spot_img
Homeຂ່າວຕ່າງປະເທດມາເຟຍອີຕາລີຫຼົບໜີການຈັບກຸມຫຼາຍກວ່າ 20 ປີ ສຸດທ້າຍຖືກຈັບຍ້ອນພົບໃນແຜນທີ່

ມາເຟຍອີຕາລີຫຼົບໜີການຈັບກຸມຫຼາຍກວ່າ 20 ປີ ສຸດທ້າຍຖືກຈັບຍ້ອນພົບໃນແຜນທີ່

Published on

ທ້າວ ໂຈອັກຄີໂນ ແກມມິໂນ ໜຶ່ງໃນສະມາຊິກກຸ່ມມາເຟຍອີຕາລີຖືກຈັບກຸມໂດຍເຈົ້າໜ້າທີ່ຕຳຫຼວດ ຫຼັງຈາກມີພາບຂອງລາວປາກົດຢູ່ໃນແຜນທີ່ ໃນຕອນທີ່ກຳລັງຊື້ເຄື່ອງຢູ່ຮ້ານຄ້າໃນປະເທດແອັດສະປາຍ.

ອິງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດ ໄດ້ລາຍງານວ່າ: ທ້າວ ໂຈອັກຄີໂນ ແກມມິໂນ ລູກນ້ອງເຈົ້າພໍ່ມາເຟຍຊື່ດັງ ໄດ້ຫຼົບໜີການຈັບກຸມຂອງຕຳຫຼວດດົນກວ່າ 20 ປີ ແລະ ມາໃຊ້ຊີວິດຢູ່ງຽບໆ ກ່ອນທີ່ຈະໄດ້ເຮັດວຽກເປັນພໍ່ຄົວໃນຮ້ານອາຫານແຫ່ງໜຶ່ງ ໂດຍລາວໄດ້ໃຊ້ຊື່ປອມໃນການຫຼົບໜີການຈັບກຸມຂອງສາຍຕຳຫຼວດ ແຕ່ບັງເອີນເຈົ້າໜ້າທີ່ໄດ້ພົບເຫັນພາບຂອງລາວທີ່ ເມືອງກາລາປາກາ ປະເທດແອັດສະປາຍ.

ໂດຍທ້າວ ໂຈອັກຄີໂນ ແກມມິໂນ ຖືກຈັບກຸມເມື່ອວັນທີ 17 ທັນວາ 2021 ທີ່ຜ່ານມາ ແລະ ມີລາຍງານວ່າ: ລາວກໍຍັງຮູ້ສຶກມຶນງົງກັບສຶ່ງທີ່ເກີດຂຶ້ນ ເຖິງແມ່ນວ່າເຂົາຈະສາມາດຫຼົບໜີໄດ້ 20 ປີ ແລະ ບໍ່ໄດ້ຕິດຕໍ່ກັບທາງຄອບຄົວຂອງລາວດົນກວ່າ 10 ປີ ແຕ່ຍ້ອນຄວາມສາມາດຂອງເຈົ້າໜ້າ ຈື່ຈຳຮອຍແປ້ວໃຫຍ່ຢູ່ໃບໜ້າຈຶ່ງສາມາດບົ່ງໂຕໄດ້.

ຫຼັງຈາກນັ້ນ ທ້າວ ໂຈອັກຄີໂນ ແກມມິໂນ ຖືກຕັດສິນໂທດເຂົ້າຄຸກຕະຫຼອດຊີວິດ ຂໍ້ຫາເປັນຜູ້ກໍ່ການຮ້າຍ ລວມໄປເຖິງຂະບວນການຄ້າຢາເສບຕິດລາຍໃຫຍ່ອີກດ້ວຍ ແລະ ຍັງເປັນໜຶ່ງໃນລາຍຊື່ຜູ້ກໍ່ການຮ້າຍທີ່ເຈົ້າໜ້າທີ່ຕ້ອງການໂຕຫຼາຍທີ່ສຸດ.

ແຫຼ່ງຂ່າວ: Ladbible

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...