spot_img
Homeຍ້ອງຍໍຄົນດີເດັ່ນມອບ 9 ລ້ານກີບ ໃຫ້ທີມນັກຮຽນລາວ ທີ່ຊະນະການຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ລະດັບພາກພື້ນ ຄັ້ງທີ 7

ມອບ 9 ລ້ານກີບ ໃຫ້ທີມນັກຮຽນລາວ ທີ່ຊະນະການຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ລະດັບພາກພື້ນ ຄັ້ງທີ 7

Published on

ຂປລ. ເພື່ອເປັນການຊຸກຍູ້ຂະບວນການ ຊາວໜຸ່ມ-ເຍົາວະຊົນ  ພ້ອມທັງເປັນການໂຄສະນາເຜີຍແຜ່ ແລະ ສົ່ງເສີມນ້ຳໃຈມິດຕະພາບ, ຄວາມສາມັກຄີ ລະຫວ່າງ ບັນດາຊາວໜຸ່ມອາຊຽນ ໂດຍຜ່ານການແຂ່ງຂັນຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນ ຄັ້ງທີ 7 (7th ASEAN Quiz Regional Level 2016) ໃນວັນທີ 2 ກັນຍາ 2016 ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີມອບລາງຊົມເຊີຍເງິນສົດ ຈຳນວນ 9.000.000 ກີບ ໃຫ້ແກ່ທີມຊະນະເລີດການແຂ່ງຂັນດັ່ງກ່າວ, ເຊິ່ງເປັນກຽດມອບລາງວັນ ໂດຍທ່ານ ພົງສະຫວັນ ສີສຸລາດ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ.

ການແຂ່ງຂັນດັ່ງກ່າວ, ປະກອບມີບັນດາຊາວໜຸ່ມ ຈາກ 10 ປະເທດ ອາຊຽນ, ປະເທດລະ 3 ຄົນ ເຂົ້າຮ່ວມ ແລະ ຜົນການແຂ່ງຂັນດັ່ງກ່າວ ແມ່ນທີມນັກຮຽນ ຈາກ ສປປ ລາວ ເປັນຜູ້ຊະນະເລີດ ຄະແນນລວມ 415 ຄະແນນ, ອັນດັບທີ 2 ແມ່ນນັກຮຽນ ຈາກປະເທດຟີລິບປິນ ຄະແນນລວມ 285 ຄະແນນ ແລະ ອັນດັບທີ 3 ແມ່ນນັກຮຽນຈາກປະເທດໄທ ຄະແນນລວມ 270 ຄະແນນ. ທີມນັກຮຽນລາວ ປະກອບມີ ນາງ ສິຣິໂສພາ ສິດທິພອນ ຈາກໂຮງຮຽນນິຣະດາ ນະຄອນຫລວງວຽງຈັນ, ນາງ ອັນຕິກາ ໄຊຢາພອນ ຈາກໂຮງຮຽນ ມສ ປາກເຊ ແຂວງຈຳປາສັກ ແລະ ທ້າວ ຈັນຈະເລີນ ຣາຊະພົນ ຈາກໂຮງຮຽນ ມສ ສະຫວັນນະເຂດ ແຂວງສະຫວັນນະເຂດ.

ກິດຈະກຳດັ່ງກ່າວ, ແມ່ນເພື່ອສົ່ງເສີມຄວາມຮັບຮູ້ກ່ຽວກັບຄວາມເປັນມາ ແລະ ວິວັດທະນາການທາງດ້ານປະຫວັດສາດ, ວັດທະນະທຳ-ສັງຄົມ, ການເມືອງ ແລະ ເສດຖະກິດ ພາຍໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້. ພ້ອມທັງເປັນການສືບຕໍ່ສົ່ງເສີມປູກຈິດສຳນຶກ ແລະ ສ້າງຄວາມຮູ້, ຄວາມເຂົ້າໃຈ ໃຫ້ແກ່ຊາວໜຸ່ມ, ນັກຮຽນ-ນັກສຶກສາ, ປະຊາຊົນ ແລະ ພະນັກງານ ກ່ຽວກັບວຽກງານອາຊຽນ ໃຫ້ຫລາຍຂຶ້ນ.  ນອກຈາກນີ້, ຍັງເປັນການໂຄສະນາເຜີຍແຜ່ ກ່ຽວກັບການເຄື່ອນໄຫວວຽກງານອາຊຽນ ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ ໃນປີ 2016 ນີ້.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...