spot_img
Homeຂ່າວທ້ອງຖິ່ນພາກໃຕ້ເງິນຝາກຫຼຸດລົງ ແຕ່ສິນເຊື່ອເພີ່ມຂຶ້ນສູງ

ພາກໃຕ້ເງິນຝາກຫຼຸດລົງ ແຕ່ສິນເຊື່ອເພີ່ມຂຶ້ນສູງ

Published on

ໃນ​ໄລ­ຍະ​ສາມ​ເດືອນ​ຕົ້ນ​ປີ​ນີ້ ຫຼື ໃນຮອບ​ໄຕ​ມາດ I ທົ່ວ​ລະ­ບົບ​ທະ­ນາ­ຄານໃນ​ສີ່​ແຂວງ​ພາກ​ໃຕ້ ມີ​ຍອດ​ເງິນ​ຝາກ​ຫຼຸດ​ລົງ​ຖ້າ​ທຽບ­ໃສ່​ທ້າຍ​ປີ­ຜ່ານ­ມາ ໃນ​ຂະ­ນະທີ່​ການ​ກູ້​ສິນ​ເຊື່ອ​ມີ​ອັດ­ຕາ​ເພີ່ມ​ຂຶ້ນ​ຢ່າງ​ສູງ ໂດຍ​ສະ­ເພາະ​ຢູ່​ແຂວງ​ຈຳ­ປາ​ສັກ​ກວມເອົາ​ອັດ­ຕາ​ສູງ​ກວ່າ​ໝູ່​ດ້ານ​ຫົວ­ໜ້າ​ທະນາ​ຄານ​ແຫ່ງ ສປປ ລາວ ພາກ​ໃຕ້​ເຜີຍ: ສາ­ເຫດ​ທີ່​ເຮັດ​ໃຫ້​ລູກ​ຄ້າ​ເຂົ້າ​ມາ​ຝາກເງິນ​ຫຼຸດ​ລົງ​ນັ້ນ ອາດ​ເກີດ​ຈາກ​ສະ­ພາບທາງ​ດ້ານ​ການ​ເງິນ​ຂອງ​ລັດ​ມີ​ບັນ­ຫາ ແລະ​ການ​ປັບ​ຫຼຸດ​ອັດ­ຕາ​ດອກ​ເບ້ຍ​ເງິນ ຝາກ​ລົງ​ຂອງ​ບັນ­ດາ​ທະ­ນາ­ຄານ.

ທ່ານ ນະ ຈັນ​ຕະ​ລິ​ວົງ ຫົວ­ໜ້າ​ທະ​ນາຄານ​ແຫ່ງ ສປປ ລາວ​ພາກ​ໃຕ້ ໄດ້​ເປີດເຜີຍ​ຕໍ່​ນັກ​ຂ່າວ​ເສດ­ຖະ­ກິດ-ສັງ­ຄົມ ປະ­ຈຳແຂວງ ເມື່ອ​ບໍ່​ດົນ​ມາ​ນີ້​ໃຫ້​ຮູ້​ວ່າ: ຜ່ານການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໜ້າ­ທີ່​ຕົວ​ຈິງ​ໃນ​ການລະ­ດົມ​ທຶນ, ການ​ຮັບ​ຝາກ​ກະ­ແສ​ລາຍວັນ, ປະ­ຢັດ ແລະ​ຝາກ​ມີ​ກຳ­ນົດ​ຂອງ​ບັນດາ​ທະ­ນາ­ຄານ​ຕ່າງໆ​ທີ່​ຂຶ້ນ​ກັບ​ການ​ຄຸ້ມຄອງ​ດູ​ແລ​ຂອງ ທຫລ ພາກ​ໃຕ້ ໃນ 3 ເດືອນ​ຕົ້ນ​ປີ ຫຼື ໃນ​ຮອບ​ໄຕ​ມາດ I ປີ 2016, ຕົວ​ເລກ​ເງິນ​ຝາກ​ທົ່ວ​ລະ­ບົບ​ທະນາ​ຄານ​ມີ​ທັງ​ໝົດ  4.810 ຕື້​ກີບ, ເພີ່ມ​ຂຶ້ນ 12,47%, ທຽບ­ໃສ່​ໄລ­ຍະ​ດຽວ​ຂອງ​ປີ 2015 ຫຼຸດ​ລົງ 2 ກວ່າ%, ໃນ​ນັ້ນ​ແຂວງຈຳ­ປາ​ສັກ​ໄດ້​ກວມ​ເອົາ​ກວ່າ 65% ຂອງ ເງິນ​ຝາກ​ທັງ​ໝົດ ຫຼື ເທົ່າ​ກັບ 3.148 ຕື້ ກີບ ຊຶ່ງ​ຍັງ​ເປັນ​ແຂວງທີ່​ມີ​ອັດ­ຕາ​ສ່ວນ​ເງິນ​ຝາກ​ຂະ­ຫຍາຍ­ຕົວໃນ​ລະ­ດັບ​ດີ, ຮອງ​ລົງ​ມາ​ແມ່ນ​ແຂວງອັດ​ຕະ​ປື, ສາ­ລະ​ວັນ ແລະ​ແຂວງ​ເຊ​ກອງ.

