spot_img
Homeຂ່າວພາຍ​ໃນມອບ-ຮັບ ແລະ ເປີດນໍາໃຊ້ ໂຮງໝໍຫຼັງໃໝ່ ເມືອງຄົງເຊໂດນ

ມອບ-ຮັບ ແລະ ເປີດນໍາໃຊ້ ໂຮງໝໍຫຼັງໃໝ່ ເມືອງຄົງເຊໂດນ

Published on

ອີງຕາມການລາຍງານຂ່າວຈາກແຂວງສາລະວັນ ໃຫ້ຮູ້ວ່າ: ວັນທີ 9 ພຶດສະພາ ຜ່ານມາ ເມືອງຄົງເຊໂດນ ຈັດພິທີມອບ-ຮັບ ໂຮງໝໍຫລັງໃໝ່ ຢ່າງເປັນທາງການ ພາຍໃຕ້ໂຄງການຊ່ວຍເຫລືອລ້າ ດ້ານມະນຸດສະທຳ ຂອງກອງບັນຊາການ ກອງທັບສະຫະລັດອາເມລິກາ ປະຈຳພາກພື້ນອິນໂດປາຊີຟິກ ໂດຍການລົງນາມມອບ-ຮັບ ລະຫວ່າງ ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນໍາວຽກງານເສດຖະກິດ ແລະ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ, ມີບັນດາຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ພະແນກເອຣົບ-ອາເມລິກາ, ກົມພົວການຕ່າງປະເທດ ກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ດຣ ອາຄົມ ລ່ຳວິຈິດ ຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ ໄດ້ໃຫ້ຮູ້ວ່າ: ການກໍ່ສ້າງໂຮງໝໍ ຫລັງໃໝ່ ໄດ້ເລີ່ມລົງມືກໍ່ ສ້າງນັບແຕ່ເດືອນເມສາ 2021 ຈົນເຖິງປັດຈຸບັນ ສຳເລັດ 100% ມູນຄ່າການກໍ່ສ້າງ 783.000 ໂດລາສະຫະລັດ ເປັນອາຄານຍົກສູງຈາກ ລະດັບນໍ້າຖ້ວມສູງ 1 ແມັດ ຫລື 2,40 ແມັດ ຈາກໜ້າດິນ, ຄວາມຍາວ 46 ແມັດ, ກວ້າງ 10.5 ແມັດ, ມີທັງໝົດ 21 ຫ້ອງຄື: ຫ້ອງນ້ຳຄົນພິການ, ຫ້ອງນ້ຳພະນັກງານ, ຫ້ອງລໍຖ້າເກີດລູກ, ຫ້ອງເກີດລູກ, ຫ້ອງພັກຟື້ນເກີດລູກ, ຫ້ອງສຸກເສີນ, ຫ້ອງລ້ຽງເດັກ, ຫ້ອງປົວແຂ້ວ, ຫ້ອງຜ່າຕັດ, ຫ້ອງທົດລອງ, ຫ້ອງນ້ຳ, ຫ້ອງອາບນ້ຳ, ຫ້ອງເກັບເຄື່ອງ, ຫ້ອງນອນຄົນເຈັບ, ຫ້ອງພັກຟື້ນຜ່າຕັດ, ຫ້ອງຜູ້ປ່ວຍພາຍນອກ, ຫ້ອງຈ່າຍຢາ, ຫ້ອງຕ້ອນຮັບ-ການເງິນ, ຫ້ອງປະຊຸມ-ບໍລິຫານ, ຫ້ອງອຳນວຍການ, ຫ້ອງແມ່ແລະເດັກ.

ນອກຈາກມີອຸປະກອນການແພດ, ເຄື່ອງເຟີນີເຈີໃນຫ້ອງການ, ຕິດຕັ້ງໝໍ້ແປງ 1 ໜ່ວຍ, ກໍ່ສ້າງອ່າງນໍ້າສູງ, ເຕົາເຜົາຂີ້ເຫຍື້ອ ແລະ ອື່ນໆ ໂດຍແມ່ນ ບໍລິສັດແອວຈີທີ່ປືກສາ ແລະ ກໍ່ສ້າງຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ.

ທ່ານ ປີເຕີ ເຮມອນ ໄດ້ກ່າວວ່າ: ການສ້າງໂຮງໝໍຫລັງໃໝ່ນີ້, ເປັນການຊ່ວຍເຫລືອ ເພື່ອປັບປຸງດ້ານການເຂົ້າເຖິງການປິ່ນປົ່ວສຸຂະພາບ ແກ່ປະຊາຊົນເມືອງຄົງເຊໂດນ ແລະ ແຂວງສາລະວັນ ໃຫ້ມີຄວາມສະດວກສະບາຍຍິ່ງຂຶ້ນ, ປະກອບສ່ວນເຂົ້າໃນການພັດທະນາວຽກງານສາທາລະນະສຸກຂອງ ສປປ ລາວ ເຊິ່ງນອນຢູ່ໃນເປົ້າໝາຍຂອງການພັດທະນາແບບຍືນຍົງ (ສຸຂະພາບທີ່ດີ ແລະ ຊີວິດການເປັນຢູ່ທີດີ), ມີຄວາມກ້າວໜ້າ ແລະ ມີການບໍລິການດ້ານການແພດ ນັບມື້ນັບດີຂຶ້ນ, ວ່ອງໄວ, ທັນສະໄໝ ແລະ ມີປະສິດທິພາບ ຕໍ່ກັບການບໍລິການເບິ່ງແຍງປິ່ນປົວ ປະຊາຊົນ ກໍຄື ຄົນເຈັບ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...