Homeຂ່າວນໍ້າຖ້ວມລັດຖະບານວາງ 15 ແນວທາງ ໃນການເກັບລາຍຮັບ ປີ 2018

ລັດຖະບານວາງ 15 ແນວທາງ ໃນການເກັບລາຍຮັບ ປີ 2018

Published on

ອີງຕາມການລາຍງານຂອງກະຊວງການເງິນໃຫ້ຮູ້ວ່າ: ແຜນງົບປະມານແຫ່ງລັດປະຈຳປີ 2018 ລັດຖະບານກໍ່ຄືກະຊວງການເງິນ ໄດ້ຮັບຮອງເອົາຕົວເລກລາຍຮັບທັງໝົດ 25,452 ຕື້ກີບ, ສ່ວນລາຍຈ່າຍທັງໝົດບໍ່ໃຫ້ເກີນ 32,809 ຕື້ກີບ. ສະນັ້ນ, ເພື່ອໃຫ້ບັນລຸເປົ້າໝາຍຕາມແຜນການດັ່ງກ່າວ ກະຊວງການເງິນໄດ້ວາງ 15 ມາດຕະການໃນການຈັດເກັບລາຍຮັບເຂົ້າງົບປະມານປີ 2018 ດັ່ງນີ້:

1. ດ້ານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນໃຫ້ເນັ້ນໃສ່ການສຶກສາອົບຮົບການເມືອງ-ແນວຄິດ, ຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານລັດຖະກອນ, ປັບປຸງກົງຈັກການຈັດຕັ້ງ ແລະ ເພີ່ມທະວີຍຸດທະສາດຄວາມຮັບຜິດຊອບ ຈັນຍາບັນຂອງບັນດາພະນັກງານຂະແໜງການເງິນທຸກຂັ້ນ.

2. ຜັນຂະຫຍາຍຍຸດທະສາດພັດທະນາຂະແໜງການເງິນຮອດປີ 2025 ແລະ ວິໄສທັດຮອດປີ 2030.

3. ດ້ານນິຕິກຳຈະໄດ້ສືບຕໍ່ຄົ້ນຄວ້າສ້າງ, ປັບປຸງນິຕິກຳຂອງຂະແໜງການເງິນ ແລະ ຜັນຂະຫຍາຍອອກເປັນນິຕິກຳລຸ່ມກົດໝາຍໃຫ້ຄົບຖ້ວນ, ທົບທວນນະໂຍບາຍ, ອັດຕາພາສີ-ອາກອນ, ລວມທັງກວດກາ ແລະ ທົບທວນຄືນບັນດານິຕິກຳ ຂອງຂະແໜງການອື່ນໆທັງໃນຂັ້ນສູງກາງ ແລະ ທ້ອງຖິ່ນຕື່ມ, ໂດຍສະເພາະທີ່ຕິດພັນກັບງົບປະມານແຫ່ງລັດ ເພື່ອປັບປຸງໃຫ້ສອດຄ່ອງ ແລະ ໃຫ້ປະຢັດມັດທະຍັດ.

4. ສືບຕໍ່ສຳຫຼວດຖານຫົວໜ່ວຍທຸລະກິດ ຕາມຄຳສັ່ງນາຍົກລັດຖະມົນຕີສະບັບເລກທີ 40/ນຍ

5. ປະຕິຮູບການຄຸ້ມຄອງ ແລະ ກົນໄກການເກັບລາຍຮັບໃຫ້ມີປະສິດທິຜົນສູງ ໂດຍປັບປຸງລະບົບການຄຸ້ມຄອງໃຫ້ຄົບຊຸດ, ນຳໃຊ້ເຄື່ອງມືທີ່ທັນສະໄໝ ແລະ ວ່ອງໄວ

6. ປັບປຸງລັດວິສາຫະກິດ ເພື່ອເຮັດໃຫ້ການດຳເນີນທຸລະກິດມີປະສິດທິຜົນສູງຂຶ້ນ.