ສຳ­ລັບ​ວຽກ​ງານ​ການ​ໃຫ້​ສິນ​ເຊື່ອ​ມາຮອດ​ທ້າຍ​ເດືອນ​ມີ­ນາ 2016 ລວມ​ຍອດສິນ​ເຊື່ອ​ທະ­ນາ­ຄານ​ມີ​ທັງ​ໝົດ 5.870 ຕື້ກີບ, ເພີ່ມ​ຂຶ້ນ 3,59% ທຽບ­ໃສ່​ທ້າຍ​ປີ 2015 ຊຶ່ງ​ເຫັນ​ວ່າ​ມີ​ການ​ຂະ­ຫຍາຍ­ຕົວ ພໍ​ສົມ­ຄວນ​ສຳ­ລັບ​ທ້ອງ­ຖິ່ນ ໂດຍ​ສະ­ເພາະແມ່ນ​ແຂວງ​ຈຳ­ປາ​ສັກ ກວມ​ເອົາ 55,72% ຂອງ​ການ​ໃຫ້​ສິນ​ເຊື່ອ​ທັງ​ໝົດ, ຮອງ​ລົງມາ​ແມ່ນ​ແຂວງ​ອັດ​ຕະ​ປື​ກວມ​ກວ່າ 24% ຖ້າ​ທຽບ​ໃສ​ປີ 2015 ເຫັນ​ວ່າ​ຫຼຸດ​ລົງ, ເນື່ອງ​ຈາ​ກວ່າ​ປີ­ຜ່ານ­ມາ​ແຂວງ​ອັດ​ຕະ​ປື ເປັນ​ແຂວງ​ທີ່​ກູ້​ຢືມ​ເງິນ​ຫຼາຍ​ກວ່າ​ແຂວງອື່ນໆ​ໃນ​ບັນ­ດາ​ແຂວງ​ພາກ​ໃຕ້.

ທ່ານ​ກ່າວ​ຕື່ມ​ວ່າ: ສາ­ເຫດ​ທີ່​ເຮັດ​ໃຫ້ຍອດ​ເງິນ​ຝາກ​ຫຼຸດ​ລົງ​ຈາກ​ປີ­ຜ່ານ­ມານັ້ນ​ບັນ­ຫາ​ທີ​ໜຶ່ງ​ອາດ​ເກີດ​ສະ­ພາບ​ທາງດ້ານ​ເງິນ​ຂອງ​ລັດ​ມີ​ບັນ­ຫາ ແລະ​ການຫຼຸດ​ອັດ­ຕາ​ດອກ​ເບ້ຍ​ເງິນ​ຝາກ​ລົງ​ກໍ​ເປັນປະ­ເດັນ​ເຊັ່ນ​ດຽວ​ກັນ.

ປະ­ຈຸ​ບັນ​ມີ​ສາ­ຂາ​ທະ­ນາ­ຄານ​ທຸ­ລະກິດ​ທີ່­ຢູ່​ໃນ​ການ​ຄຸ້ມ​ຄອງ​ຂອງ ທຫລ ພາກໃຕ້​ມີ​ທັງ​ໝົດ 24 ສາ­ຂາ, ມີ 74 ໜ່ວຍ​ບໍ​ລິການ, ໃນ​ນັ້ນ ມີ​ສາ­ຂາ​ທະ­ນາ­ຄານ​ທຸ­ລະກິດ​ລັດ12 ແຫ່ງ, ທະ­ນະ​ຄານ​ສະ­ເພາະກິດ​ລັດ 2 ແຫ່ງ, ທະ​ນາ​ການ​ຮ່ວມ​ທຶນ 2 ແຫ່ງ, ທະ­ນາ­ຄານ​ເອ­ກະ​ຊົນ 3 ແຫ່ງ ແລະ​ສາ­ຂາ​ທະ​ນາ​ການ​ທຸ­ລະ​ກິດ​ໃນ​ເຄືອຂ່າຍ​ຂອງ​ຕ່າງ­ປະ­ເທດ 2 ແຫ່ງ, ມີ​ລວມ ຍອດ​ຊັບ​ສິນ​ທັງ​ໝົດ​ຈຳ­ນວນ 5.870 ຕື້ ກີບ, ເພີ່ມ​ຂຶ້ນ 3,60% ທຽບ­ໃສ່​ທ້າຍ​ປີ 2015.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...