spot_img
Homeຂ່າວພາຍ​ໃນປະທານປະເທດຕ້ອນຮັບ ປະທານອົງການ ກອຍກາ ເຂົ້າຢ້ຽມຄຳນັບ

ປະທານປະເທດຕ້ອນຮັບ ປະທານອົງການ ກອຍກາ ເຂົ້າຢ້ຽມຄຳນັບ

Published on

wed27nov3

ໃນຕອນແລງວັນທີ 22 ພະຈິກ 2013 ທ່ານ ຈູມມາລີ ໄຊຍະສອນ, ປະທານປະ ເທດ
ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ ຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງທ່ານ ຄີມ ຢົງ ມອກ ປະ ທານ ອົງການ ກອຍກາ ພ້ອມ ຄະນະທີ່ໂຮງແຮມ ລັອດແຕ ນະຄອນເຊອຸນ ສ.ເກົາ ຫລີ.
ໃນໂອກາດດັ່ງກ່າວທ່ານ ປະທານປະທດກໍໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາ ສູງຕໍ່ສາຍພົວພັນການຮ່ວມມື  ສອງຝ່າຍໃນໄລຍະຜ່ານມາ ທີ່ ໄດ້ສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ສອງປະເທດ ໄດ້ມີການປ່ຽນການຢ້ຽມຢາມ ຂອງບັນດາການນຳ       ແລະ
ຄະນະຜູ້ແທນຂະແໜງການ ຕ່າງໆ ໃນທຸກລະດັບ ນັບມື້ ນັບເພີ່ມຂື້ນອັນໄດ້ເຮັດໃຫ້ ສປປ ລາວ  ແລະ  ສ ເກົາຫລີ ມີຄວາມເຂົ້າອົກເຂົ້າໃຈກັນ ໜັກແໜ້ນຂື້ນ. ໃນໄລຍະ ຜ່ານມາ, ສ ເກົາຫລີ ໄດ້ໃຫ້ ການຊ່ວຍເຫລືອແກ່ ສປປ ລາວ ໂດຍຜ່ານອົງການ ກອຍກາ ແລະ ຊ່ອງທາງອື່ນໆ ໃນນີ້, ນັບແຕ່ປີ 2007-2012. ການຊ່ວຍເຫລືອຜ່ານ ບ້ວງການຮ່ວມມືສອງຝ່າຍ  ໂດຍຜ່ານອົງການກອຍກາມີ ມູນຄ່າທັງໝົດ 33.55.000 ໂດລາສະຫະລັດ. ສົກປີ 2012-2013 ມູນຄ່າການ ຊ່ວຍເຫລືອ ປະມານ 8-9 ລ້ານໂດລາສະຫະລັດ. ການ ຊ່ວຍເຫລືອດັ່ງກ່າວແມ່ນໄດ້ປະກອບສ່ວນສຳຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງ ຄົມຂອງ ສປປ ລາວ ຢ່າງ ແທ້ຈິງ ແລະ ສອດຄ່ອງກັບ ນະໂຍບາຍ ແລະ ຍຸດທະ ສາດຂອງລັດຖະບານ ສປປ ລາວ ທີ່ໄດ້ກຳນົດໄວ້ໃນແຜນ ການ 5 ປີ (2011-2015).
ນອກຈາກນັ້ນ, ສ ເກົາຫລີ ຍັງໄດ້ສະໜອງທຶນຝືກອົບຮົມ ໄລຍະສັ້ນ 70-80 ຄົນຕໍ່ປີ ແລະ ທຶນໄລຍະຍາວ (ປະລິນ ໂທ) 5-7 ຄົນຕໍ່ປີ, ສະໜອງ ອາສາສະໝັກ 60 ຄົນຕໍ່ປີ ແລະ ຊ່ຽວຊານປະມານ 10 ຄົນຕໍ່ປີ ພ້ອມກັນນີ້, ສອງ ປະເທດກຳລັງປືກສາຫາລື ກ່ຽວກັບແຜນຍຸດທະສາດ ການຮ່ວມມື ໄລຍະແຜ່ປີ 2014-2017 ໂດຍສຸມໃສ່ຂົງ ເຂດການພັດທະນາດ້ານການ ສຶກສາ, ການພັດທະນາດ້ານ ສາທາລະນະສຸກ ແລະ ການ ພັດທະນາຊົນນະບົດ.
ຕອນທ້າຍທານປະທານ ປະເທດກໍໄດ້ ສະແດງຂອບ ໃຈ ແລະ ຮູ້ບຸນຄຸນຕໍ່ລັດຖະ ບານ ແລະ ປະຊາຊົນ ສ ເກົາ ຫລີ ທີ່ໄດ້ປະກອບສ່ວນໃຫ້ ການຊ່ວຍເຫລືອເຂົ້າໃນການ ພັດທະນາເສດຖະກິດ – ສັງ ຄົມ ສປປ ລາວ ໃນໄລຍະ ຜ່ານມາ ຊຶ່ງບັນດາໂຄງການ ເຫລົ່ານັ້ນມີບາງອັນໄດ້ສໍາ ເລັດ ແລະ ເປີດນໍາໃຊ້ແລ້ວ ແລະ ບາງອັນກໍາລັງດໍາເນີນ ການຈັດຕັ້ງປະຕິບັດຢູ່ໃນປັດ ຈຸບັນ.
ໃນໂອກາດເຂົ້າຢ້ຽມຂໍ່າ ນັບປະທານປະເທດ ຈູມມາ ລີ ໄຊຍະສອນ ຂອງປະທານ ປະທານອົງການກອຍກາຄັ້ງ ນີ້ ທ່ານກໍໄດ້ສະແດງຄວາມ  ຂອບໃຈທີ່ໄດ້ຍາດເວລາອັນ ລ້ຳຄ່າ ແລະ ໃຫ້ກຽດຕ້ອນຮັບ ຂອງທ່ານ ຈູມມາລີ ໄຊຍະ ສອນ ແລະ ກ່າວ່າຈະສືບຕໍ່ ໃຫ້ການຮ່ວມມື ແລະ ຊ່ວຍ ສປປ ລາວ ໃນຂັ້ນຕໍ່ໄປ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...