spot_img
Homeຂ່າວທ້ອງຖິ່ນຜູ້ອອກແຮງງານທີ່ຖືກປົດອອກຈາກວຽກໃນຊ່ວງໂຄວິດຫາກບໍ່ໄດ້ຮັບຄ່າຈ້າງໃຫ້ສະເໜີຕໍ່ພະແນກແຮງງານ

ຜູ້ອອກແຮງງານທີ່ຖືກປົດອອກຈາກວຽກໃນຊ່ວງໂຄວິດຫາກບໍ່ໄດ້ຮັບຄ່າຈ້າງໃຫ້ສະເໜີຕໍ່ພະແນກແຮງງານ

Published on

ໜັງສືພິມວຽງຈັນທາມ ລາຍງານ ເມື່ອວັນທີ 26 ພຶດສະພານີ້ວ່າ ຜູ້ປະກອບການ ຫຼື ນາຍຈ້າງມີພັນທະໃນການຈ່າຍຄ່າແຮງງານໃຫ້ລູກຈ້າງຂອງຕົນ ແລະ ບໍ່ສາມາດຕັດສິດຜົນປະໂຫຍດຂອງແຮງງານທາງດ້ານສະຫວັດດີການສັງຄົມ ສໍາລັບແຮງງານຜູ້ທີ່ຖືກໂຈະວຽກໃນລະຫວ່າງການລະບາດຂອງພະຍາດໂຄວິດ-19 ພາຍໃຕ້ນະໂຍບາຍແຮງງານປະຈຸບັນ.

ຜູ້ອອກແຮງງານທີ່ຖືກປົດອອກຈາກວຽກຍ້ອນຜົນຂອງການລະບາດຂອງພະຍາດໂຄວິດ-19 ມີສິດທີ່ຈະໄດ້ຮັບເງິນເດືອນ ແລະ ການຊ່ວຍເຫຼືອດ້ານສະຫວັດດີການສັງຄົມ ພາຍໃຕ້ນະໂຍບາຍດ້ານແຮງງານ ແລະ ກົດໝາຍແຮງງານ.

ທ່ານ ພົງໄຊສັກ ອິນທາຣາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ ພາກສ່ວນກ່ຽວຂ້ອງຈະສືບຕໍ່ຊອກຫາວິທີຕ່າງໆ ເພື່ອຊ່ວຍເຫຼືອແຮງງານທີ່ຖືກປົດອອກຈາກວຽກຍ້ອນຜົນຂອງການລະບາດຂອງພະຍາດໂຄວິດ-19 ແລະ ຈະຕອບສະໜອງຄວາມຕ້ອງການອັນຮີບດ່ວນຂອງຜູ້ອອກແຮງງານ.

ທ່ານ ພົງໄຊສັກ ອິນທາຣາດ ກ່າວຕື່ມວ່າ ຖ້າຜູ້ປະກອບການມີການລະເມີດລະບຽບການ ແລະ ນະໂຍບາຍດ້ານແຮງງານຂອງລັດຖະບານໂດຍສະເພາະ ຜູ້ປະກອບການບໍ່ຈ່າຍເງິນເດືອນ ຫຼື ບໍ່ຈ່າຍຄ່າແຮງງານ, ຜູ້ອອກແຮງງານສາມາດຂໍຄວາມຊ່ວຍເຫຼືອຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມ ຂັ້ນແຂວງ ແລະ ເມືອງ, ພ້ອມທັງສູນກາງສະຫະພັນກຳມະບານລາວ. ພ້ອມດຽວກັນ ສິດທິຂອງຜູ້ອອກແຮງງານສາມາດໄດ້ຮັບການຊ່ວຍເຫຼືອໂດຍການເສີມສ້າງກົນໄກກົດໝາຍແຮງງານທີ່ຄວບຄຸມສະຖານະພາບຂອງເຂົາເຈົ້າ.

ນອກນີ້, ຫົວໜ້າກົມຄຸ້ມຄອງແຮງງານ ຍັງໄດ້ຮຽກຮ້ອງມາຍັງຫົວໜ່ວຍແຮງງານໃນທົ່ວປະເທດ ຢ່າສວາຍໂອກາດໃນໄລຍະທີ່ເກີດການລະບາດຂອງພະຍາດໂຄວິດ-19 ເປັນການຍົກເລີກສັນຍາແຮງງານແບບຖາວອນ ແລະ ບໍ່ຄວນຫຼົບຫຼີກການຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານ ເພາະເປັນການຜິດຕໍ່ນະໂຍບາຍແຮງງານທີ່ລັດຖະບານວາງອອກ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...