spot_img
Homeຂ່າວພາຍ​ໃນລັດຖະບານອາດສັ່ງບໍ່ໃຫ້ຈັດບຸນປີໃໝ່ລາວ

ລັດຖະບານອາດສັ່ງບໍ່ໃຫ້ຈັດບຸນປີໃໝ່ລາວ

Published on

ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ປະເທດລາວມີຄວາມໜ້າເປັນຫ່ວງຫຼາຍຫຼັງກວດພົບຜູ້ຕິດເຊື້ອ ເພີ່ມຂຶ້ນເປັນຈໍານວນຫຼາຍ ຈາກ 100 ຄົນ, 200 ກວ່າຄົນ, 300 ກວ່າ, ເພີ່ມຂຶ້ນເປັນ 1,508 ຄົນໃນມື້ວັນທີ 18 ມີນາ 2022 ນີ້ ນັ້ນຖືວ່າພະຍາດໂຄວິດ-19 ໄດ້ລະບາດຮອບໃຫມ່ເປັນວົງກວ້າງອີກ, ດັ່ງນັ້ນຖ້າ ສະພາບການແຜ່ລະບາດ ຫຼື ຜູ້ຕິດເຊື້ອພະຍາດດັ່ງກ່າວຍັງເພີ່ມຂຶ້ນໃນແຕ່ລະວັນເຊັ່ນໃນປັດຈຸບັນນີ້ ລັດຖະບານອາດຈະບໍ່ອະນຸຍາດໃຫ້ຈັດງານບຸນປີໃຫມ່ລາວ ຫຼື ບຸນຫົດນໍ້າລາວຄືດັ່ງປີ 2020 ແລະ ປີ 2021 ທີ່ຜ່ານມາກໍເປັນໄດ້.

ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ລາວທີ່ກວດພົບຢູ່ໃນປັດຈຸບັນນີ້ແມ່ນສາຍພັນເດວຕາ ແລະ ສາຍພັນໂອໄມຄຣອນ ຊຶ່ງສາຍພັນໂອໄມຄຣອນນີ້ເປັນສາຍພັນທີ່ແຜ່ເຊື້ອໄວກວ່າສາຍພັນ ເດວຕາ ແນ່ນອນວ່າຖ້າປະຊາຊົນລາວຍັງບໍ່ໃສໃຈໃນການປ້ອງກັນ ຕົວເລກຜູ້ຕິດເຊື້ອອາດເພີ່ມຂຶ້ນຂຶ້ນຮອດ 4 ຕົວເລກ ຄືໃນໄລຍະທີ່ຜ່ານມາ ແລະ ອາດເປັນ 5 ຕົວເລກໃນອະນາຄົດອັນໃກ້ນີ້.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...