງຈັນ ຍັງ​ໄດ້ປະສົບ​​ໄພພິບັດ​ທຳ​ມະ​ຊາດ ພາຍຸ​ລະດູ​ຮ້ອນທັງໝົດ 7 ​ເມືອງ​, 22 ບ້ານ, 478 ຄອບຄົວ, ​​ໂຮງຮຽນ​ເປ່​ເພ 9 ຫລັງ ​ເຊິ່ງ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ພາກ​ລັດມາ​ແລ້ວ 2.780 ລ້ານ​ກີບ. ແຂວງ ​ບໍລິ​ຄຳ​ໄຊ ​ໄດ້​ຮັບ​ເງິນ​ຊ່ວຍ​ເຫລືອ ຈຳນວນ 120 ລ້ານ​ກີບ ​​​ເຊິ່ງໄພພິບັດ​ດັ່ງກ່າວ, ໄດ້​ເກີດ​ຂຶ້ນເຖິງ 2 ຄັ້ງ ຢູ່​ເມືອງ​ຄຳ​ເກີດ ຄັ້ງ​ທີໜຶ່ງ ໃນ​ລະຫວ່າງ 16-18 ກໍລະກົດ 2017, ປະຊາຊົນ​ໄດ້​ຮັບ​ຜົນກະທົບ  45 ບ້ານ, ​ເນື້ອ​ທີ່​ເຂົ້ານາ​ປີ​ເສຍ​ຫາຍ 175 ​ເຮັກຕາ, ສວນ​ມັນ​ຕົ້ນ 230 ​ເຮັກຕາ, ສາລີ100 ກວ່າ​ເຮັກຕາ, ສວນ​ຖົ່ວດິນ 900 ກວ່າ​ເຮັກຕາ, ສວນໝາກນັດ, ງົວ-​ຄວາຍ ​ແລະ ປາ​ລ້ຽງ​ເສຍ​ຫລາຍ​ສົມຄວນ. ສ່ວນ​ຄັ້ງ​ທີ​ສອງ​ ໄດ້​ເກີດ​ຂຶ້ນ​ລະຫວ່າງ 3-6 ສິງຫາ, ຢູ່ 4 ບ້ານ ​ບ້ານ​ໂພນ​ຕານ ​ແລະ ບ້ານ​ບຸ່ງ​ປ່າ​ຕາວ, ບ້ານ​ນາ​ປ່າ​ຫວ້ານ ​ແລະ ປ່າ​ຄາ ຈຳນວນ 70 ຄອບຄົວ, ປະຊາຊົນ​ແຕ່​ລະ​ບ້ານ​ໄດ້​ຮັບ​ຄວາມເສຍ​ຫາຍ​ 70% ຂຶ້ນ​ໄປ. ພ້ອມ​ນັ້ນ ເສັ້ນທາງ​ເລກ 8A ກໍ​ໄດ້​ຮັບ​ຄວາມ​ເສຍຫາຍ​ດິນ​ເຈື່ອນ​ຖົມ​ທາງ ​ເປ່​ເພ 12 ຈຸດ, ​ເສົາ​ໄຟຟ້າ​ຫັກ 5 ຕົ້ນ.

ສະ​ເພາະ​ແຂວງຈຳປາ​ສັກ ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ເງິນສົດ 120 ລ້ານ​ກີບ ​ເຊິ່ງມີ​ປະຊາຊົນ​ຫລາຍ​ບ້ານ ​ໄດ້​ຮັບ​ຜົນກະທົບຈາກໄພນ້ຳຖ້ວມ ​ເປັນ​ຕົ້ນ​ແມ່ນ ​ເຂດບ້ານບຸ່ງຄ້າ, ບ້ານຄີລີ ແລະ ບ້ານດອນແຊ ເມືອງຊະນະສົມບູນ, ລວມທັງ​ເທດສະບານ​ແຂວງ, ເສັ້ນທາງ 18 A ເຂດບ້ານທ່າຮູ້ ເມືອງປະທຸມພອນ ເປ່​ເພ​ເສຍ​ຫາຍ ​ແລະ ຢູ່​ເມືອງ​ມູນ​ລະ​ປະ​ໂມກ ປະຊາຊົນ​ຫລາຍ​ຄອບຄົວ​ໄດ້​ຮັບ​ຜົນ​ກະທົບ, ​ເນື້ອ​ທີ່​ການ​ຜະ ລິດ​ເສຍ​ຫາຍ​ຈຳນວນ​ໜຶ່ງ. ພ້ອມ​ນີ້, ທ່ານ​ລັດຖະມົນຕີກະຊວງ​ແຮງ​ງານ ຍັງ​ໄດ້​ນຳ​ມອບເງິນ​ຊ່ວຍ​ເຫລືອ​ໃຫ້ແຂວງ​ສາລະ​ວັນ 70 ລ້ານ​ກີບ, ​ແຂວງ​ເຊ​ກອງ 70 ລ້ານ​ກີບ ​ແລະ ​ແຂວງອັດ​ຕະປື 50 ລ້ານ​ກີບ.

ຂ່າວໂດຍ: ຣາຊະ​ວົງ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...