spot_img
Homeຂ່າວພາຍ​ໃນລັດຖະດຳລັດ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການລະດັບຊາດ 22 ທ່ານ

ລັດຖະດຳລັດ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການລະດັບຊາດ 22 ທ່ານ

Published on

ປະທານປະເທດແຫ່ງ ສປປ ລາວ ອອກລັດຖະດຳລັດ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການລະດັບຊາດ 22 ທ່ານ ເພື່ອການຫັນເປັນດິຈິຕອນຂອງ ສປປ ລາວ
ໂດຍອີງຕາມ ລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ມາດຕາ 67, ອີງຕາມ ຫນັງສືສະເຫນີ ຂອງນາຍົກລັດຖະມົນຕີ ສະບັບເລກທີ 36/ນຍ, ລົງວັນທີ 16 ພຶດສະພາ 2023 ດັ່ງນີ້:

1. ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ                                     ເປັນປະທານ
2. ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,
ປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ                             ເປັນຮອງປະທານ
3. ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ           ເປັນຮອງປະທານ
4. ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຮອງປະທານ,   ຜູ້ປະຈໍາການ
5. ທ່ານ ລັດຖະມົນຕີ, ຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ        ເປັນກໍາມະການ
6. ທ່ານ ລັດຖະມົນຕີ ກະຊວງການເງິນ                                             ເປັນກໍາມະການ

7. ທ່ານ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ                        ເປັນກໍາມະການ
8. ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ                          ເປັນກໍາມະການ
9. ທ່ານ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ              ເປັນກໍາມະການ
10. ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່                             ເປັນກໍາມະການ
11. ທ່ານ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້                                ເປັນກໍາມະການ

12. ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ                          ເປັນກໍາມະການ
13. ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ                           ເປັນກໍາມະການ
14. ທ່ານ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ        ເປັນກໍາມະການ
15. ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ                                              ເປັນກໍາມະການ
16. ທ່ານ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ      ເປັນກໍາມະການ
17. ທ່ານ ລັດຖະມົນຕີ ກະຊວງພາຍໃນ                                             ເປັນກໍາມະການ
18. ທ່ານ ລັດຖະມົນຕີ ກະຊວງສາທາລະນະສຸກ                                     ເປັນກໍາມະການ
19. ທ່ານ ປະທານສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມ ແຫ່ງຊາດ                  ເປັນກໍາມະການ
20. ທ່ານ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ                                ເປັນກໍາມະການ
21. ທ່ານ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ                                   ເປັນກໍາມະການ
22. ທ່ານ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສືສານ                 ເປັນກໍາມະການ,
ຫົວຫນ້າຄະນະຊ່ວຍວຽກ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...