Homeຂ່າວເຫດການລມຕ. ການຄ້າ ຕອບໂຈດການສົ່ງອອກໄມ້ທ່ອນ ພ້ອມກຽມປິດປ່າທົ່ວປະເທດໃນອານາຄົດ

ລມຕ. ການຄ້າ ຕອບໂຈດການສົ່ງອອກໄມ້ທ່ອນ ພ້ອມກຽມປິດປ່າທົ່ວປະເທດໃນອານາຄົດ

Published on

10485105_694658347276296_5662726956534505750_n
(ພາບປະກອບຂ່າວ)

 

ໃນ​ຫຼາຍ​ປີ​ມາ​ນີ້​ ພັກ – Œລັດ ​ໄດ້​ອະ­ນຸ­ຍາດ​ໃຫ້​ສົ່ງ​ອອກ​ໄມ້​ໄປ​ຍັງ​ຕະ­ຫຼາດ​ຕ່າງປະ­ເທດ ​ທີ່​ເປັນ​ພຽງ​ຜະ­ລິດ​ຕະ​ພັນ​

ສຳ­ເລັດ​ຮູບ​ເທົ່າ​ນັ້ນ ສ່ວນ​ໄມ້​ທ່ອນ​ແມ່ນ​ໄດ້​ສັ່ງ​ຢຸດ ເພື່ອ​ໃຫ້​ແປ​ຮູບ​ສ້າງ​ມູນ​ຄ່າ​ເພີ່ມ​ຂອງ​ສິນ­ຄ້າ​ກ່ອນ, ຢ່າງ­ໃດ

​ກໍ​ຕາມ ຂະ­ນະ​ດຽວ​ກັນ​ຢູ່​ຕາມ​ດ່ານ​ ກໍ​ປາ­ກົດ​ຍັງ​ມີ​ສະ­ພາບ​ການ​ສົ່ງ​ອອກ​ໄມ້​ທ່ອນຢູ່ ອັນ​ໄດ້​ສ້າງ​ຄວາມ​ສັບ­ສົນ​

ແກ່​ກັບ​ປະ­ຊາ­ຊົນ ຕໍ່​ບັນ­ຫາ​ນີ້​ການ​ນຳ​ຂັ້ນ​ສູງ​ຂອງ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ໄດ້​ໃຫ້​ຄຳ​ຕອບ​ວ່າ:

ປະ­ຈຸ​ບັນ​ແມ່ນ​ຢູ່​ໃນ​ໄລ­ຍະ​ການ​ທົດ​ລອງ​ເພື່ອ​ກວດ­ກາ​ໄມ້​ເກົ່າ​ຢູ່​ສອງ​ແຂວງ ເພື່ອ​ທີ່​ຈະ​ກ້າວ​ໄປ​ສູ່​ການ​ປິດ​ປ່າ

ທົ່ວ​ປະ­ເທດ​ໃນ​ອາ­ນາ​ຄົດ.

 

ເມື່ອ​ເຊົ້າ​ວັນ​ທີ 23 ກໍ­ລະ­ກົດ​ຜ່ານ​ມາ ພາຍ­ຫຼັງ​ສຳ­ເລັດ​ການ​ຕອບ​ຄຳ​ຖາມ​ໂທລະ​ສັບ​ສາຍ​ດ່ວນ​ຂອງ​ປະ­ຊາ­ຊົນ

​ທີ່​ສະພາແຫ່ງ​ຊາດ ທ່ານ ບຸນ​ມີ ມະ­ນີ​ວົງ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ໄດ້

​ໃຫ້​ສຳ­ພາດ​ຕໍ່​ທີມ​ຂ່າວ​ເສດ­ຖະ­ກິດ​ວ່າ: ສະ­ພາບ​ການ​ຍັງ​ປາ­ກົດ​ມີ​ການ​ສົ່ງ​ອອກ​ໄມ້​ເປັນ​ທ່ອນ​ຢູ່ ແມ່ນ​ປະ­ຈຸ​ບັນ

