spot_img
Homeມຸມຂ່າວ AECປະທານາທິບໍດີສະຫະລັດອາເມລິກາຢ້ຽມຢາມລາວຄັ້ງປະຫວັດສາດພ້ອມປະກາດໃຫ້ທຶນຊ່ວຍເຫລືອຫລາຍໂຄງການ

ປະທານາທິບໍດີສະຫະລັດອາເມລິກາຢ້ຽມຢາມລາວຄັ້ງປະຫວັດສາດພ້ອມປະກາດໃຫ້ທຶນຊ່ວຍເຫລືອຫລາຍໂຄງການ

Published on

ຂປລ. ສະຫະລັດອາເມລິກາປະກາດໃຫ້ທຶນຊ່ວຍເຫລືອ ສປປ ລາວ ໃນຫລາຍໂຄງການພັດທະນາໄລຍະສັ້ນ ແລະ ຍາວເພື່ອປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງລັດຖະບານລາວເພື່ອຫລຸດຜ່ອນຄວາມທຸກຍາກ ແລະ ບັນລຸເປົ້າໝາຍສະຫະວັດໃນຕໍ່ໜ້າ. ຂະນະທີ່ ບັນຫາການພັດທະນາແບບຍືນຍົງເປັນສິ່ງທີ່ຈໍາເປັນຕໍ່ບັນດາປະເທດສະມາຊິກອາຊຽນຕ້ອງເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນ.

ໃນວັນທີ 6 ກັນຍາ 2016 ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ບາຣັກໂອບາມາ ປະທານາທິບໍດີສະຫະລັດອາເມລິກາໄດ້ພົບ ແລະ ແລກປ່ຽນຄວາມຄິດຄວາມເຫັນ ກັບ ບັນດານັກສຶກສາ, ຊາວໜ່ມ, ແມ່ຍິງ ແລະ ນັກທຸລະກິດລາວ ໂດຍ ທ່ານໄດ້ກ່າວວ່າຕົນເອງມີຄວາມຮູ້ສຶກດີໃຈ ແລະ ເປັນກຽດທີ່ໄດ້ຮັບການເຊື້ອເຊີນເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 ແລະ ກອງປະຊຸມສຸດຍອດອາຊຽນ-ອາເມລິກາ ແຕ່ສິ່ງທີ່ປະທັບໃຈທີ່ສຸດຄືຕົນເອງໄດ້ມີໂອກາດ ໄດ້ເດີນທາງມາຢ້ຽມຢາມລາວ ແລະ ເປັນຄັ້ງປະຫວັດສາດ ສໍາລັບ ສປປ ລາວທີ່ມີປະທານາທິບໍດີສະຫະລັດຄົນອໍາອິດເດີນທາງມາເຮັດວຽກ ແລະ ຢ້ຽມຢາມລາວ.

ທ່ານ ປະທານາທິບໍດີສະຫະລັດຍັງກ່າວໃນບາງຕອນວ່າລັດຖະບານສະຫະລັດອາເມລິກາພ້ອມຈະໃຫ້ການຊ່ວຍເຫລືອ ແລະ ຊຸກຍູ້ ສປປ ລາວໃນຫລາຍໂຄງການເປັນຕົ້ນ: ຈະເພີ່ມທຶນຂຶ້ນຫລາຍກວ່າເກົ່າເຂົ້າເພື່ອປະກອບສ່ວນເຂົ້າໃນວຽກງານເກັບກູ້ລະເບີດ, ໂຄງການພັດທະນາເຕັກໂນຊີ, ພະລັງງານ, ການສຶກສາ ແລະ ພັດທະນາອື່ນໆ ແນວໃດກໍດີ ທ່ານ ໂອບາມາເນັ້ນວ່າການພັດທະນາການສຶກສາ, ສົ່ງເສີມຄວາມຮູ້ຄວາມເຂົ້າດ້ານເຕັກນິກວິທະຍາ, ການສ້າງອາຊີບ, ການພັດທະນາແບບຍືນຍົງ ແລະ ອື່ນໆເປັນສິ່ງສໍາຄັນທີ່ສຸດ.

ພາບ-ຂ່າວ: ເກີດຂວັນໃຈ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...