7. ປັບປຸງກົນໄກການຊຳລະສະສາງງົບປະມານໃຫ້ມີຄວາມຄ່ອງຕົວ ແລະ ສະດວກວ່ອງໄວເຊັ່ນ: ຊຳລະສະສາງຜ່ານລະບົບທະນາຄານ, ຫຼຸດຜ່ອນຂັ້ນຕອນໃຫ້ກະທັດຮັດ ແລະ ມີຄວາມຮັດກຸມ.

8. ຮັບປະກັນການເບີກຈ່າຍເງິນເດືອນ, ເງິນບຳນານ ໃຫ້ທັນຕາມກຳນົດເວລາ.

9. ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດຖະບານໃຫ້ເປັນຮູບປະທຳ.

10. ຍູ້ແຮງການຫັນເປັນທັນສະໄໝ ໃນທຸກຂົງເຂດວຽກງານ ໂດຍເລັ່ງໃສ່ການຫັນເປັນທັນສະໄໝທັງໃນດ້ານການຄຸ້ມຄອງລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດໃຫ້ທັນການ.

11. ຄຸ້ມຄອງໜີ້ສິນຂອງລັດ ລວມທັງໜີ້ສິນຂອງລັດວິສາຫະກິດຢ່າງຮັດກຸມ, ສັງລວມໜີ້ສິນສາທາລະນະໃຫ້ຄົບຖ້ວນ, ມີມາດຕະການໃນການຄຸ້ມຄອງ, ຊຳລະສະສາງໜີ້ສິນຢ່າງລວມສູນຕາມກົດໝາຍກຳນົດ, ໃຫ້ໜີ້ສິນຂອງລັດມີທ່າອ່ຽງຫຼຸດລົງ.

12. ເອົາໃຈໃສ່ວຽກງານກວດກາ ແລະ ການແກ້ໄຂຜົນການກວດສອບ.

13. ປັບປຸງທຸກບັນຫາທີ່ຕິດພັນກັບຕົວຊີ້ວັດຄວາມສະດວກໃນການດຳເນີນທຸລະກິດ ທີ່ຕິດພັນກັບຂະແໜງການເງິນ.

14. ສືບຕໍ່ຊຸກຍູ້, ຕິດຕາມ, ກວດກາແນະນຳການຈັດວາງລະບົບບັນຊີຄູ່, ຄຸ້ມຄອງ, ຕິດຕາມ-ກວດກາໃຫ້ບໍລິການບັນຊີ ແລະ ການກວດສອບບັນຊີ.

15. ເອົາໃຈໃສ່ການພັດທະນາຕະຫຼາດພັນທະບັດລັດຖະບານໃຫ້ເຂັ້ມແຂງ ແລະ ກາຍເປັນແຫຼ່ງລະດົມທຶນທີ່ໝັ້ນຄົງໃນອະນາຄົດ.

ເຊິ່ງຈາກແຜນການໃນປີ 2018 ທີ່ຄາດຄະເນລາຍຈ່າຍທັງໝົດໄວ້ປະມານ 32,809 ຕື້ກີບນັ້ນ ປະກອບມີພູດສູນກາງ 23,832 ຕື້ກີບ ແລະ ລາຍຈ່າຍພູດທ້ອງຖິ່ນ 8,977.01 ຕື້ກີບ ແລະ ຈາກແຜນລາຍຮັບທີ່ຄາດຄະເນໄວ້ຈຳນວນ 25,452 ຕື້ກີບ ເຮັດໃຫ້ມີການຂາດດຸນງົບປະມານຕາມແຜນທີ່ຄາດໄວ້ແມ່ນປະມານ 7,357 ຕື້ກີບ ເທົ່າກັບ 4.92% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ທີ່ມີມູນຄ່າທັງໝົດດ 149,471 ຕື້ກີບ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...