spot_img
Homeຂ່າວຕ່າງປະເທດຜູ້ຂາຍບໍລິການທາງເພດຂອງໄທຮຽກຮ້ອງໃຫ້ຫຼຸດໂທດການຄ້າປະເວນີ

ຜູ້ຂາຍບໍລິການທາງເພດຂອງໄທຮຽກຮ້ອງໃຫ້ຫຼຸດໂທດການຄ້າປະເວນີ

Published on

ອີງຕາມການລາຍງານຈາກເວັບໄຊ telegraph ໃຫ້ຮູ້ວ່າ ຜູ້ໃຫ້ບໍລິການທາງເພດໃນປະເທດໄທໄດ້ຍື່ນຄຳຮ້ອງໃຫ້ມີການຕັດສິນຄະດີຄ້າປະເວນີ ແລະ ຮຽກຮ້ອງໃຫ້ເຈົ້າໜ້າທີ່ນຳບົດລົງໂທດທັງໝົດຂອງການຂາຍບໍລິການທາງເພດອອກ.

ມູນນິທິເອັມພາວເວີ ເຊິ່ງເປັນກຸ່ມທີ່ສະໜັບສະໜຸນຜູ້ໃຫ້ບໍລິການທາງເພດກ່າວວ່າ ຈະລວມລາຍເຊັນ 10,000 ລາຍເຊັນ ແລະ ສະເໜີຄຳຮ້ອງຕໍ່ສະພາເພື່ອຊ່ວຍຊັກຊວນບັນດານັກກົດໝາຍປ່ຽນແປງກົດໝາຍການຄ້າປະເວນີຂອງປະເທດ.

ນັກເຄື່ອນໄຫວດ້ານສິດທິແມ່ຍິງກ່າວວ່າ ກົດໝາຍສະບັບໃນປັດຈຸບັນເຮັດໃຫ້ການຄ້າປະເວນີເປັນສິ່ງທີ່ຜິດ, ກົດໝາຍໃນປີ 1960 ບໍ່ໄດ້ຊ່ວຍປົກປ້ອງຜູ້ໃຫ້ບໍລິການທາງເພດເທົ່າທີ່ຄວນ, ໃນຂະນະທີ່ມີການຈັບກຸມ ແລະ ປັບໄໝຫຼາຍຄັ້ງສຳລັບເຮັດວຽກບໍລິການ ເຮັດໃຫ້ພວກເຂົາຕົກຢູ່ໃນໃນຄົນທຸກຍາກ.

ພະແນກກິດຈະການແມ່ຍິງຂອງກະຊວງພັດທະນາສັງຄົມ ແລະ ຄວາມໝັ່ນຄົງຂອງມະນຸດໄທ ກ່າວວ່າ ກຳລັງຢູ່ໃນຂັ້ນຕອນປັບປຸງກົດໝາຍການຄ້າປະເວນີ ແລະ ຈະເປີດການໄຕ່ສວນສາລະທານະ (ອອນໄລນ໌) ໃນປີໜ້າ.

ລາຍງານປະຈຳປີ 2014 ໂດຍໜ່ວຍງານສະຫະປະຊາຊາດເພື່ອຕໍ່ຕ້ານໂຣກເອສ ໄດ້ປະເມີນວ່າ ມີຜູ້ໃຫ້ບໍລິການທາງເພດ 123,530 ຄົນໃນປະເທດໄທ ແຕ່ກຸ່ມຜູ້ສະໜັບສະໜຸນໄດ້ລະບຸຕົວເລກຫຼາຍກວ່າສອງເທົ່າ ແລະ ຈຳນວນດັ່ງກ່າວມີຜູ້ອົບພະຍົບຫຼາຍໝື່ນຄົນຈາກປະເທດເພື່ອນບ້ານຄື: ມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ.

ປັດຈຸບັນ, ການຄ້າປະເວນີມີໂທດປັບສູງເຖິງ 40,000 ບາດ ຫຼື ຈຳຄຸກ 2 ປີ ຫຼື ທັງຈຳທັງປັບ ຜູ້ທີ່ຈ່າຍຄ່າບໍລິການທາງເພດກັບຜູ້ໃຫ້ບໍລິການທີ່ອາຍຸຍັງນ້ອຍກໍ່ຈະໄດ້ຮັບໂທດຈຳຄຸກເຖິງ 6 ປີ.

ມີລາຍງານວ່າ ເມື່ອປີທີ່ຜ່ານມາ ຫຼາຍກວ່າ 240,000 ຄົນ ຖືກດຳເນີນຄະດີ ແລະ ຖືກປັບໄໝ ຖານຄວາມຜິດກ່ຽວກັບຍງານບໍລິການທາງເພດໃນປະເທດໄທ.

ທ່ານ ສຸລາງ ຈັນແຢ້ມ ຜູ້ອຳນວຍການຝ່າຍບໍລິການໃນກຸ່ມອົງການສະໜັບສະໜູນຜູ້ໃຫ້ບໍລິການທາງເພດໃນປະເທດໄທກ່າວວ່າ ຄວນຍົກເລີກກົດໝາຍການຄ້າປະເວນີ ເພື່ອໃຫ້ຜູ້ບໍລິການທາງເພດໄດ້ຮັບການຄຸ້ມຄອງພາຍໃຕ້ກົດໝາຍແຮງງານ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...