spot_img
HomeຊີວິດແລະຄວາມຮັກWedding-Sex-loveມີເຊັກສ໌ຫຼາຍ-ໜ້ອຍຊ່ຳໃດຊີວິດຄູ່ຈິ່ງຈະມີຄວາມສຸກ

ມີເຊັກສ໌ຫຼາຍ-ໜ້ອຍຊ່ຳໃດຊີວິດຄູ່ຈິ່ງຈະມີຄວາມສຸກ

Published on

ເຂົ້າໃຈວ່າຄູ່ຮັກສ່ວນຫຼາຍຕ້ອງການມີເພດສຳພັນເປັນປະຈຳ ແຕ່ມັນບໍ່ສາມາດກຳນົດເປັນຈຳນວນຕົວເລກຕາຍຕົວໄດ້ວ່າຄູ່ຂອງທ່ານຕ້ອງມີເຊັກສ໌ໃນອາທິດໜຶ່ງເທົ່ານັ້ນເທົ່ານີ້ຄັ້ງຈິ່ງຈະມີຄວາມສຸກ ເພາະແຕ່ລະຄູ່ແມ່ນອີງໃສ່ປັດໄຈບໍ່ຄືກັນ ໃນຄໍລຳ ຄວາມຮັກກັບເຊັກສ໌ ມື້ນີ້ ເຮົາຈະມາເວົ້າກ່ຽວກັບເລື່ອງນີ້ກັນ

ມີເຊັກສ໌ຫຼາຍ-ໜ້ອຍຊ່ຳໃດຊີວິດຄູ່ຈິ່ງຈະມີຄວາມສຸກ? ຄຳຕອບທີ່ດີທີສຸດແມ່ນທ່ານຄວນມີເພດສຳພັນເມື່ອມີໂອກາດ ຫຼື ຕາມຄວາມຕ້ອງການຂອງທັງສອງຝ່າຍ ຄູ່ຮັກທີ່ມີເຊັກສ໌ອາທິດລະ 4-5 ເທື່ອ ຫຼື ມີທຸກມື້ກໍ່ບໍ່ໝາຍວ່າຈະມີຄວາມສຸກ ຈະສາມາດຮັດແໜ້ນສາຍສຳພັນຄູ່ຮັກໄດ້ທຸກຄູ່ທຸກຄົນສະເໝີໄປ ເພາະມັນບໍ່ໄດ້ໝາຍຄວາມວ່າການຂຶ້ນສັງວຽນຮັກໃນແຕ່ລະເທື່ອແມ່ນເກີດຂຶ້ນດ້ວຍຄວາມເຕັມໃຈຈາກສອງຝ່າຍແທ້ໆ ບາງຄັ້ງອີກຝ່າຍອາດບໍ່ຕ້ອງການ ແຕ່ກໍ່ບໍ່ສາມາດປະຕິເສດອີກຝ່າຍໄດ້ ດັ່ງນັ້ນຢາກແນະນຳວ່າໃຫ້ຄູ່ຮັກພະຍາຍາມເປີດໃຈລົມກັນ ແລະ ມີເພດສຳພັນທີ່ເກີດຈາກຄວາມຕ້ອງການທີ່ແທ້ຈິງຂອງທັງສອງຝ່າຍແມ່ນດີທີ່ສຸດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...