spot_img
Homeຂ່າວພາຍ​ໃນປີຜ່ານມາກາ​ແດງ​ຊ່ວຍ​ບັນ​ເທົາ​ທຸກປະຊາຊົນ ເກືອບ 2.000 ​ຄອບຄົວ

ປີຜ່ານມາກາ​ແດງ​ຊ່ວຍ​ບັນ​ເທົາ​ທຸກປະຊາຊົນ ເກືອບ 2.000 ​ຄອບຄົວ

Published on

ການ​ເຄື່ອນ​ໄຫວ​ປະຕິບັດ​ວຽກງານ ​ຂອງ​ອົງການ​ກາ​ແດງ​ລາວ ​ໃນ​ປີ 2012 ຜ່ານ​ມາ ສາມ​າດຊ່ວຍ​ເຫ​ລື​ອບັນ​ເທົາ​ທຸກ ​ໃຫ້​ແກ່​ປະຊາຊົນ​ຜູ້​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ​ຕ່າງໆ ​ເປັນຕົ້ນ: ​ໄພ​ນ້ຳ​ຖ້ວມ, ລົມພາຍຸ, ດິນ​ເຊາະ​ເຈື່ອນ ແລະ ອື່ນໆ ໄດ້ທັງໝົດ 1.880 ຄອບຄົວ, 11.558 ຄົນ ໂດຍໄດ້ຊ່ວຍເຂົ້າສານ ແລະ ເກືອ ຈຳນວນ 46.525 ກິໂລ, ມູນຄ່າ 1,7 ຕື້ກວ່າກີບ.
ໃນຂະນະດຽວກັນ ໄດ້ມີການຊ່ວຍກໍ່ສ້າງນ້ຳລິນໃຫ້ຊຸມຊົນ ຈຳນວນ 29 ແຫ່ງ, ສ້ອມແປງ 24 ແຫ່ງ, ມີຜູ້ໄດ້ຮັບຜົນປະໂຫຍດ 15.724 ຄົນ, ມູນຄ່າ 3,6 ຕື້ກວ່າກີບ; ກໍ່ສ້າງ ນ້ຳບາດານ 2 ບໍ່ໃນສອງບ້ານ, ມູນຄ່າ 100 ລ້ານກີບ, ກໍ່ສ້າງວິດຖ່າຍໄດ້ທັງໝົດ 3.452 ແຫ່ງ, ມີຜູ້ໄດ້ຮັບປະໂຫຍດ 23.796 ຄົນ, ມູນຄ່າ 1,5 ຕື້ກວ່າກີບ. ພ້ອມນີ້ ໄດ້ຈັດຊຸດ ອົບຮົມພະຍາບານ ໃຫ້ອາສາສະໝັກໄດ້ 425 ຄົນ, ເປັນຍິງ 151 ຄົນ ແລະ ຊ່ວຍເຫລືອຜູ້ຖືກອຸປະຕິເຫດເທິງຖະໜົນໄດ້ 152 ຄົນ. ກາ​ແດງ​ລາວ​ ຍັງ​ໄດ້​ເຄື່ອນ​ໄຫວ​ປຸກລະດົມ​ ຮັບ​ບໍລິຈາກ​ເລືອດ ​ຮ່ວມ​ກັບ​ພາກສ່ວນ​ຕ່າງໆ ເພື່ອ​ກຽມພ້ອມ​ຮັບ​ໃຊ້​ກອງ​ປະຊຸມ ອາ​ແຊັບ 7 ແລະ ກອງ​ປະຊຸມອາ​ເຊັມ 9 ແລະ ງານ​ກິລາ​ມະຫາວິທະຍາ​ໄລ​ອາຊຽນ ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຊຶ່ງໄດ້ຮັບເລືອດທັງໝົດ 15.632 ຖົງ, ທັງມີການເຄື່ອນໄຫວຈັດກອງປະຊຸມ ແລະ ການຈັດຕັ້ງປະຕິບັດໂຄງການຫລຸດຜ່ອນຄວາມສ່ຽງໄພພິບັດຊຸມ ຊົນຮ່ວມກັບອົງການອຸຍນີເຊັບ ຢູ່ 3 ເມືອງ 17 ບ້ານ ຂອງແຂວງສາລະວັນ ແລະ 3 ເມືອງ 29 ບ້ານຂອງແຂວງ ເຊກອງ.
ບົດລາຍງານຫ້ອງວ່າການລັດຖະບານລະບຸວ່າ: ປີ 2013 ອົງການກາແດງ ໄດ້ມີການຫ້າງຫາກະກຽມການຊ່ວຍບັນເທົາທຸກ ແກ່ປະຊາຊົນໃນກໍລະນີຫາກເກີດໄພພິບັດທຳມະຊາດ ດ້ວຍຫລາຍຮູບການ ເຊັ່ນ: ການກຳນົດເຂດຄວາມສ່ຽງ, ການສ້າງຕັ້ງລະບົບເກັບກຳຂໍ້ມູນ ເພື່ອລາຍງານສະພາບທີ່ເກີດຂຶ້ນໃຫ້ທັນເວລາ ແລະ ຈັດຕັ້ງລະບົບການປະສານງານຄົບ ຊຸດແຕ່ສູນກາງຮອດທ້ອງຖິ່ນ. ພ້ອມນີ້ ໄດ້ສືບຕໍ່ຊີ້ນຳໂຄງການພັດທະນາສຸຂະພາບຊຸມຊົນ ເປັນຕົ້ນແມ່ນນ້ຳລິນ, ວິດຖ່າຍ, ການອົບຮົມອາສາສະໝັກບ້ານ, ໝໍຕຳແຍ, ຖົງປະ ຖົມພະຍາບານ, ຖົງຊ່ວຍເກີດລູກ ແລະ ມຸ້ງຍ້ອມຢາ. ສືບຕໍ່ສ້າງຄວາມເຂັ້ມແຂງ ໃນການປຸກລະດົມຈັດຫາຜູ້ບໍລິຈາກເລືອດ, ລວມທັງການສະໜອງເລືອດໃຫ້ພຽງພໍ ແລະ ປອດ ໄພເທື່ອລະກ້າວ./

ຂ່າວຈາກ:   www.kpl.net.la

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...