spot_img
Homeຂ່າວການພັດທະນາມີໄວໜຸ່ມພັນກວ່າຄົນເຂົ້າຮ່ວມ ງານນັດພົບແຮງງານຄັ້ງທີ 4 ທີ່ໜ່ວຍງານແນະນໍາອາຊີບໃຫ້ຄໍາປຶກສາຈັດຂຶ້ນ

ມີໄວໜຸ່ມພັນກວ່າຄົນເຂົ້າຮ່ວມ ງານນັດພົບແຮງງານຄັ້ງທີ 4 ທີ່ໜ່ວຍງານແນະນໍາອາຊີບໃຫ້ຄໍາປຶກສາຈັດຂຶ້ນ

Published on

ໜ່ວຍງານແນະນໍາອາຊີບ ໃຫ້ຄໍາປຶກສາ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ໄດ້ຈັດງານນັດພົບແຮງງານ ຄັ້ງທີ 4 ປະຈໍາປີ 2016 ເຊິ່ງໄຂໂອກາດໃຫ້ໄວໜຸ່ມທີ່ເປັນນັກສຶກສາ ທີ່ໄດ້ຮຽນຈົບຫຼັກສູດການຮຽນ-ການສອນ ຮວມເຖິງຜູ້ທີ່ພວມຈະຈົບການສຶກສາໄດ້ມາຮ່ວມສຶກສາຂໍ້ມູນ ເພື່ອກຽມຄວາມພ້ອມໃຫ້ແກ່ການປະກອບອາຊີບ ແລະ ມີວຽກເຮັດງານທໍາໃນອະນາຄົດ.

ກິດຈະກໍາດັ່ງກ່າວຈັດຂຶ້ນໃນຕອນເຊົ້າວັນທີ 25 ມີນາ 2016 ທີ່ຫ້ອງປະຊຸມໃຫຍ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮສຈ. ສົມຈິດ ສຸກສະຫວັດ ຄະນະບໍດີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ມີຮອງຄະນະບໍດີ ຄະນະພະແນກຄຸ້ມຄອງນັກສຶກສາ ໜ່ວຍງານແນະນໍາອາຊີບໃຫ້ຄໍາປຶກສາ ບັນດາຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ພ້ອມດ້ວຍນັກສຶກສາເຂົ້າຮ່ວມຫຼາຍກວ່າ 1.500 ຄົນ.

ທ່ານ ອາຈານ ສີສົມເພັດ ຄ້ານໍເພັດ ຮອງຫົວໜ້າພະແນກຄຸ້ມຄອງນັກສຶກສາ ຜູ້ຊີ້ນໍາໜ່ວຍງານແນະນໍາອາຊີບໃຫ້ແກ່ນັກສຶກສາ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໃຫ້ຮູ້ວ່າ ໜ່ວຍງານແນະນໍາອາຊີບໃຫ້ຄໍາປຶກສາ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສ້າງຕັ້ງຂຶ້ນເມື່ອວັນທີ 18 ຕຸລາ 2011 ໂດຍການສະໜັບສະໜູນຂອງທະນາຄານໂລກ ເຊິ່ງໄດ້ລິເລີ່ມໂຄງການຈັດງານ ວັນນັດພົບແຮງງານຂຶ້ນໃນແຕ່ລະປີ ແລະ ໃນຄັ້ງນີ້ນັບເປັນຄັ້ງທີ 4  ສໍາລັບການຈັດງານໃນຄັ້ງນີ້ແມ່ນມີຫຼາຍກວ່າ 36 ບໍລິສັດ ຈາກຫົວໜ່ວຍທຸລະກິດຕ່າງໆ ໄດ້ເຂົ້າມາຮ່ວມງານ ແລະ ຖືເປັນນິມິດໝາຍອັນດີໃຫ້ແກ່ນັກຮຽນ ນັກສຶກສາ ຮວມເຖິງຜູ້ປະກອບການດ້ານທຸລະກິດ ໄດ້ມີໂອກາດພົບປະແລກປ່ຽນຄວາມຮູ້ ປະສົບການ ລະຫວ່າງຫົວໜ່ວຍທຸລະກິດທີ່ຕ້ອງການແຮງງານ ແລະ ຜູ້ທີ່ຕ້ອງການຫາວຽກເຮັດງານທໍາ ອີກທັງຂໍ້ມູນສະຖານທີ່ເຝິກອົບຮົມວິຊາຊີບ ເພື່ອໃຫ້ນັກສຶກສາ ໄດ້ມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບຂັ້ນຕອນການສະໝັກງານ ຂໍ້ມູນພື້ນຖານກ່ອນການເຮັດວຽກ ແລະ ຂໍ້ມູນກ່ຽວກັບບໍລິສັດຕ່າງໆ ທັງເປັນການໄຂໂອກາດໃຫ້ຕະຫຼາດແຮງງານ ກໍຄືຫົວໜ່ວຍທຸລະກິດ ແລະ ອະດີດນັກສຶກສາທີ່ຮຽນຈົບຫຼັກສູດການສຶກສາ ແລະ ນັກສຶກສາທີ່ພວມຈະຈົບ ໄດ້ເຂົ້າເຖິງໂອກາດໃນຕໍາ ແໜ່ງງານຕ່າງໆເພື່ອໃຫ້ເກີດການສັບຊ້ອນຕໍາແໜ່ງງານທີ່ແທດເໝາະກັບນັກສຶກສາ.

ພາຍໃນງານຍັງຈັດໃຫ້ມີກອງປະຊຸມສໍາມະນາໃນຫົວຂໍ້ສໍາຄັນຕ່າງໆ ໂດຍຜູ້ມີປະສົບການທາງດ້ານທຸລະກິດໃນຫົວຂໍ້ ຂົວຕໍ່ຈາກຮົ້ວມະຫາວິທະຍາໄລ ສູ່ການເປັນຜູ້ປະກອບການ ເຊິ່ງບັນລະຍາຍໂດຍທ່ານ ແກ້ວວີສຸກ ດາລາສານ ຜູ້ກໍ່ຕັ້ງ ແລະ ອໍານວຍການວາລະສານ 108 ອາຊີບ ວິທີທາງໃນການເປັນສຸດຍອດພະນັກງານທີ່ຫົວໜ້າຮັກ ບັນລະຍາຍໂດຍ ທ່ານ ກາບແກ້ວ ທໍາມະວົງ ນັກຂຽນລາງວັນນາກຄໍາ ແຮງງານບັນດານໃຈສູ່ຜູ້ປະກອບການໃໝ່ ບັນລະຍາຍໂດຍທ່ານນາງ ປາດຖະໜາ ປັນຍາທິບ ຜູ້ອໍານວຍການໃຫຽ່ໂຮງຮຽນນາໆຊາດປັນຍາທິບ ແລະ ໃນຫົວຂໍ້ ການພັດທະນາທັກສະທີ່ເພີ່ມໂອກາດໃຫ້ເຈົ້າໄດ້ວຽກ ເຊິ່ງບັນລະຍາຍໂດຍທ່ານ ກັ່ນຊ້າມ ລັດທະຍອດ ຜູ້ບໍລິຫານພັດທະນາຊັບພະຍາກອນມະນຸດ ໂຄງການເວີກຈ໊ອບ ( Work Job).

 

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...