Homeຂ່າວທ້ອງຖິ່ນປີ 2030 ພົນລະເມືອງລາວຈະໄດ້ໃຊ້ການບໍລິການຂອງລະບົບການຈົດທະບຽນ ແລະ ສະຖິຕິຢ່າງທົ່ວເຖິງ

ປີ 2030 ພົນລະເມືອງລາວຈະໄດ້ໃຊ້ການບໍລິການຂອງລະບົບການຈົດທະບຽນ ແລະ ສະຖິຕິຢ່າງທົ່ວເຖິງ

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ໃນວັນທີ 16 ມິຖຸນາ 2020 ທີ່ກະຊວງພາຍໃນ, ໄດ້ຈັດກອງປະຊຸມກວດກາໜ້າວຽກຄັ້ງທີ 3 ໜຶ່ງສ່ວນຮ້ອຍ ຂອງໂຄງການພັດທະນາ ລະບົບຖານຂໍ້ມູນ ຄຸ້ມຄອງພົນລະເມືອງ ເອເລັກໂຕຣນິກ ຈຸດປະສົງ ກໍເພື່ອສັງລວມ, ຮັກສາ, ປັບປຸງ ແລະ ຊອກຂໍ້ມູນກ່ຽວກັບການຈົດທະບຽນພົນລະເມືອງ ແລະ ສາມາດເຊື່ອມຕໍ່ກັບຂໍ້ມູນຂອງຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອປ້ອນຂໍ້ມູນ ແລະ ແລກປ່ຽນຂໍ້ມູນ. ພ້ອມກັນນັ້ນ, ກໍເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ, ນຳໃຊ້ເຂົ້າໃນການກຳນົດນະໂຍບາຍ, ວາງແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ.

ທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ກ່າວວ່າ: ຂະແໜງການພາຍໃນ ແມ່ນໜຶ່ງໃນບັນດາຂະແໜງການ ທີ່ມີຄວາມຮັບຜິດຊອບ ໃນການຄຸ້ມຄອງພົນລະເມືອງ ໂດຍສະເພາະການຈົດທະບຽນການເກີດ, ຈົດທະບຽນການເສຍຊີວິດ, ຈົດທະບຽນການແຕ່ງດອງ, ຈົດທະບຽນການຫຍ່າຮ້າງ, ຈົດທະບຽນການປ່ຽນຊື່ ຫລື ນາມສະກຸນ, ຈົດທະບຽນການປ່ຽນສັນຊາດ ແລະ ຈົດທະບຽນການ ຍົກຍ້າຍຂອງພົນລະເມືອງ, ວຽກງານຄຸ້ມຄອງພົນລະເມືອງ ກໍເປັນວຽກງານໜຶ່ງທີ່ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ເປັນບັນຫາສຳຄັນ.

ມະຕິກອງປະຊຸມໃຫຍ່ຄັ້ງທີ X ໄດ້ວາງວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາ ເສດຖະກິດ-ສັງຄົມສຳລັບ ປີ 2016-2025 ກ່ຽວກັບພົນລະເມືອງໄວ້ວ່າ: ຮອດປີ 2030 ສິດທິຂອງພົນລະເມືອງ ມີການຮັບປະກັນວ່າດ້ວຍການຄຸ້ມຄອງລັດ ຕາມກົດໝາຍທີ່ສັກສິດ, ຮອດປີ 2025 ພົນລະເມືອງລາວ ໃນເກນອາຍຸໄດ້ຮັບການສຶກສາພື້ນຖານຂັ້ນມັດທະຍົມຕົ້ນ, ປະຊາຊົນໄດ້ຮັບການບໍລິການ ດ້ານສາທາລະນະສຸກ ທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ມີອາຍຸຍືນສະເລ່ຍສູງກວ່າ 73 ປີ, ພົນລະເມືອງໄດ້ເຂົ້າຮ່ວມລະບົບການປົກປ້ອງທາງສັງຄົມຢ່າງກວ້າງຂວາງ, ກຳລັງແຮງງານໄດ້ຮັບການພັດທະນາ ທັງດ້ານປະລິມານ ແລະ ຄຸນນະພາບ. ພ້ອມກັນນີ້, ເພື່ອບັນລຸວິໄສທັດຕາມ ທີ່ໄດ້ກຳນົດໄວ້ ໃນຍຸດທະສາດວຽກງານ ການຈົດທະບຽນ ແລະ ສະຖິຕິຂອງພົນ ລະເມືອງ 2016-2025 ທີ່ວ່າ: ຮອດປີ 2030 ພົນລະເມືອງລາວທຸກຄົນ ຈະໄດ້ຊົມໃຊ້ການບໍລິການ ຂອງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງ ຢ່າງທົ່ວເຖິງ ແລະ ມີປະສິດທິພາບ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...