Homeຂ່າວພາຍ​ໃນພິທີເຊັນບົດບັນທຶກ MOC ພະລັງງານຄວາມຮ້ອນໃຕ້ພິພົບ ຂະໜາດ ກຳລັງການຕິດຕັ້ງ 4.000MW

ພິທີເຊັນບົດບັນທຶກ MOC ພະລັງງານຄວາມຮ້ອນໃຕ້ພິພົບ ຂະໜາດ ກຳລັງການຕິດຕັ້ງ 4.000MW

Published on

ພິທີເຊັນບົດບັນທຶກ MOC ພະລັງງານຄວາມຮ້ອນໃຕ້ພິພົບ.

ໃນວັນທີ 22 ກໍລະກົດ ນີ້ ທີ່ ນະຄອນ ຫລວງວຽງຈັນ ໄດ້ຈັດພິທີເຊັນບົດບັນທຶກຄວາມຮ່ວມມື ຫລື MOC ເພື່ອສໍາຫລວດ ສຶກສາຄວາມເປັນໄປໄດ້ ດ້ານພະລັງງານຄວາມຮ້ອນໃຕ້ພິພົບ ຂະໜາດກຳລັງ ການຕິດຕັ້ງ 4.000MW, ໂດຍມີການເຊັນລະຫວ່າງ ທ່ານ ສຸວັນໄຊ ຫລັກໄມຕຣີ ປະທານບໍລິສັດ ລາວພັດທະນາ ກໍ່ສ້າງ ແລະ ການລົງທຶນ ຈຳກັດ ກັບທ່ານ ເພັດສະຫວັນ ລັດຕະນະທອງໄຊ ຫົວຫນ້າກົມພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່.

ນອກນັ້ນ ຍັງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ສີນາວາ ສຸພານຸວົງ ຮອງລັດ ຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່, ມີ ທ່ານ ນາງ ຈັນ ທິ ຫ່ວງ ຫ້າ CEO ບໍລິສັດ ເວວ ພາວເວີ ກຣຸບ ສສ ຫວຽດນາມ (Wealth Power Group Vietnam) ພ້ອມຄະນະ ແລະ ແຂກທີ່ມີກຽດເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ ທ່ານ ສີນາວາ ສຸພານຸວົງ ກ່າວວ່າ: ບໍລິສັດ ລາວພັດ ທະນາ ກໍ່ສ້າງ ແລະ ການລົງທຶນ ຈຳກັດ ເປັນບໍລິສັດນຳໜ້າທຳອິດ ທີ່ໄດ້ຄົ້ນ ຄວ້າ ສຶກສາຄວາມເປັນໄປໄດ້ ໃນການນຳໃຊ້ພະລັງງານຄວາມຮ້ອນໃຕ້ ພິພົບ ເພື່ອຜະລິດເປັນພະລັງງານໄຟຟ້າ.

ປັດຈຸບັນພະລັງງານໄຟຟ້າ ທີ່ຜະລິດຢູ່ລາວ ກວມ 70% ແມ່ນມາຈາກພະລັງງານນ້ຳ ນອກຈາກນັ້ນເຮົາມີຍັງພະລັງງານທາງເລືອກ ເຊັ່ນພະລັງງານລົມ, ພະລັງງານ ແສງຕາເວັນ, ພະລັງງານຊີວະພາບ ແລະ ບວກໃສ່ ພະລັງງານໃຕ້ພິພົບເຊິ່ງ ເປັນພະລັງງານທາງໃໝ່ຂອງລາວ ພາຍຫລັງສຳເລັດຈະເຮັດໃຫ້ລາວ ມີຄວາມເຂັ້ມແຂງ ແລະ ມີຄວາມໝັ້ນຄົງທາງດ້ານພະລັງງານຍິ່ງຂຶ້ນ.

ສຳລັບພະລັງງານຄວາມຮ້ອນໃຕ້ພິພົບນີ້ ບໍ່ແມ່ນພຽງແຕ່ສະໜອງໄຟຟ້າ ເທົ່ານັ້ນ ແຕ່ມັນຍັງເປັນຜົນປະໂຫຍດ ແລະ ບາດກ້າວສຳຄັນ ທີ່ຈະຫລຸດ ຜ່ອນການນຳໃຊ້ຖ່ານຫີນໃນການຜະລິດໄຟຟ້າຢູ່ລາວເທື່ອລະກ້າວ, ກະຊວງ ພະລັງງານ ແລະ ບໍ່ແຮ່ ຝາກຄວາມຫວັງໄວ້, ພະລັງງານຄວາມຮ້ອນ ໃຕ້ພິພົບ ເປັນພະລັງງານສີຂຽວທີ່ສຸດ ແລະ ນຳໃຊ້ເນື້ອທີ່ດິນໃນການກໍ່ສ້າງ ບໍ່ຫລາຍ ບໍ່ທຳລາຍສິ່ງແວດລ້ອມ.

ສຳລັບໂຄງການພະລັງງານຄວາມຮ້ອນໃຕ້ພິພົບນີ້ ບໍລິສັດຢືນຢັນວ່າໄດ້ນໍາໃຊ້ທຶນ ຂອງຕົນເອງ 100% ແລະ ມີຕະຫລາດຮັບຊື້ໄຟຟ້າເປັນທີ່ຮຽບຮ້ອຍແລ້ວ ໂດຍຈະບໍ່ສ້າງໜີ້ສິນໃຫ້ແກ່ປະເທດຊາດ, ກົງກັນຂ້າມ ຈະນຳເອົາຜົນປະ ໂຫຍດມາໃຫ້ 3 ຝ່າຍຄື ລັດຖະບານ, ປະຊາຊົນ ແລະ ຜູ້ລົງທຶນ, ພິເສດ ໂຄງການນີ້ ຍັງສາມາດຂາຍ ໄຮໂດເຈັນ (Hydrogen) ແລະ ຍັງຈະມີ ລາຍຮັບຈາກ ຄາບອນ ເຄຣດິດ (Carbon Credit) ທີ່ຕ່າງປະເທດຈ່າຍໃຫ້ ເພາະເປັນໂຄງການສີຂຽວ ແລະ ສະອາດ ທັງເປັນມິດຕໍ່ສິ່ງແວດລ້ອມອີກດ້ວຍ.

ແຫຼ່ງຂ່າວຈາກ ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...