​ກຳ­ລັງ​ຢູ່​ໃນ​ໄລ­ຍະ​ທີ່​ລັດ­ຖະ­ບານ​ກຳ­ລັງ​ທົດ​ລອງ​ການ​ສົ່ງ​ອອກ​ຢູ່​ສອງ​ແຂວງ​ຄື: ແຂວງ​ສະ­ຫວັນ​ນະ​ເຂດ ແລະ

ສາ­ລະ​ວັນ ທັງ​ນີ້ ກໍ​ເພື່ອ​ເປັນ​ການ​ຕິດ­ຕາມ​ກວດ­ກາ​ຄືນ ​ບັນ­ດາ​ໂຮງ­ງານ ​ເກັບ​ກຳ​ຈຳ­ນວນ​ໄມ້​ ເກົ່າ​ທີ່​ຍັງ​ຄ້າງ

ແລະ ທີ່​ມາ​ວ່າ​ມີ​ຫຼາຍ​ປານ­ໃດ ພ້ອມ​ຈະ​ມີ​ການ​ເຮັດ​ສັນ­ຍາ​ກັນ​ໄວ້​ກັບ​ບໍ­ລິ­ສັດ ໂດຍ​ການ​ທົດ​ລອງ​ຈະ​ໃຫ້​ສຳ­ເລັດ​

ພາຍ​ໃນ​ເດືອນ​ກໍ­ລະ­ກົດ​ນີ້ ຖ້າ​ປະ​ເມີນ​ໄດ້­ຜົນ​ດີ​ແມ່ນ​ຈະ​ສືບ­ຕໍ່​ປະ­ຕິ­ບັດ​ໄປ​ແຂວງອື່ນໆ​ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ

ເພື່ອ​ກ້າວ​ສູ່​ການ​ປິດ​ປ່າ​ໃນ​ອາ­ນາ​ຄົດ.

 

ທ່ານ ບຸນ​ມີ ມະ­ນີ​ວົງ ໃຫ້​ຮູ້​ອີ​ກວ່າ: ມີ​ພຽງ​ລັດ­ຖະ­ບານ​ເທົ່າ​ນັ້ນ​ທີ່​ມີ​ສິດ​ອອກ​ອະ­ນຸ­ຍາດ​ໃຫ້​ຕັດ ແລະ ຂຸດ​ຄົ້ນ​ໄມ້

ຊຶ່ງ​ປະ­ຈຸ​ບັນ​ພັກ – Œລັດ​ໄດ້​ອະ­ນຸ­ຍາດ​ໃຫ້​ຕັດ​ໃນ​ສະ­ເພາະ​ເຂດ​ໂຄງ­ການ​ແລວ​ທາງ, ແລວ​ສາຍ​ໄຟ­ຟ້າ, ຂຸດ​ຄົ້ນ​ແຮ່​

ທາດ ແລະ ໂຄງ­ການ​ສ້າງ​ເຂື່ອນ ໂດຍ​ໄດ້​ມີ​ການ​ຈັດ​ແບ່ງ​ພະ­ນັກ­ງານ​ວິ­ຊາ​ການ​ລົງ​ປະ­ຈຳ​ແຕ່​ລະ​ໂຄງ­ການ ເພື່ອ​

ເກັບ​ໄມ້​ໃຫ້​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ຂະ­ນະ​ທີ່​ໃນ​ອາ­ນາ​ຄົດ​ຫາກ​ກ້າວ​ສູ່​ການ​ປິດ​ປ່າ​ ຫາກ​ຈະ​ຂຸດ​ຄົ້ນ​ນອກ­ຈາກ

​ ໂຄງ­ການ ແລະ ສົ່ງ​ອອກ​ໄມ້​ເປັນ​ທ່ອນ​ແມ່ນ​ປະ­ຕິ­ບັດ​ໄດ້​ກໍ­ລະ­ນີ​ດຽວ​ ຄື​ຄວາມ​ຈຳ­ເປັນ​ໃນ​ແຕ່​ລະ​ໄລ­ຍະ​ຂອງ​ລັດ

­ຖະ­ບານ​ເທົ່າ​ນັ້ນ.

 

ແຫຼ່ງຂ່າວ: http://www.sedthakid.la/khao/19794.spc

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...