spot_img
Homeຂ່າວເຫດການລັດຈະເລັ່ງຄວບຄຸມລາຄາສິນຄ້າ ບໍ່ໃຫ້ເໜັງຕີງແຮງ

ລັດຈະເລັ່ງຄວບຄຸມລາຄາສິນຄ້າ ບໍ່ໃຫ້ເໜັງຕີງແຮງ

Published on

ພາຍຫລັງລັດຖະບານມີແຜນວ່າຈະເພີ່ມເງິນເດືອນພະນັກ ງານລັດຖະກອນຈໍານວນ 500 ກີບ ຕໍ່ດັດສະນີໃນປີໜ້ານີ້, ກໍໄດ້ມີກະແສເປັນຫວ່ງຈາກສັງຄົມວ່າອາດຈະມີການສວຍໂອກາດຂຶ້ນລາຄາສີນຄ້າຂອງຊາວຄ້າຂາຍ ແລະ ຕໍ່ບັນຫານີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ອອກມາຢືນຢັນວ່າ: ລັດຖະບານຈະເນັ້ນໃຫ້ຂະແໜງກ່ຽວຂ້ອງເພີ່ມທະວີການຄວບຄຸມລາຄາສີນຄ້າບໍ່ໃຫ້ເໜັງຕີງແຮງ, ເນື່ອງຈາກວ່າການເໜັງຕີງຂອງລາຄາສິນຄ້າຕາມທ້ອງຕະຫລາດແມ່ນມີຜົນກະ ທົບຢ່າງກວ້າງ ຂວາງຕໍ່ການດຳລົງຊີວິດຂອງປະຊາຊົນ, ພະນັກງານລັດຖະກອນ ກໍຄືຜູ້ມີລາຍໄດ້ຕໍ່າ ແລະ ໄລຍະຜ່ານມາ, ລັດຖະບານໄດ້ເອົາໃຈໃສ່ຕິດຕາມ ແລະ ຊີ້ນຳຢ່າງເປັນປົກກະຕິຕໍ່ຂະແໜງກ່ຽວຂ້ອງໃຫ້ມີມາດຕະການຄຸ້ມຄອງລາຄາສິນຄ້າຕາມກົນໄກຕະຫລາດ.

ແຕ່ເຖິງຢ່າງໃດກໍຕາມ, ການເໜັງຕີງລາຄາສິນຄ້າແມ່ນເກີດຈາກຫລາຍປັດໄຈເຊັ່ນ: ການສວຍໂອກາດຂຶ້ນລາຄາຂອງຜູ້ຄ້າຂາຍຍ້ອນຄວາມຕ້ອງການຫລາຍກວ່າການສະໜອງ, ການຜະລິດພາຍໃນບໍ່ເຂັ້ມແຂງ, ການຜະລິດສິນຄ້າຈຳນວນໜຶ່ງອີງໃສ່ລະດູການຈຶ່ງເຮັດໃຫ້ເກີດຄວາມຂາດເຂີນໃນບາງຊ່ວງ ແລະ ອື່ນໆ.

ແຕ່ແນວໃດກໍຕາມ, ເພື່ອໃຫ້ສະພາບລາຄາສິນຄ້າມີຄວາມສະຫງົບນັ້ນສໍາລັບມາດຕະການສະເພາະໜ້າກໍຍັງແມ່ນສືບຕໍ່ປັບປຸງນິຕິກຳ ແລະ ສ້າງລະບຽບທີ່ຈຳເປັນເພີ່ມຕື່ມເພື່ອໃຫ້ແທດເໝາະກັບສະພາບຕົວຈິງໃນປັດຈຸບັນເພື່ອຄຸ້ມຄອງລາຄາສິນຄ້າຕາມທ້ອງຕະຫລາດ, ກຳນົດວິທີການ ແລະ ກົນໄກໃນການຕິດຕາມການເໜັງຕີງ ແລະ ຄຸ້ມຄອງລາຄາສິນຄ້າໃຫ້ຮັດກຸມສອດຄ່ອງກັບສະພາບຕົວຈິງຫລາຍຂຶ້ນ. ພ້ອມກັນນີ້ກໍຈະເຂັ້ມງວດກວດກາການປະຕິບັດລະບຽບກົດໝາຍ ແລະ ດໍາເນີນມາດຕະການລົງໂທດຕໍ່ຜູ້ກະທຳຜິດ.

ສ່ວນການແກ້ໄຂໄລຍະຍາວນັ້ນ, ກໍແມ່ນການສຸມໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສີນຄ້າໃຫ້ມີຄຸນນະພາບຫລາຍຂຶ້ນ, ສົ່ງເສີມການນຳໃຊ້ສີນຄ້າທີ່ຜະລິດຢູ່ພາຍໃນ, ຄົ້ນຄວ້າກຳນົດໂຄງປະກອບລາຄາສິນຄ້າ, ເພີ້ມລາຍການສີນຄ້າຄວບຄຸມລາຄາ, ປັບປຸງກຸ່ມຜູ້ຜະລິດ, ນຳເຂົ້າ ແລະ ຈຳໜ່າຍສີນຄ້າເພື່ອດັດສົມປະລິມານສິນຄ້າໃນທ້ອງຕະຫລາດ ແລະ ມາດຕະການອື່ນໆ. ແຕ່ເຖິງຢ່າງໃດກໍຕາມ ການຄຸ້ມຄອງວຽກງານດັ່ງກ່າວໃຫ້ໄດ້ດີນັ້ນ, ນອກຈາກຂະແໜງກ່ຽວຂ້ອງໄດ້ມີຄວາມຮັບຜິດ ຊອບແທດເຖິງຕົວຈິງ ແລະ ມີວິທີແກ້ໄຂຢ່າງເປັນເຈົ້າການແລ້ວ, ທຸກພາກສ່ວນໃນສັງຄົມກໍຕ້ອງໄດ້ຮ່ວມກັນສຶກສາອົບຮົມແນວຄິດຂອງບັນດາຊາວຄ້າຂາຍໃຫ້ມີຈັນຍາບັນ-ຈັນຍາທຳ, ບໍ່ໃຫ້ມີແນວຄິດສວຍໂອກາດ ແລະ ປັ່ນປ່ວນລາຄາສີນຄ້າຕ່າງໆ ຈຶ່ງເຮັດໃຫ້ສັງຄົມມີຄວາມສະຫງົບດີ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...